ຂະຫຍາຍຕາຂ່າຍໄຟຟ້າເຂົ້າສູ່ສະຖານທີ່ທ່ອງທ່ຽວຖ້ຳກອງລໍ
*(ຂປລ): ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄຳມ່ວນ ຂະຫຍາຍຕາຂ່າຍໄຟຟ້າເຂົ້າສູ່ສະຖານທີ່ທ່ອງທ່ຽວຖ້ຳກອງລໍ, ເມືອງ ຫີນບູນ ແຂວງຄຳມ່ວນໃນໄລຍະທາງ 1.000 ກ່ວາແມັດ. ພາຍຫລັງເລີ່ມລົງມືຕິດຕັ້ງມາແຕ່ ວັນທີ 24 ຕຸລາ 2008 ມາຮອດວັນທີ 11 ພະຈິກ 2008 ໄດ້ສຳເລັດ 100%, ພ້ອມທັງຕິດຕັ້ງຕູ້ບັງຄັບໄຟ ແລະ ເຄື່ອງປ້ອງກັນແບບ ອັດຕະໂນມັດ ແລະ ຕິດຕັ້ງລະ ບົບໄຟຟ້າຊ່ວຍໃນ ດອກໄຟ 24 ໂວນ ດ້ວຍຫມໍ້ໄຟ ແລະ ເຄື່ອງສາກແບບອັດຕະໂນມັດ. ຂ່າວໃຫ້ຮູ້ຕື່ມວ່າ: ທາງສະມາຄົມພະລັງງານບໍ່ມີພົມແດນ ຈາກປະເທດຝຮັ່ງ ເປັນຜູ້ຮັບຜິດຊອບຈັດຊື້ ວັດສະດຸ ອຸປະກອນຮັບໃຊ້ ໃນການຕິດຕັ້ງໄຟຟ້າ ແຕ່ປາກຖ້ຳ ຫາ ວັງທາດ ພ້ອມທັງຊ່ວຍເຫລືອໂຄງການນ້ຳສະອາດໃຫ້ແກ່ຊຸມຊົນບ້ານ ກອງລໍຕື່ມອີກ ໃນມູນ ຄ່າທັງໜົດ 100.000 ເອີໂຣ. ຂະນະດຽວກັນ, ທາງ ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄຳມ່ວນ ໄດ້ຕົກລົງຮັບຜິດ ຊອບໃນການດຶງສາຍໄຟຟ້າ ແຕ່ປາກຖ້ຳເຂົ້າຫາບ້ານກອງລໍ, ສ່ວນປະຊາຊົນນັ້ນເປັນຜູ້ປະກອບສ່ວນວັດຖຸ ແລະ ແຮງງານ ຈຳ ນວນ ໜຶ່ງ ຄິດເປັນມູນຄ່າ 50 ລ້ານກ່ວາກີບ./.
ກັບສາລະບານ