ຂ່າວພາຍໃນປະເທດ

ຈະ​ຂະ​ຫຍາຍ​​ເພີ່ມໂຄງ​ການ​ຈັດ​ສັນ​ປ່າ​ຜະ​ລິດ​​ໄປ​ຍັງ 5 ແຂວງ

*(ຂ​ປ​ລ): ໂຄງ​ກາ​ນຈັດ​ສັນ​ປ່າ​ຜະ​ລິດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ (SUFORD) ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຊຶ່ງ​ໄດ້​ເລີ່ມ​ ຈັດ​ຕັ້ງ​ປະ​ຕິ​ບັດ ໄລ​ຍະ​ທຳ​ອິດ ເປັນ​ເວ​ລາ 4 ປີ ນັບ​ແຕ່​ສົກ​ປີ 2004-​2008 ທີ່​ກວມ​ຢູ່​ໃນ 4 ແຂວງ ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ສາ ​ລະ​ວັນ ແລະ ແຂວງ​ຈຳ​ປາ​ສັກ ໄດ້​ປະ​ສົບ​ກັບ​ຄວາມ​ສຳ​ເລັດ​ເປັນ​ທີ່​ໜ້າ​ພໍ​ໃຈ ແລະ ທາງ​ໂຄງ​ການຕົກ​ລົງຈະ​ສືບ​ ຕໍ່​ໄລ​ຍະ​ສອງ​ຕື່ມ ​ອີກ​ໃນ 5 ແຂວງ​ໃໝ່.
ຜົນ​ສຳ​ເລັດ​ດັ່ງ​ກ່າວ ໄດ້​ຖືກ​ນຳ​ສະ​ເໜີ​ລາຍ​ງານ ຢູ່​ໃນ​ກອງ​ປະ​ຊຸມ ສະ​ຫລຸບ​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຈັດ​ສັນ​ປ່າ​ຜະ​ລິດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄລ​ຍະ​​ໜຶ່ງ​,ຊຶ່ງ​ຈັດ​ຂຶ້ນ ໃນ​ວັນ​ທີ 19 ພະ​ຈິກ ທີ່​ນະ​ຄອນ​ຫລວງວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະ​ທານ ​ຂອງ​ ທ່ານ ດ​ຣ ຕີ ​ພົມ​ມະ​ສັກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ທັງ​ເປັນ​ປະ​ທານ​ຄະ​ນະ​ຊີ້​ນຳ​ ໂຄງ​ການ​ດັ່ງ​ ກ່າວ​ຂັ້ນ​ສູນ​ກາງ, ມີ​ບັນ​ດາ​ຮອງ​ເຈົ້າ​ແຂວງ ຈາກ 4 ແຂວງໂຄງ​ການ​ເກົ່າ ແລະ 5 ແຂວງ​ໂຄງ​ການ​ໃໝ່​ຄື​: ອັດ​ຕະ​ປື, ເຊກອງ, ບໍ​ລິ​ຄຳ ​ໄຊ, ແຂວງວຽງ​ຈັນ ແລະ ໄຊ​ຍະ​ບູ​ລີ, ພ້ອມ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຂັ້ນ​ແຂວງ ແລະ ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ກະ​ສິ​ກຳ​ ປ່າ​ໄມ້​ບັນ​ດາ​ ແຂວງ​ດັ່ງ​ກ່າວ​ເຂົ້າ​ຮ່ວມ, ຊຶ່ງ​ທ່ານ​ປະ​ທານກອງ​ປະ​ຊຸມ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ບົນ​ພຶ້ນ​ຖານ​ຄວາມ​ສຳ​ເລັດ ການ​ ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ ຢູ່​ໃນ 4 ແຂວງ​ເກົ່າ ແລະ ຢູ່​ໃນ​ໄລ​ຍະ​ຍາດ​ແຍ່ງ​ກາ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ ເພື່ອ​ຂະ​ຫຍາຍ​ບົດ​ຮຽນ ​ຂອງ​ໂຄງ​ການ ອອກ​ໄປ​ສູ່​ເຂດ​ປ່າ​ຜະ​ລິດ ອື່​ນໆ ໃນ 5 ແຂວງ​ໃໝ່​ທີ່​ກ່າວ​ມາ, ຊຶ່ງກວມ​ເອົາ​ປ່າ​ຜະ​ລິດ 8 ແຫ່ງ, 18 ເມືອງ, 330 ບ້ານ, ນອນ​ໃນ​ເນື້ອ​ທີ່​ທັງ​ໝົດ 630.000 ເຮັກ​ຕາ.
ໂຄງ​ການ​ຈັດ​ສັນ​ປ່າ​ຜະ​ລິດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເປັນ​ໂຄງ​ການ​ທີ່​ປະ​ກອບ​ສ່ວນໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 4 ເປົ້າ​ໝາຍ​ ຂອງ ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກໍ​ຄື​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ເປັນ​ຕົ້ນ​ແມ່ນ: ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ນານ, ການ​ຊຸກ​ຍູ້​ການ​ ຜະ​ ລິດ​ເປັນ​ສິນ​ຄ້າ, ຢຸດ​ຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ແບບ​ສິ້ນ​ເຊີງ ແລະ ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ ປະ​ຊາ​ຊົນ​ບັນ​ ດາ​ເຜົ່າ ​ໃນ​ເຂດ​ໂຄງ​ການ. ນອກ​ນັ້ນ​​ຍັງ​ໄດ້​ປະ​ກອບ​ສ່ວນຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສ​ັງ​ຄົມ ​ຢູ່​ໃນ​ແຕ່​ລະ​ແຂວງ​ທີ່​ກ່ຽວ​ຂ້ອງ ໂດຍ​ສະ​ ເພາະ ​ແມ່ນ​ໃນ​ໄລ​ຍະ​ສາມ​ປີ​ຕໍ່​ໜ້າ​ ໂຄງ​ການ​ດັ່ງ​ກ່າວ​ຈະ​ກວມ​ເອົາ 5 ແຂວງ​ຕື່ມ​ອີກ ຊຶ່ງ​ລວມ​ແລ້ວ​ຮອດ​ປີ 2011, ໂຄງ​ການ​ຈະ​ເຮັດ ​ສຳ ​ເລັດ​ກິດ​ຈະ​ກຳ​ຕ່າງໆ​ທີ່​ພົວ​ພັນ​ກັບ​ການ​ຈັດ​ສັນ​ປ່າ​ຜະ​ລິດ​ແບບ​ຍືນ​ນານ ແລະ ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຢູ່​ໃນ 9 ແຂວງ, 36 ເມືອງ ແລະ 740 ບ້ານ ເທົ່າ​ກັບ 32% ຂອງ​ພຶ້ນ​ທີ່​ປ່າ​ຜະ​ລິດ​ທັງ​ໝົດ. ​ມາ​ຮອດ​ປະ​ຈຸ​ບັນໂຄງ​ການ ໄດ້​ສ້າງ​ຕັ້ງປ່າ​ຜະ​ ລິດ​ໄດ້​​ຈຳ​ນວນ 37 ແຫ່ງ, ເນື້ອ​ທີ່ 2,4 ລ້ານ​ເຮັກ​ຕາ; ​ປັບ​ປຸງ ແລະ ພັດ​ທະ​ນາ​ລະ​ບຽບ​ການ, ນິ​ຕິ​ກຳ, ຄູ່​ມື ແລະ ເຕັກ​ນິກ​ຕ່າງໆ​ທີ່​ ສອດ ​ຄ່ອງເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ນານ. ທ່ານ ລັດ​ຖະ​ມົນ​ຕີ ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຕີ​ລາ​ຄາ​ວ່າ: ໂຄງ​ການ​ນີ້​ມີ​ຄວາມ​ຄືບ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ດີ ແຕ່​​ກໍ່​ເປັນ​ພຽງ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ເຂດ​ປ່າ​ຜະ​ລິດ 8 ແຫ່ງ ໃນ 4 ແຂວງ​ເທົ່າ​ນັ້ນ ແຕ່​ບໍ່​ທັນ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສັງ​ຄົມ​ໄດ້​ເທື່ອ ດ້ວຍ​ເຫດ​ນັ້ນ ​ຈິງ​ຮຽກ​ຮ້ອງ​ໃຫ້​ທຸກ​ພາກ​ ສ່ວນ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ກວ່າ​ເກົ່າ.
ໂຄງ​ການ​ຈັດ​ສັນ​ປ່າ​ຜະ​ລິດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແມ່ນ​ໂຄງ​ການ​ຮ່ວມ​ມື​ຫລາຍ​ຝ່າຍ​ຄື: ລັດ​ຖະ​ບານ ສ​ປ​ປ ລາວ, ລັດ​ຖະ​ບານ​ ແຟັງ​ລັງ ແລະ ທະ​ນາ​ຄານ​ໂລກ ຊຶ່ງ​ໄດ້​ເລີ່ມ​ສ້າງ​ສັນ​ຍາ​ຮ່ວມ​ມື​ກັນ​ໃນ​ເດືອນ9/2003 ແລະ ຖືກ​ຮັບ​ຮອງ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 2/3/2004. ໂຄງ​ການ​ດັ່ງ​ກ່າວ​ມື​ທຶນ​ທັງ​ທັງ​ໝົດ 16,5 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​ນີ້​ທຶນ​ຊ່ວຍ​ເຫລືອ​ຂອງ​ລັດ​ຖະ​ບານ​ແຟັງ​ລັງ 6,1 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຶນ​ຈາກ​ທະ​ນາ​ຄານ​ໂລກ 9,9 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ ທຶນ​ປະ​ກອບ​ສ່ວນ​ຂອງ​ລັດ​ຖະ​ບານ ສ​ປ​ປ ລາວ 0,53 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ມີ​ກຳ​ນົດ​ການ​ດຳ​ເນີນ​ງານແຕ່​ເດືອນ 9/2003-​12/2008./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446