:: KPL :: Lao News Agency
 
ລົບລາ້ງຄວາມທຸກຍາກ

ໂຄງການລົບລ້າງຄວາມທຸກຍາກຢູ່ແຂວງເຊກອງ

*ນ້ຳ​ໄຫລ,ໄຟ​ສະຫວ່າງ, ​ເສັ້ນ ທາງ​ສະດວກ​ສະບາຍ, ປະຊາຊົນ​ຮັ່ງມີ​ຜາ​ສຸກ ​ປະ​ເທດ​ຊາດ​ຈະ​ເລີ​ນ. ນີ້​ແມ່ນ​ຄວາມ​ມຸ້ງ​ ຫວັງ​ຂອງ​ ທຸກ​ຊາດ, ທຸກ​ຊົນ​ເຜົ່າ ​ແລະ​ ການ​ນຳ​ທຸກ​ປະ​ເທດ​ໃນ​ໂລກ,​ໂດຍ​ສະ​ເພາະ​ແລ້ວສປປ ລາວ ກໍ່​ໄດ້​ມີ​ມະຕິ​ຄຳ​ ສັ່ງ​ເລກທີ 01/ກມສພ ວ່າ​ດ້ວຍ​ການ​ຫັນ​ແຂວງ​ເປັນ​ຫົວໜ່ວຍ​ຍຸ​ດ ທະ​ສາດ, ​ເມືອງ​ເປ​ັນຫົວຫນ່ວຍ​ງົບ​ປະມານ ​ແລະ ​ບ້ານ​ເປັນ​ຫົວຫນ່ວຍ ​ພື້ນຖານ​ປະ ຕິບັດ ລວມ​ເຖິງ​ຄຳ​ສັ່ງ​ເລກທີ 09/ກມສພ ​ໃນ​ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ ​ພັດທະ ນາ​ຈຸດ​ສຸມ​ພັດທະນາ, ຖື​ເອົາ 4 ເນື້ອ​ໃນ 4 ຄາດ ໝາຍ ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ກໍ່ສ້າງ​ຮາກ​ຖານ​ຂອງ​ການ​ພັດທະນາ​ຊົນ ນະບົດ ຕິດ​ພັນ​ກັບ​ການ​ລົບ​ລ້າງ​ຄວາມທຸກ​ ຍາກ​ ອອກ ​ຈາກ​ປະ ​ຊາ​ຊົນ.
ດ້ວຍ​ຈິດ​ໃຈ​ຄື​ດັ່ງກ່າວ ຄະນະ​ພັກ​ອຳນາດ​ການ​ປົກຄອງ ​ແຂວງ​ເຊ​ກອງ ຈຶ່ງ​ໄດ້​ປະຕິບັດໂຄງການ​ລົບ​ລ້າງ​ຄວາມທຸກ​ຍາກ ຫວັງ​ໃຫ ້​ຫລຸດ​ອອກ​ຈາກ​ປະຊາຊົນ​ບັນດາ​ເຜົ່າ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເປັນ​ລະ ບົບ. ປະຈຸ​ບັນ​ແຂວງ​ເຊ​ກອງ​ ມີ 252 ບ້ານ, ມີ 13.772 ຄອບ ຄົວ; ​ໃນ​ນັ້ນ​ມີ​ຄອບຄົວ​ທີ່​ທຸກ​ຍາກ 5.743 ຄອບ ຄົວ ມີ​ພົນລະ​ເມືອງ​ທັງ​ໝົດ 94.012 ຄົນ, ຍິງ 47.178 ຄົນ, ກ່ອນ​ປີ 2006 ຄືນ​ຫລັງ ​ແຂວງ​ ເຊ​ກອງ​ໄດ້​ປະຕິ ບັດ​ໂຄງການ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ທີ່​ລັດຖະບານ​ອະນຸມັດ ລວມທັງ​ໃຫ້​ ນຳ​ໃຊ້​ກອງ​ທຶນ​ຫລຸດຜ່ອນ​ຄວາມ ທຸກ​ຍາກ 1.550,5 ລ້ານ​ກີບ ​; ​ໃນ​ນັ້ນ​ເລັ່ງ​ໃສ​່ ຈັດ​ສັນ ​ອາຊີບ​ຄົງ​ທີ່, ຢຸດຕິ​ການ​ຖາງ​ ປ່າ​ເຮັດ​ ໄຮ່​ມາ ​ປູກຝັງ​ລ້ຽງສັດ ຢູ່​ໃນ​ 2 ເມືອງ​ພູດອຍ ກະລຶມ ​ແລະ ​ດາກ​ຈຶງ ​ໂດຍ​ມີ​ 35 ຄອບຄົວ ​ໄດ້​ຮັບ​ທຶນ ​ໃນ​ການ​ລ້ຽງງົວ ຈຳນວນ 242 ໂຕ, ລ້ຽງ​ແບ້ 120 ​ໂຕ, ປູກ​ກາ​ເຟ 178 ຄອບ ຄົວ , ປູກ​ພືດ 118 ຄອບ​ຄົວ ຂະນະ​ ທີ່ຢູ່​ເມືອງ​ທ່າ​ແຕງ ​ແລະ ເມືງ ລະ​ມາມ ຢຸດຕິ​ ການ​ ຖາງ​ປ່າ​ເຮັດ​ໄຮ່ ຫັນ​ລົງ​ມາ​ເຮັດ​ນາ ​ 193 ຄອບ ຄົວ ມີ 193,44 ເຮັກຕາ.
​ ແຕ່​ປີ 2006 ເຖິງ​ປະຈຸ​ບັນ​ແຂວງເຊ​ກອ​ງ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ລົບ​ລ້າງ​ຄວາມທຸກ​ຍາກ ດ້ວຍ​ການ​ສ້າງ​ຈຸດ​ສຸມ​ກຸ່ມ​ບ້ານ​ພັດທະ ນາ ຊຸກ ຍູ້​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ກຳ ນົດ​ໃຫ້​ແຕ່ລະເມືອງ​ມີ 1​-2 ການ​ຜະລິດ​ເປັນ​ປາຍ​ແຫລມ ​ໂດຍ​ເລີ່​ມ ຈາກ​ການ​ກຳ ນົດ ​ແລະ ​ສ້າງ​ ຄອບຄົວຕົວ​ແບບ ​ແລະ ​ການ​ຜະລິດ​ໃນ​ກຸ່ມ​ບ້ານ​ພັດທະນາ ສົມທົບ​ກັບ​ການ​ ນຳ​ໃຊ້​ທຶນ​ພັດທະນາ​ລົບ​ ລ້າງ​ຄວາມ ​ທຸກຍາກ ​ໃນ​ຮູບ ​ການ​ປ່ອຍ​ເງິນ​ກູ້​ຈຳນວນ 1.002 ລ້ານ​ກີບ ​ໃຫ້​ແກ່​ປະ ຊາຊົນ 12 ບ້ານ 515 ຄອບຄົວ ຢູ່​ ເມືອງ​ດາກ​ຈຶງ ​ແລະ ​ເມືອງ​ກະ ລຶມ,​ ໃນ​ ນີ້ ນຳ​ໃຊ້​ເຂົ້າ​ໃນ​ການ​ບຸກ​ເບີກ​ເນື້ອທີ່​ນາ 32 ຄອບຄົວ, ປູກ​ກາ​ເຟ 73 ຄອບຄົວ, ລ້ຽງ ສັດ 341 ຄອບຄົວ, ຄ້າ ຂາຍຍ່ອຍ 61 ຄອບ ຄົວ, ຫັດຖະກຳ 8 ຄອບຄົວ, ມີ​ພົນລະ​ເມືອງ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 2.752 ຄົນ . ນອກ​ນັ້ນປ່ອຍ​ທຶນ​ລ້ຽງງົວ ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ ທີ່​ມີ​ ຜົນງານ ​ຕໍ່​ການ​ປະຕິວັດ 12 ຄອບຄົວ ​ໃນ​ມູນ​ຄ່າ 60 ລ້ານ​ກີບ, ປຸກລະດົມ​ເມື​ອງ ລະ​ມາມ​ສ້າງ​ ກອງ​ທຶນ ພັດທະນາ​ບ້ານ​ຂອງ​ຕົນ​ໄດ້ 5 ບ້ານ ມີ​ທຶນ​ແລ້ວ 400 ລ້ານ​ກີບ ,​ໂດຍ​ແມ່ນ​ສະຫະ ພັນແມ່ຍິງ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ.
ນອກ​ນີ້ຍັງ​ປະຕິ​ບັດ​ການ​ມອບ​ດິນ-​ມອບ​ປ່າ​ ໃຫ້​ແກ່​ປະຊາຊົນ​ຄຸ້ມ​ຄອງ ນຳ​ໃຊ້​ສຳ​ເລັດ​ແລ້ວ 151 ບ້ານ. ນອກ​ນັ້ນ​ທະນາຄານ ສົ່ງ ​ເສີມ​ກະສິກຳ ຍັງ​ໄດ້​ປ່ອຍ​ເງິນໃຫ້​ແກ່​ປະຊາຊົນ ທຳ​ການ​ຜະລິດ​ເປັນ​ສິນຄ້າ​ເຖິງ 6 ຕື້ກວ່າ​ກີບ, ການ​ປູກ​ຕົ້ນ​ໄມ້​ອຸດສາ ຫະກຳ​ເປັນ​ ສິນຄ້າ​ແມ່ນ​ເລັ່ງ​ໃສ່​ເຂດ​ເມືອງ​ທ່າ​ແຕງ​ ປູກ​ຢາງພາລາ ສາມາດ​ປູກ​ສຳ​ເລັດ​ແລ້ວ 3.582 ​ເຮັກຕາ, ປູກ​ຫມາກ​ ກະ​ຈຽບຂຸມ 150 ເຮັກ ຕາ, ສາມາດ​ຂາຍ​ສົ່ງ​ອອກ​ຕ່າງ​ປະ​ເທດ​ປີ​ລະ 60 ໂຕນ ດ້ວຍ​ການ​ລົງທຶນ​ຂອງ​ຕ່າງ ປະ​ເທດ.
ຜ່ານ​ຂະ​ບວນການ​ພັດທະນາ​ແລະ ​ປະຕິ​ບັດ​ໂຄງການ​ລົບ​ລ້າງ​ຄວາມທຸກ​ຍາກ​ອອກ​ຈາກ​ປະຊາຊົນ​ລາວ ​ແຂວງ​ເຊກອງ ມັນ​ໄດ້​ ເຮັດ​ ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ, ທ້ອງ​ຖິ່ນ​ໄດ້​ມີ​ຄວາມ​ສະຫງົບ​ແລ​ະ ຍຸຕິ​ທຳ ຂະ​ບວນການ ​ຜະລິ​ດ​ ເປັນ​ສິນຄ້າ ​ໄດ້​ມີ​ ການ ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ຂອງ​ຫລາຍ​ບ້ານ​ຫລາ​ຍຄອບຄົວ ​ໄດ້​ກາຍ​ເປັນ​ຕົວ​ແບບ​ເຊັ່ນວ່າ ຄອບຄົວ ຜະລິດ​ເຂົ້າ​ເປັນ​ສິນຄ້າ , ຄອບ ຄົວ​ຜະ​ລິດ​ ກາ​ເຟ, ຄອບຄົວ​ຜະລິດ​ພືດ​ຜັກ, ຄອບ ຄົວ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ 100%. ສິ່ງ​ທີ່​ພົ້ນ​ເດັ່ນ ຄື ປະຊາຊົນ​ເມືອງ ດາກຈຶງ ປະຕິບັດ​ກອງ​ທຶນ​ລ້ຽງງົວ ສາມາດ​ແກ້​ໄຂ​ຄວາມ​ທຸກ​ຍາກ​ໄດ້​ຍ້ອນ​ມີ​ລາຍ​ໄດ້​ຈາກ​ ການ ຂາຍ​ງົວ ​ແລະ ​ໂຄງການປູກ​ ມອນ ​ລ້ຽງ​ ມ້ອນ ຈາກ​ໂຄງການ​ຊ່ວຍ​ເຫລືອ​ລ້າ ຂອງ​ປະ​ເທດ​ຝຣັ່ງຢູ່​ເມືອງ​ທ່າ​ແຕງ./.

ບໍລິ​ຄຳ​ໄຊ ສືບຕໍ່​ສ້າງ​ບ້ານ​ພັດທະນາ

* ປະຕິບັດ​ຕາມ​ມະຕິ​ເລກທີ 196 ຂອງ​ຄະນະ​ປະຈຳ​ພັກ​ແຂວງ ວ່າ​ດ້ວຍ​ການ​ສືບ ຕໍ່​ຫັນ​ລົງ​ຮາກ​ ຖານ​ພັດທະນາ​ຊົນນະບົດ, ນຳພາ​ ປະຊາ ຊົນ​ສ້າງ​ບ້ານ ແລະ ​ກຸ່ມ​ບ້ານພັດທະນາ​ຕາມ​ຄຳ​ສັ່ງ ເລກທີ 09 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ຄຳ​ສັ່ງ​ເພີ່ມ​ເຕີມ ​ເລກທີ 13 ຂອງ​ ນາຍົກລັດຖະມົນ ແລະ​ ຄຳສັ່ງ​ແນະນຳ​ເລກທີ 034 ຂອງ​ແຂວງ​ບໍລິ​ຄຳ​ໄຊ​ໃຫ້​ໄດ້​ຮັບ​ຜົນ​ດີ, ​ໃນ​ໄລຍະ 6 ເດືອນ​ ຕົ້ນ​ປີນີ້, ວຽກ​ ງານ ​ກໍ່ສ້າງ​ຮາກ​ຖານ, ພັດທະນາ​ຊົນນະບົດ​ຮອບດ້ານ​ຂອງ​ແຂ​ວງບໍລິ​ຄຳ​ໄຊ​ໄດ້​ດຳ​ເນີນ​ຢູ່​ໃນ 39 ກຸ່ມ​ບ​້ານພັດທະ ນາ, ທົ່ວ​ແຂວງ ​ສຳລັບ 3 ເມືອງ​ທີ່​ພົ້ນ​ທຸກ​ແລ້ວ ​ແມ່ນ​ມອບ​ໃຫ້​ເມືອງ​ເປັນ​ເຈົ້າ​ການ, ຂະນະ​ທີ່​ພະນັກງານ​ ແຂວງ​ໄດ້​ສຸມ​ໃສ່​ລົງ​ໄປ​ ເມືອງ​ທີ່​ທຸກ​ຍາກ ​ແລະ ຈຸດ​ສຸມ​ຂອງ​ແຂວງ ວຽກ​ງານ​ຮາກ​ຖານ​ຕົ້ນຕໍ​ທີ່​ໄດ້​ຈັດຕັ້ງປະຕິບັດ​ໃນ​ຮອບ​ທີ 1 ແລະ​ຮອບ​ທີ່ 2 ນີ້ ປະ ກອບ​ມີ​ວຽກ​ງານ​ສຶກ ສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ​ໂດຍ​ການ​ນຳ​ເອົາ​ຄຳ​ສັ່ງ 09/ນຍ, ຄຳ​ສັ່ງ 15/ຂບຊ, ຄຳ​ສັ່ງ 17/ ຂບຊ, ຄຳ​ ສັ່ງ 18/ ຂບຊ ​ແລະ ບັນ ດາ​ເອກະສານ​ອື່ນໆ ລົງ​ໄປ​ເຜີ​ຍ​ແຜ່​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ດ້ວຍ​ວິທີ​ການ​ອະທິບາຍ, ຊີ້​ແຈງ​ແລະ​ ສົນທະ ນາ ສ່ວນ​ວຽກ​ງານ​ ປ້ອງ​ກັນ ຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ຕົ້ນຕໍ​ແມ່ນ​ການ​ກວດກາ​ຄືນ​ບັນດາ​ການຈັດຕັ້ງກຳລັງ ປກສ-ກອງ​ ຫຼອນ​ ບ້ານ, ທັງ​ສືບຕໍ່​ບຳລຸງ ​ພາລະ ​ບົດບາດ​ສິດ​ໜ້າ​ທີ່ ເພື່ອ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ການ​ຄຸ້ມ​ຄອງ​ສຳມະ​ໂນ​ຄົວ ລວມທັງ​ ແກ້​ໄຂ​ບັນ ດາ​ ປະກົດ​ການ​ຫຍໍ້​ທໍ້, ການ​ປັບປຸງ​ ກົດ​ ລະບຽບ​ບ້ານ, ສ້າງ​ບ້ານ​ປອດ​ຄະດີ ແລະ ​ອື່ນໆ. ສາມາດ​ເຮັດ​ໃຫ້​ກຸ່ມ​ບ້ານ​ ມີ​ຄວາມ​ສະ ຫງົບ​ ຮອບ ດ້ານ ແລະ​ ມີ​ຄວາມ​ໜັກ ​ແໜ້ນ; ວຽກ​ງາ​ນສ້າ​ງບ້ານພັດທະນາ ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ລົງ​ກວດ ກາ ​ແລະ​ຊຸກ​ຍູ້ແຜນ​ພັດທະ ນາ​ແລະ​ກຸ່ບ້ານ ​ເປັນຕົ້ນ​ແມ່ນ​ການ​ຊຸກ​ຍູ້ການ​ຜະລິດ​ລະ​ດູ​ແລ້ງ​ເຮັດ​ໃຫ້​ຕົວ​ເລກ​ນາ​ແຊງ​ບັນລຸ​ໄດ້ 3.700 ເຮັກຕາ, ສືບຕໍ່​ລົງ​ກວດກາ​ການ​ແກ້​ໄຂ ​ຄວາມທຸກ​ຍາກ​ໃນ 6 ເດືອນ​ຜ່ານ​ມາ​ມີ​ຄອບຄົວ​ພົ້ນ​ທຸກ​ເພີ່ມ​ຂຶ້ນ 2.484 ຄອບຄົວ ລວມ​ ເປັນ 29.854 ຄອບຄົວ​ເທົ່າ​ກັບ 70% ມີ​ບ້ານ​ພົ້ນ​ທຸກ​ເພີ່ມ​ຂຶ້ນ 7 ບ້ານ​ລວມ​ເປັນ 219 ບ້ານ​ເທົ່າ​ກັບ 66,76%, ມີ​ກຸ່ມ​ບ້ານ ​ພົ້ນ​ທຸກ 17 ກຸ່ມ​ບ້ານ​ເທົ່າ​ກັບ 44% ​ແລະ ​ມີ​ເມືອງ​ພົ້ນ​ທຸ​ກ​ແລ້ວ 3 ເມືອງ.
ວຽກ​ງານ​ການ​ນຳ ​ແລະ ​ຄຸມ​ຄອງ​ພະນັກງານ​ຮາກ​ຖານ​ໃນ​ການ​ລົງ​ກໍ່ ສ້າງ​ຮາກ​ຖານ​ຊຸດ​ນີ້ປະກອບ​ມີ​ກຳລັງ​ພະນັກງານ​ທັງ​ໝົດ 365 ສະຫາຍ, ພະນັກງານ​ແຂວງ 47 ສະຫາຍ, ພະ ນັກງານ​ເມືອງ 141 ສະຫາຍ, ຄະນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ 152 ສະຫາຍ​ແລະ ​ອາ ສາ​ສະມັກ 26 ສະຫາຍ. ຜ່ານ​ການ​ລົງ​ຮາກ​ຖານ 6 ເດືອນ​ຜ່ານ​ມາ​ຫລາຍ​ບ່ອນ​ຫລາຍ​ກຸ່ມ​ບ້ານ ໄດ້​ຕີ​ລາ ຄາ ​ວ່າ​ ຮູບ​ແບບ​ເອົາ ​ພະນັກງານ​ບ້ານ​ຮ່ວມ​ວຽກ​ຮາກ​ຖານ​ແມ່ນ​ໄດ້ຣັບຜົນ​ດີ, ພະນັກງານ​ຫລາຍ​ສະຫາຍ ​ໄດ້​ມີ​ຄວາມ​ເຕີບ​ໃຫຍ່​ ຂຶ້ນ​ໃນ​ຂະ​ບວນການ​ ຕົວ​ ຈິງ ​ເຊິ່ງລົງ​ສູ່​ຮາກ​ຖານ​ພັດທະນາ​ຊົນນະບົດ​ແມ່ນ​ການ​ສ້າງ​ບ້ານ​ພັດທະ ນາ​ນັ້ນ​ເອງ ​ເຊິ່ງກ່ອນ ​ອື່ນ​ໝົດ​ ຕ້ອງ ​ເອົາ​ໃຈ​ໃສ່​ສ້າງ​ ບ້ານ​ຈຸດ ​ສຸມ​ຕົວ​ແບບ​ດ້ານ​ການ​ພັດທະນາ ​ໃຫ້​ເກີດ​ເປັນ​ຕົນ​ເປັນ​ໂຕ​ຂຶ້ນສາກ່ອນ ເພື່ອ​ເປັນ​ແບບ ຢ່າງ​ສຳ ລັບ​ການ​ສືບຕໍ່​ຜັນ​ຂະ ຫຍາຍ​ໄປ​ສູ່​ ບ້ານ​ອື່ນ, ບ້ານ​ຈຸດ​ສຸມ​ຕົວ​ແບບ ດ້ານ​ການ​ພັດທະນາ ຕ້ອງ​ສ້າງ​ຢູ່​ບ່ອນ​ທີ່​ມີ​ເງື່ອນ​ໄຂ​ສະດວກ ​ແລະ​ມີ​ທ່າ​ແຮງ, ຕ້ອງ​ດຳ​ເນີນ​ໄປ​ຢ່າງ ຮອບດ້ານ​ໃນ​ຈຸດ​ສຸມ​ໃຈກາງ ກໍ​ຍັງ​ແມ່ນ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ກຳ ນົດ​ບ້ານ ​ຈຸດ​ສຸມ​ຕົວ​ແບບ​ດ້ານ​ການ​ພັດທະນາ, ຕ້ອງ​ ຕິດ​ ພັນ​ກັບ ​ການ​ສ້າງ​ໂຄງການ​ພັດທະນາ​ຂອງ​ບ້ານນັ້ນໆ ໂດຍ​ກຳ ນົດ​ໜ້າ​ວຽກ, ຕຳ​ແໜ່​ງງານ​ໃຫ້​ລະ ອຽດ ​ເພື່ອ​ຈັດ​ສົ່ງ​ພະ ນັກ ງານ​ກ່ຽວ ຂ້ອງ​ໄປ​ຮັບຜິດຊອບ, ການ​ຫັນ​ເອົາ​ພະ ນັກງານ​ລົງ​ ກໍ່ສ້າງ​ຮາກ​ ຖານ​ຕ້ອງ​ ຫັນ​ລົງຕາມ​ວຽກທີ່​ກຳນົດ​ໃນ​ແບບ​ລວມ ຂອງ ​ການ ​ສ າງ​ບ້ານ ແລະ​ກຸ່ມ​ບ້ານ​ພັດທະນາ ກ່ອນ​ອື່ນແມ່ນ​ບ້ານ​ ຈຸດ​ສຸມ​ຕົວ​ແບບ ​ດ້ານ​ການ​ພັດທະນາ ຈຶ່ງ​ຖື​ໄດ້​ວ່າ​ເປັນ​ ການ​ລົງ​ຮາກ​ ທີ່​ ຖືກ​ທິດ.

ເຮັດແທ້ທຳຈິງ ຈຶ່ງພົ້ນທຸກ

*ກາ​ນສ້າງ​ເສດຖະກິດ​ຄອບຄົວ​ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ຍາກ​ຖ້າ​ຫາກ​ພວກ​ເຮົາ​ມີ​ຄວາມ​ດຸ​ໝັ່ນ​ມີ​ຄວາມ​ຕັດສິນ​ໃຈ,ດັ່ງຄອບຄົວ​ຂອງ​ລຸງ​ລື​ໄຊ ທໍ່ ອາຍຸ 59 ປີ ເປັນ​ຊົນ​ເຜົ່າ​ມົ້ງ ຢູ່​ບ້ານ ຫ້ວຍ​ຊຳ​ອໍ້ ເມືອງ​ໄຊ​ຍະ​ບູລີ. ລຸງ​ໄດ້ເວົ້າ​ສູ່​ຟັງ​ວ່າ: ຄອບຄົວ​ຂອງ​ລຸງ​ເອງ ມີ​ທັງ​ໝົດ 17 ຄົນ, ຍິງ 9 ຄົນ; ​ໃນ​ນີ້​ແຮງ​ງານ​ຕົ້ນຕໍ 7 ຄົນ,​ເມື່ອ ​ປີ 2003 ຄອບຄົວ​ຂອງ​ລຸງ​ແມ່ນ​ຍຶດຖື​ອາຊີບ ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ເປັນ​ຕົ້ນຕໍ ແລະ ​ແຕ່ລະ​ ປີ​ປູກ 2 ເຮັກ ຕາ,​ ແຕ່​ຜົນ​ຜະລິດ​ພຽງ​ແຕ່ 2 ໂຕນ ສະ​ເລ່ຍ​ເຂົ້າ​ກິນ​ພາຍ​ໃນ​ຄອບຄົວ​ໄດ້ 156 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ, ຊ້ຳ ບໍ່​ຫນຳ ລຸງ​ລື​ໄຊ ທໍ່ ຍັງ​ເປັນ​ຄົນ​ກິນ​ຝິ່ນ ທັງ​ເຮັດ​ສວນ​ຢາຝິ່ນ​ອີກ​ມັນ​ຈຶ່ງ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ຂາດ​ເຂີນ, ​ເຮືອນ​ຢູ່​ກໍ່​ບໍ່​ຖາວອນ, ລູກ​ເຕົ້າ​ກໍ່​ບໍ່​ໄດ້​ເຂົ້າ​ ໂຮງ ຮຽນ ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ​ເນື່ອງ​ຈາກ​ວ່າ ​ແຕ່​ລະມື້ລູກ​ໄດ້​ອອກ​ໄປ​ເຮັດ​ວຽກ​ຮັບຈ້າງ​ເປັນ​ລາຍ​ວັນ​ເພື່ອ​ມາ​ລ້ຽງຊີບ. ດ້ວຍ​ຄວາມ ​ເປັນ ​ຫ່ວງ​ ເປັນໄຍ ຂອງ​ພັກ-ລັດ ເວົ້າ​ລວມ​ເວົ້າ​ສະ​ເພາະ​ກໍ່​ຄື​ອຳນາດ​ ການ​ປົກຄອງ​ເມືອງ​ໄຊ​ຍະ​ບູລີ ຈຶ່ງ​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ ສ້າງ ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຮອບດ້ານ, ​ໂດຍ​ໄດ​້ນຳ​ເອົາ​ບົດຮຽນ​ແ​ລະ ​ເອກ​ະສານ​ຕ່າງໆ ລົງ​ເຜີຍ​ແຜ່​ເປັນ​ຕົ້ນ​ແມ່ນ​ ຄຳ​ສັ່ ງ​ ແນະນຳ ​ເລກທີ 09 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ​ຄຳ​ສັ່ງ​ແນະນຳ​ເລກທີ 073 ຂອງ​ຄະນະ​ປະຈຳ​ພັກ​ແຂວງ ວ່າ​ດ້ວຍ​ການ​ສ້າງ ​ບ້ານ ​ແລະ​ກຸ່ມ​ບ້ານ​ພັດທະນາ​ຕິດ​ພັນ​ກັບ​ການ​ລຶບລ້າງ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ ພ້ອມ​ກັນ​ນັ້ນ ທາງ​ເມືອງ​ໄຊ​ຍະ​ບູລີ ກໍ່​ໄດ້ ຈັດ​ຕັ້ງ​ພະນັກງານ ລົງ​ຊີ້ນຳໆ​ພາ​ແນະນຳ​ທາງ​ດ້ານ​ວິຊາ​ການ​ທັງ​ໃຫ້​ເຫັນ​ໄດ​້ຜົນ​ເສຍ​ຂອງ​ການ​ເຮັດ​ໄຮ່​ປູກ​ເຂົ້າ ​ແລະ ​ຜົນ​ຮ້າຍ ​ຂອງ​ຢາ ​ເສບ​ຕິດ ​ເພາະ​ຢາເສບ​ຕິດ​ມັນ​ບໍ່​ໄດ້​ຊ່ວຍ​ຫຍັງ​ມີ​ແຕ່​ເຮັດ​ໃຫ້​ເຮົາ​ແລະ​ຄອບຄົວ​ມີ​ຄວາມ​ທຸກຍາກຂາດ​ເຂີນ,​ ເຮັດ​ໃຫ້​ຄອບຄົວ​ບໍ່​ມີ​ຄວາມ ​ສະຫງົບ, ​ເມື່ອ​ເຫັນ​ແນວ​ນັ້ນ ລຸງ​ລື​ໄຊ ທໍ່ ຈຶ່ງ​ໄດ້​ຕັດສິນ​ໃຈ​ອອກ​ຢາ​ຝິ່ນ​ດ້ວຍ​ຕົນ​ເອງ​ທັງ​ຢຸດຕິ​ດການ​ຖາງ​ປ່າ​ເຮັດ​ໄຮ່ ຢ່າງ​ສິ້ນ​ເຊີງ.
ພາຍ​ຫລັງ​ໄດ້​ອອກ​ຢາຝິ່ນ​ແລ້ວ ​ໃນ​ປີ 2004 ລຸງ​ຈຶ່ງ​ໄດ້​ເລີ່​ມນຳພາ​ຄອບຄົວ​ເຂົ້າ​ສູ່​ການ​ຜະລິດ​ປູກ​ພືດ​ເປັນ​ສິນຄ້າ ເຊັ່ນ: ໝາກ​ເດືອຍ, ໝາກ​ງ​າ​ແລະ​ສາລີ ຈຳນວນ​ຫນຶ່ງ.​ນອກຈາກ​ປູກ​ພື​ດ​ແລ້ວ ຍັງ​ໄດ້ ລ້ຽງ​ງົວ 6 ໂຕ, ໝູ 15 ໂຕ ​ແລະ ສັດປີກ​ ອີກ​ຈຳນວນ​ຫນຶ່ງ ​ໃນ​ແຕ່ລະ ​ປີ​ລາຍ​ຮັບ​ກໍ່​ພຽງ​ແຕ່​ກຸ້ມ​ຢູ່​ກຸ້ມ​ກິນ. ມາ​ໃນ​ປີ 2007 ຄອບຄົວ​ຂອງ​ລຸງ​ລື​ໄຊ ທໍ່ ຈຶ່ງ​ໄດ້​ກູ້​ຢືມ ​ເງິນ​ຈຳນວນ 40 ລ້ານ​ກວ່າ​ກີບ ຈາກ​ບໍລິສັດ ​ເພື່ອ​ມາ​ລົງທຶນ​ຊື້​ແນວ​ພັນ​ສາລີ, ຈ້າງ​ລົດໄຖ​ສວນ ສາລີ ສະ​ເພາະ​ປີ 2007 ຄອບຄົວ​ຂອງ​ລຸງ​ມີ​ເນື້ອທີ່ 13 ເຮັກຕາ ກວ່າ, ໝົດ​ແນວ​ປູກ 238 ກິ​ໂລ ແລະ​ຜົນໄດ້​ຮັບ 83 ໂຕນ ​ເຊິ່ງ​ເອົາ​ອອກ​ຂາຍ​ໃນ​ກິ​ໂລ​ 1.000 ກີບ ​ໄດ​້​ເປັນ​ເງິນ​ທັງ​ໝົດ 83.000.000 ກີບ.
ຈາກ​ຄອບຄົວ​ທີ່​ທຸກ​ຍາກ​ໃນ​ເມື່ອ​ກ່ອນ ມາ​ຮອດ​ປະຈຸ​ບັນ​ໄດ້​ກາຍ​ເປັນ​ຄອບຄົວ​ ທີ່​ພົ້ນ​ທຸກ​ມີ​ເຮືອ​ນຖາວອນ ​ຢູ່ 2 ຫລັງ , ມີ​ ເຄື່ອງ​ໃຊ້​ ພາຍ​ໃນ​ຄອບ ຄົວ, ມີ​ເງິນ​ສົ່ງ​ລູກ​ເຂົ້າ​ໂຮງຮຽນ​ແລະ ​ໃນ​ປີ 2008 ຄອບຄົວ​ຂອງ​ລຸງ​ລື​ໄຊ ທໍ່ ຍັງ​ສືບຕໍ່​ປູ​ກສາລີ​ ຕື່ມ​ອີກ​ໃນ ​ເນື້ອທີ່ 13 ເຮັກຕາກວ່າ ​ແລະ​ ລົງ ທຶນ​ແລ້ວ 40 ລ້ານກວ່າ​ກີບ ຄາດ​ວ່າ​ຜົນ​ຜະລິດ​ກໍ່ຈະ​ຢູ່​ໃນ​ລະດັບ​ໃນ​ປີຜ່ານມາ./.

ການ​ແກ້​ໄຂ​ຄວາມທຸກ​ຍາກ​ແຂວງ​ສະຫວັນະ​ເຂດພວມ​ມີບັນຍາກາດ​ໃຫມ່​ທີ່​ສົດ​​ໃສ

*ຫລາຍ​ປີ​ຜ່ານ​ມາ , ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ສະ​ຫວັນ​ນະ​ເຂດ ບໍ່​ພຽງ​ແຕ່​ໂດດ​ເດັ່ນ​ຮູ້​ນຳ​ໃຊ້​ທ່າ​ແຮງ ທາງ​ດ້ານ​ທຳ​ມະ​ຊາດ​ ອັນ ​ບົ່ມ ​ຊອນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມແລ້ວ, ຄວາມ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂດຍ​ສະ​ເພາະ​ການ​ຫຍິບ​ຖັກ​ປັກ ແສ່ວ, ຕ່ຳ​ ຫູກ​ທໍໄໝ, ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ​ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ຄອບ​ຄົວ​ໃຫ້​ດີ​ຂຶ້ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜນ​ການ ​ລຶບ ​ລ້າງ​ຄວາມ​ທຸກ​ຍາກ ຂອງ​ແຂວງ ກໍ​ຄື​ຂອງ​ພັກ-​ລັດ​ຖະ​ບານ​ວາງ​ອອກ ກໍ​ເຮັດ​ໄດ້ເປັນ​ຢ່າງ​ດີ.
​ ເວົ້າ​ສະ​ເພາະ​ໃນ​ສົກ​ປີ 2005 ​ມີ​ຕົວ​ເລກ​ຄອບ​ຄົວ​ທຸກ​ຍາກ ທັງ​ໝົດ 126.000 ຄອບ​ຄົວ​ມາ​ຮອດ ທ້າຍ​ປີ 2007 ຫາ ຕົ້ນ​ປີ 2008 ​ຍັງເຫລືອ​ ພ ຽງ​ແຕ່ 17.000 ຄອບ​ຄົວ.
ກ່ຽວ​ກັບ​ບົດ​ຮຽນ ແລະ ບາດ​ກ້າວ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ຢູ່​ແຂວງ​ສະ​ຫວັ​ນະ​ເຂດນັ້ນ; ​ທ່ານ ວິ​ໄລ​ວັນ ພົມ​ເຂ ເຈົ້າ​ແຂວງ​ດັ່ງກ່າວ ໄດ້​ເປີດ​ເຜີຍ​ໃຫ້​ ສື່ມວ​ນຊົນພວກ​ເຮົາ​ຊາບ​ວ່າເມື່ອ​ວັນ​ທີ່ 30 ພຶດສະພາ ຜ່ານ​ມານີ້ວ່າ : ຄື​ບັນ​ດາ​ທ່ານ​ໄດ້​ຮັບ​ ຊາບ​ແລ້ວ​ວ່າ​ມະ​ຕິ​ຄັ້ງ​ທີ VIII ຂອງ​ສູນ​ກາງ​ພັກ ແລະ ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ກໍ​ໄດ້​ກຳ​ນົດ​ເປັນ​ຫລາຍໆ​ ໂຄງ​ການ​ໃນ​ນັ້ນ​ໂຄງ​ ການ​ບຸລິ​ມະ​ສິດ​ ຕ້ອງ​ເຮັດ​ໃຫ້​ໄດ້​ໃນ​ປີ 2010 ນີ້ ແມ່ນ​ຕ້ອງ​ໃຫ້​ປະ​ເທດ​ຊາດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ​ ໃຫ້​ໄດ້​ໂດຍ​ພື້ນ​ຖານ ຮອດ​ປີ 2020 ຕ້ອງ​ນຳ​ພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາ​ວະ​ດ້ອຍ​ພັດ​ທະ​ນາ. ສຳ​ລັບ​ແຂວງ​ສະ​ຫວັນ​ນະ​ເຂດ ພວກ​ເຮົາ​ແມ່ນ​ພວມ​ສືບ ​ຕໍ່​ ເລັ່ງ​ ປະ​ຕິ​ບັດ ມະ​ຕິ​ດັ່ງ​ກ່າວ ກໍ​ຄື​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ ອຳ​ນາດ​ການ​ປົກ​ຄອງ​ຂອງ​ແຂວງ​ກໍ່​ໄດ້​ສ້າງ​ເປັນ 9 ແຜນ ​ງານ​ໃຫຍ່ ແລະ 196 ໂຄງ​ການ; ໃນ​ນັ້ນ​ໂຄງ​ການ​ບຸລິ​ມະ​ສິດ​ທີ່​ຈະ​ຕ້ອງ​ ເຮັດ​ໃຫ້​ໄດ້​ຢ່າງ​ເດັດ​ຂາດ ແມ່ນ​ໂຄງ​ການ​ຫລຸດ​ ຜ່ອນ ​ຄວາມ​ທຸກ​ຍາກ ໄປພ້ອມ​ໆ​ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.
ຕາມ​ຄວາມ​ຈິງ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ກ່ອນກ​ອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ່ VIII ກໍ່​ແມ່ນເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ກັນ​ມາ​ແລ້ວ, ແຕ່​ວ່າ​ມີ​ລັກ​ ສະ ​ນະ​ ເລັ່ງ​ລັດ ແລະ ເຮັດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ນັບ​ແຕ່ ສົກ​ປີ 2005. ມາ​ຮອດ​ປະ​ຈຸ​ບັນ ແຂວງ​ພວກ​ເຮົາ​ກຳນົດ​ວຽກ​ນີ້​ເປັນ ບຸລິ​ມະ​ສິດ . ແຂວງ​ສະ​ຫວັນ​ນະ​ເຂດ​ເປັນ​ແຂວງ​ໃຫຍ່, ມີ​ພົນ​ລະ​ເມືອງ​ຫລາຍ ລວມ​ທັງ​ໝົດ ມີ 1.012 ບ້ານ, ​ມີ 15 ຕົວ​ເມືອງ. ພົນ​ລະ​ເມືອງ​ທັງ ​ໝົດ​ປະ​ກອບ​ມີ 843.000 ຄົນ (ສະ​ຖິ​ຕິ​ປີ 2005 ) ອັດ​ຕາຄອບ​ຄົວ​ທຸກ​ຍາກ ກວມ​ເກືອບກວ່າ 20% ຂອງ​ຈຳ​ນວນ ຄອບ​ຄົວ​ທັງ​ໝົດ.
ຜ່ານ​ການ​ດຳ​ເນີນໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ມາ​ຕັ້ງ​ແຕ່​ປີ 2000; ​ແຂວງ​ສະຫວັນ​ນະ​ເຂດ​ສາ​ມາດ​ບັນ​ລຸ​ໄດ້​ໝາກ​ຜົນ ​ ດີ​ສົ​ມ ​ຄວນ​ແລະ ​ນັບ​ແຕ່​ປີ 2005 ມາ​ເຖິງ​ປະ​ຈຸ​ບັນ​ນີ້ ຕາມ​ການ​ສະ​ຫລຸບ​ເບື້ອງ​ຕົ້ນ ເອີ້ນ​ວ່າ​ກວດ​ກາ​ຕົວ​ເລກ ທ້າຍ​ປີ 2007 ຫາ ຕົ້ນ​ປີ 2008 ພວກ​ເຮົາ​ຍັງ 17.000 ຄອບ​ຄົວທຸກ​ຍາກ. ຖ້າທຽບ​ໃສ່​ໂຄງ​ການ ແລະ ວິ​ທີ​ການ​ດຳ​ເນີນ​ໃນ​ໄລ​ຍະ​ຜ່ານ​ມາ ​ໄລ​ຍະ 2005-​2006 ເຮັດ​ໃຫ້​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ໄວ ຂຶ້ນ, ນີ້​ແມ່ນ​ບາດ​ກ້າວ​ທີ່​ໜ້າ​ຊື່ນ​ຊົມ. ເພື່ອເຮັດ​ໃຫ້​ຕົວ​ເລກ​ຄາດ​ໝາຍ ຈ​ະ​ສູ້​ຊົນ​ ໃຫ້​ ມັນ​ໄດ້​ໃນ​ປີ 2010 ນັ້ນ; ທ່ານ ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ​ໃຫ້​ຮູ້​ວ່າ: ສຳລັບ​ຄອບຄົວ​ທຸກ​ຍາກ​ທີ່​ຍັງ​ເຫລືອ 17.000 ຄອບຄົວນັ້ນ ​ພວກ​ເຮົາ​ກໍ່​ຈະ​ໄດ້​ສືບ​ຕໍ່​ຢ່າງ​ຕັ້ງ​ໜ້າ​ແກ້​ໄຂ​ຕໍ່​ໄປ ເຊິ່ງ​ມາ​ຮອດ​ປະ​ຈຸ​ບັນ​ພວກ​ເຮົາ​ສຸມໃສ່ 4 ຕົວ​ເມືອງທຸກ​ຍາກ ທີ່​ຢູ່​ໃນຕົວ​ເມືອງ ​ສະ​ຖິ​ຕິ​ ຂອງລັດ​ຖະ​ບານ​, ແຕ່​ບັນ​ດາ​ເມືອງ​ດັ່ງ​ກ່າວ​ນັ້ນ ມາ​ຮອດ​ປະ​ຈຸ​ບັນ ຄວາມທຸກ​ຍາກ​ກໍ່​ຄ່​ອຍໆ​ຫລຸດ​ລົງ.
ໃນ​ວິ​ທີ​ການ​ກ່ອນ​ອື່ນ​ໝົດ ພວກ​ເຮົາ​ເຮັດ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ໄປ​ໃສ່​ເປັນຕົ້ນ ສ້າງເສັ້ນ​ທາງ, ເຮັດ​ກິດ​ຈະ​ການຈຳ​ເປັນ, ເອົາ​ໂຄງ ​ການ​ຕ່າງໆ ໄປ​ໃສ່​ບັນ​ດາ​ບ້ານ, ກຸ່ມ​ບ້ານ ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ລວມ ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ ອັນ​ທີ່​ເຂົາ​ເຈົ້າ​ເຮັດ ​ໄດ້​ເປັນ ​ຕົ້ນ​ ແມ່ນ​ການ​ຫຍິບແສ່ວ, ການ​ຈັກ​ສານ, ການ​ປູກ​ຝັງ​ລ້ຽງ​ສັດ ​ແລະ ອື່ນໆ. ອັນ​ນີ້​ພວກ​ເຮົາ​ເຫັນ​ ວ່າ​ຈະ ເປັນທາງ​ອອກ​ທີ່​ດີ ແຕ່​ລະ​ ບ້ານ​ມີ​ກອງ​ທຶນ​ບ້ານ ສົມ​ທົບ​ລັດ​ກັບ​ປະ​ຊາ​ຊົນ ຈຶ່ງ​ເຮັດ​ໃຫ້​ການ​ແກ້​ໄຂ ​ຄວາມ​ທຸກ​ຍາກ​ ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ບັນ​ລຸ​ໝາກ​ຜົນ​ໃນ ​ທິດ​ ທາງ​ດີ ຄື​ທີ່​ກ່າວ​ມາເບື້ອງຕົ້ນ.
ເຈົ້າ​ແຂວງ​ສະ​ຫວັນນະ​ເຂດ ກ່າວ​ວ່າ : ທ່າ​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ​ແຂວງສະຫວັນ​ນະ​ເຂດ​ແມ່ນ​ໄດ້​ກຳ​ນົດ ເປັນ 3 ທ່າ​ ແຮງ ​ໃຫຍ່ ຊຶ່ງ ອັນ​ທີ່ 1 ແມ່ນ ​ກະ​ສິ​ກຳ-​ປ່າ​ໄມ້ , ອັນ​ທີ່ 2 ແມ່ນ​ການ​ບໍ​ລິ​ການ​ທາງ​ຜ່ານ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ, ທ່າ​ແຮງ​ໃຫຍ່ອັນ​ທີ 3 ບໍ່ແຮ່ . ອັນ​ທີ່ພວກ​ເຮົາ​ປະ​ຕິ​ບັດ​ມີ​ໝາກ​ມີ​ຜົນ​ໃນ​ປະ​ຈຸ​ບັນ​ນີ້ ແມ່ນ​ບັນ​ຫາ​ການ​ກະ​ສິ​ກຳ, ການ​ປູກ, ການ​ລ້ຽງ, ການ​ຜະ​ລິດ ​ສີ​ໄມ​້ລາຍ​ມື​ຫັດ​ຖະ​ກຳ ຂອງ​ປະ​ຊາ​ຊົນ ເປັນ​ຕົ້ນ ອາດ​ຈະ​ເວົ້າ​ໄດ້​ວ່າ ສ່ວນ​ຫລວງ​ຫລາຍ​ເຂົາ​ເຈົ້າ​ໄດ້​ຂາຍເຂົ້າ, ຂາຍ​ສັດ​ລ້ຽງ ກໍ່​ສາ​ ມາດ​ບັນ​ເທົາ​ໄດ້​ຄວາມ​ທຸກ​ຍາກ, ນີ້​ແມ່ນ​ທາງ​ອອກ​ຕົ້ນ​ຕໍ​ຂອງ​ປະ​ຊາ​ຊົນ .
​ ຕໍ່​ກັບ​ຜູ້​ຢູ່​ເຂ​ດຫ່າງ​ໄກ​ສອກ​ຫລີກ ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ມີ 3-​4 ບໍ​ລິ​ເວນ​ກັນ​ດານຄື ບໍ​ລິ​ເວນ​ທີ່ 1 ແມ່ນ​ຢູ່​ທິດ​ເໜືອ​ຂອງ​ເມືອງ ວິ​ລະ​ບູ​ລີ ທີ່ມີ​ເຂດ​ຊາຍ​ແດນ​ຕິດ​ກັບ​ແຂວງກວາງ​ມິງ ສ​ສ.​ຫວຽດ​ນາມ, ທິດ​ເໜືອຂອງ​ເມືອງ​ເຊໂປນ ຕິດ​ກັບ​ຊາຍ​ແດນ​ຫວຽດ​ນາມ ແຂວງ ກວາງ​ຈີ່, ເຂດ​ເມືອງນອງ ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ມີ​ຊາຍ​ແດນ​ຕິດ​ກັບ ສ​ສ ຫວຽດ​ນາມ ແລະ ເຂດ ເມືອງ​ທ່າ​ປາງ​ ທອງ​ ຕິດ​ ກັບ​ແຂວງ​ສາ​ລ​ວັນ. ທ່າ​ນ​ເຈົ້າ​ແຂວງ ສະຫວັນ​ນະ​ເຂດ​ເວົ້າ​ວ່າ: ຈາກ​ເຫັນ​ຄວາມ​ສຳ​ຄັນ​ດັ່ງ​ກ່າວ ກ່ອນ​ອື່ນ​ໝົດ​ພວກ​ ຂ້າ​ພະ​ເຈົ້າ​ກໍ່​ ໄດ້​ ເຮັດ​ ພື້ນ​ຖານ ເຮ​ັດ​ຖະ​ໜົນ​ຫົນ​ທາງ, ມາ​ເຖິງ​ປະ​ຈຸ​ບັນ​ບັນ​ດາ​ຈຸດ​ດັ່ງ​ກ່າວ ຊຶ່ງ​ພາຍ ຫລັງ ເສັ້ນທາງ​ໄປ​ຮອດ​ແລ້ວ,​ ບັນ​ດາ​ພໍ່​ຄ້າ​ ຊາວ​ ຂາຍ ຄ່ອຍ​ທະ​ຍອຍ​ກັນ​ເອົາ​ເຄື່ອງ​ໄປ​ຄ້າ-​ຂາຍ ແລະ ແລກ​ປ່ຽນ​ກັບ​ສິ່ງ​ທີ່​ປະ​ຊາ​ຊົນ​ເຮັດ​ໄດ້ເຊັ່ນ: ແລກ​ປ່ຽນ​ສັດ, ຜະ​ລິດ​ຕະ​ພັນ​ຜ້າ-​ໄໝ ແລະ ອື່ນໆ; ​ເຮັດ​ໃຫ້​ມາ​ເຖິງ​ປະ​ຈຸ​ບັນ​ບັນ​ດາ​ບ້ານ​ເຫລົ່າ​ນັ້ນ​ມີ​ລາຍ​ໄດ້​ນັບ​ມື້​ດີ​ຂຶ້ນ.
ນັ້ນ​ແມ່ນ​ໜຶ່ງ​ໃນ​ຫລາຍ​ປັດໄຈ​ສຳ​ຄັນ ເຮັດ​ໃຫ້​ແຂວງ​ສະ​ຫວັນ​ນະ​ເຂດ​ມີ​ບັນ​ຍາ​ກາດ​ອັນ​ໃໝ່​ໃນ​ພາ​ລະ​ກິດ​ແຫ່ງ​ການ ປົກ​ປັກ​ຮັກ​ສາ-​ ພັດ​ທະ​ນາ​ປະ​ເທດ​ຊາດ ເປັນ​ຕົ້ນ​ແມ່​ນຂົງ​ເຂດ​ດ້ານຕ່າງໆ​ທາງ​ດ້ານ​ເສດ​ຖະ​ກິດ​ເພີ່ມ​ຂຶ້ນ ຈາກ​ອຶດ​ຫິວ​ໃນ ເມື່ອ​ກ່ອນ ມາ​ເຖິງ​ປະ​ຈຸ​ບັນ​ ມີ​ເຂົ້າ​ພໍ​ກິນ, ແຮໄວ້ ແລະ ຂາຍ​ເປັນ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ ຊ່ວຍ​ເຮັດ​ໃຫ້​ວຽກ​ງານລຶບ​ລ້າງ​ຄວາມ​ທຸກ​ ຍາກ ຂອງ​ແຂວງ ກໍ່​ຄື​ຂອງ​ພັກ -​ ລັດ​ຖະ​ບານ​ວາງ​ອອກບັນ​ລຸ​ໝາກ​ຜົນຈິ່ງ​ເທື່ອ​ລະ​ກ້າວ.

*ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຊາວ​ບ້ານ​ອີ່​ຕູ້​ຫລັກ 35 ເມືອງ​ປາກ​ຊ່ອງ​
ແຂວງ​ຈຳ​ປາ​ສັກ ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ

*ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຊາວ​ບ້ານ​ອີ່​ຕູ້​ຫລັກ 35 ເມືອງ​ປາກ​ຊ່ອງ​ແຂວງ​ຈຳ​ປາ​ສັກ ເຊິ່ງ​ປະ​ກອບ​ມີ 2 ຊົນ​ເຜົ່າ​ຄື: ເຜົ່າ​ລາວລຸ່ມ ແລະ ເຜົ່າ​ລະ​ເວນ, ໃນ​ນັ້ນ​ເຜົ່າ​ລາວ​ລຸ່ມ​ໄດ້​ກວມ​ເອົາ​ 97,68%. ​ອາ​ຊີບ​ຕົ້ນ​ຕໍ​ຂອງ​ປະຊາຊົນ​ບ້ານນີ້ແມ່ນ​ ປູກ​ກາ​ເຟ ແລະ ຊາ​ ສຳລັບ ຕົ້ມ​ນ້ຳ; ນອກ​ນີ້​ກໍ່​ຍັງ​ມີ​ອາ​ຊີບ​ລ້ຽງ​ສັດ ແລະ ກ້າ​ເບ້ຍ​ກາ​ເຟ​ຂາຍ​ເປັນ​ອາ​ຊີບ​ສຳ​ຮອງ​ເພື່ອ​ສ້າງ​ລາຍ​ຮັບ, ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ ສາ​ມາດ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ຢ່າງ​ສິ້ນ​ເຊີງ .
ບ້ານ​ອີ່​ຕູ້​ແມ່ນ​ອີກ​ບ້ານ​ຫນຶ່ງ​ທີ່​ນອນ​ໃນ​ກຸ່ມ​ບ້ານ​ທີ 3 ເຊິ່ງ​ຫ່າງ​ຈາກ​ເມືອງ​ປາກ​ເຊ​ປະ​ມານ 35 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ ເທ​ສະ​ບານ​ ເມືອງ​ປາກ​ຊ່ອງ 15 ກິ​ໂລ​ແມັດ, ປະ​ກອບ​ມີ 144 ຄອບ​ຄົວ, ມີ 158 ຫລັງ​ຄາ​ເຮືອນ, ມີ​ພົນ​ລະ​ເມືອງ​ທັງ​ຫມົດ 826 ຄົນ ຍິງ 376 ຄົນ. ​ບ້ານ​ ມີ​ເນື້ອ​ທີ່​​ເຮັດການ​ຜະ​ລິດ​ທັງ​ຫມົດ 269 ເຮັກ​ຕາ, ( ທຸ​ກຄອບຄົວ​ເຮັດ​ການ​ຜະ​ລິດ), ສະ​ມັດ​ຖະ​ພາບ​ໄດ້ 800 ກິ​ໂລ​ຕໍ່​ເຮັກ​ຕາ. ເນື້ອ​ທີ່​ປູກ​ຊາ​ຕົ້ມ​ນ້ຳ 54 ກວ່າ ເຮັກ​ຕາ, ມີ 28 ຄອບ​ຄົວ, ສະ​ມັດ​ຖະ​ພາບ​ສະ​ເລ່ຍ​ໄດ້ 300 ກິ​ໂລ​ຕໍ່​ເຮັກ​ຕາ, ຜົນ​ຜະ​ລິດ​ລວມ​​ ໂດຍ ​ສະ​ເລ່ຍ 384 ໂຕນ​ຕໍ່​ປີ. ນອກ​ນີ້​ກໍ່​ມີ 105 ຄອບ​ຄົວ​ໄດ້​ກ້າ​ເ ບ້ຍ​ກາ​ເຟ​ເພື່ອ​ສົ່ງ​ຂາຍ​ໃຫ້​ຊາວ​ສວນ​ໃນ​ຕົວ​ເມືອງ​ປາກ​ຊ່ອງ ເຊິ່ງ​ໃນ​ປີ​ ຫນຶ່ງ​ສາ​ມາດ​ກ້າ​ເບ້ຍ​ໄດ້ 1,5 ລ້ານ​ເບ້ຍ, ອັນ​ໄດ້​ເຮັດ​ໃຫ້​ຍອດ​ລາຍ​ຮັບ​ຕົ້ນ​ຕໍ​ພາຍ​ໃນ​ບ້ານ​ໄດ້​ປີ​ຫນຶ່ງ​ບໍ່​ຕ່ຳ​ກວ່າ 3.159 ລ້ານ​ກີບ, ສະ ​ເລ່ຍ​ລາຍ​ຮັບ​ຂອງ ​ປະ​ຊາ​ຊົນ​ພາຍ​ໃນ​ບ້ານ​ໄດ້ 1.000 ໂດ​ລາ​ສະ​ຫະ​ລັດ​ຕໍ່​ຄົນ​ຕໍ່​ປີ. ພ້ອມ​ກັນ​ນີ້​ພາຍ​ໃນ​ບ້ານກ​ໍ່ຍັງມີ​ກຸ່ມ​ ການ​ຜະ ​ລິດ​ ກາ​ເຟ​ຄຸນ​ນະ​ພາບ ເຊິ່ງ ນອນ​ໃນ​ໂຄງ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ພູ​ພຽງ​ບໍ​ລິ​ເວນ, ມີ​ສູນ​ຄົ້ນ​ຄວ້າ​ທົດ​ລອງ​ກາ​ເຟ ແລະ ເບ້ຍ​ໄມ້​ເມືອງ​ ຫນາວ ເພື່ອ​ຈຳ​ຫນ່າຍ​ໃຫ້​ປະ​ຊາ​ຊົນ​ຊາວ​ສວນ ແລະ ບໍ​ລິ​ສັດ​ທີ່​ມາ​ລົງ​ທຶນ​ຢູ່​ເມືອງ​ປາກ​ຊ່ອງ​ຕື່ມ​ອີກ. ນອກ​ຈາກ​ນີ້​ພາຍ​ໃນ ​ບ້ານ​ກໍ່​ ມີ​ ທຶນ ​ຄົງ ​ທີ່​ເຖິງ 95.496.826 ກີບ, ທຶນ​ຫມູ​ນ​ວຽນ 38.620.000 ກີບ ແລະ ທຶນ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ​ຕື່ມ​ອີກ​ຈຳ​ ນວນ ​ຫນຶ່ງ​ເພື່ອ​ແກ້​ໄຂ​ໃນ​ຍາມ​ຈຳ​ເປັນ.
ທ່ານ​ ສີ​ສະ​ຫວັດ ວິ​ລາ​ວັນ ນາຍ​ບ້ານໆ​ອີ່​ຕູ້​ ​ໃຫ້​ຮູ້​ວ່າ: ນອກ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ສາ​ພັດ​ທະ ​ນາ​ເສດ​ຖະ​ ກິດຄອບ​ຄົວ​ແລ້ວ​ພາຍ​ໃນ​ບ້ານ​ອີ່​ຕູ້​ຍັງ​ມີ​ຄວາມ​ສະ​ຫມານ​ສາ​ມັກ​ຄີ​ເປັນ​ປຶກແຜ່ນ, ມີ​ລະ​ບົບ​ການ​ຈັດ​ຕັ້ງ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ສະ ​ຫງົບ ສຸກ ທາງ​ດ້ານ​ການ​ເມືອງ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ທຳ​ການ​ຜະ​ ລິດ​ເພື່ອ​ສ້າງ​ ລາຍ​ຮັບ​ໃຫ້​ແກ່​ຄອບ​ຄົວ​ດີ​ຂຶ້ນ​ເປັນ​ກ້າວໆ./.

ໄລຍະ 5 ປີທີ່ ທລຍ ເລັ່ງແກ້ໄຂ ຄວາມທຸກຍາກບັນດາແຂວງເປົ້າຫມາຍ

*ນັບແຕ່ເລີ່ມຕົ້ນໂຄງການໃນປີ 2003 ມາເຖິງປະຈຸບັນ (ຮອບວຽນທີ 5), ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ຫລື ທລຍ ໄດ້ຈັດ ຕັ້ງປະຕິບັດ ບັນດາກິດຈະກຳທີ່ກວມເອົາຈຳ ນວນປະຊາກອນທັງຫມົດ744.140 ຄົນ, ຈັດຕັ້ງປະຕິບັດຢູ່ໃນ 1.913 ບ້ານ, ໃນ 161 ກຸ່ມບ້ານ, ພາຍໃນ 21 ເມືອງ ຂອງ 5 ແຂວງເປົ້າໝາຍ (ຫົວພັນ, ຊຽງຂວາງ, ສະຫວັນນະ ເຂດ, ສາລະ ວັນ ແລະ ຈຳປາສັກ). ຜ່ານ ການຈັດຕັ້ງປະຕິບັດຕົວຈິງ ນັບ ແຕ່ປີ 2003 ເປັນ ຕົ້ນມາ, ທລຍ ສາມາດສະໜອງ ການຊ່ວຍ ເຫລືອ ທັງຫມົດໄດ້ຈຳນວນ 2.067 ໂຄງ ການ, ໂດຍນຳໃຊ້ ງົບປະມານເຂົ້າ ໃນການຈັດຕັ້ງປະ ຕິບັດທັງຫມົດ 168 ຕື້ກີບ. ສາມາດສ້າງຜົນປະ ໂຫຍດໃຫ້ແກ່ຈຳ ນວນ ບ້ານທຸກ ຍາກ ໄດ້ທັງຫມົດຈຳນວນ 1.100 ບ້ານໃນຈຳນວນ 5 ແຂວງ.
ຕົວ​ເລກ​ດັ່ງ​ຕໍ່​ໄປ​ນີ້ ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ຜົນ​ໄດ້​ຮັບ​ທີ່ ທລຍ ​ໄດ້​ປະ ຕິ ບັດ​ໄລຍະ 5 ປີ ຊຶ່ງ​ນັບເປັນ​ຜົນສຳ​ເລັດ ​ໃນ​ການຈັດຕັ້ງຜົນ​ຂະ ຫຍາຍ​ແນວທາງ​ຂອງ​ພັກ-ລັດຖະບານ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້ ແກ່​ປະຊາຊົນ​ລາວ ບັນດາ​ເຜົ່າ ຕາມ​ເປົ້າ​ໝາຍ ​ທີ່​ໄດ້​ ກຳນົດ​ໄວ້ ເປັນຕົ້ນ: ຂະ​ແຫນ​ງການ​ສຶກສາ ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ ​ແລະ ສ້ອມ​ແປງໂຮງ ຮຽນທັງ​ໝົ້ດຈຳນວນ 418 ແຫ່ງ, ສະໜອງ​ອຸ ປະກອນ​ການ​ສຶກສາ​ໄດ້ 246 ຊຸດ, ສະໜອງ​ເບ້ຍລ້ຽງ​ຄູ ແລະ ຍົກ​ລະດັບ​ຄູ 72 ຄົນ.
ການ​ກໍ່ສ້າງ​ເສັ້ນທາງ ​ແລະ ສະ ໜອງພະລັງງານກໍ່ສ້າງ​ ​ແລະ ສ້ອມ​ແປງ​ເສັ້ນທາງ​ສຳ​ເລັດ 342 ແຫ່ງ, ກໍ່ສ້າງ ​ແລະສ້ອມ​ແປງຂົວ 62 ແຫ່ງ ຕໍ່​ໄຟຟ້າ​ເຂົ້າ​ບ້ານ 34 ບ້ານ, ໃສ່​ທໍ່​ລອດ​ທາງ 42 ​ແຫ່ງ.
ຂະ​ແໜງ​ສາທາລະນະ​ສຸກ: ກໍ່ ສ້າງ​ສຸກສາລາ​ໄດ້ 39 ແຫ່ງ, ສະ ໜອງ​ເບ້ຍລ້ຽງ ​ແລະ ຍົກ​ລະດັບ​ແພດ​ໄດ້ 31 ຄົນ, ຕອບ​ ສະ ໜອງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ (ເຄື່ອງມື​ການ​ແພດ, ກ່ອງ​ຢາ​ປະຈຳ​ບ້ານ) ໄດ້ 54 ຊຸດ , ສ້າງວິດ​ຊຶມ​ໄດ້ 32 ແຫ່ງ, ສ້າງ​ນ້ຳ​ ບາ​ດານ, ນ້ຳ ສ້າງ​ໄດ້ 522 ແຫ່ງ, ສ້າງ​ລະບົບ​ນ້ຳ​ສະອາດ​ໄດ້ 337 ແຫ່ງ.
ໂຄງ​ລ່າງ​ພື້ນຖານ​ດ້ານ​ກະສິ ກຳ: ກໍ່ສ້າງ​ຊົນລະປະທານ (​ເໝືອງ, ຝາຍ​ກັນ​ນ້ຳ, ຝາຍ​ນ້ຳ​ລົ້ນ) 121 ແຫ່ງ, ​ເຝິກອົບຮົມ​ສັດຕ​ະວະ​ແພດ 3 ຄົນ. ກິດຈະກຳ​ການ​ສ້າງ​ລາຍ​ຮັບ, ​ເຝິກອົບຮົມ ​ແລະ ການ​ປົກ​ປັກ​ຮັກ ສາ​ສິ່ງ​ແວດ​ລ້ອມ: ກິດ​ຈະ​ກຳ​ເຝິກອົບຮົມ 1.505 ຊຸດ, ສ້າງ ​ກຸ່ມ​ທ້ອນ​ເງິນ​ໄດ້ 115 ກຸ່ມ, ການ​ລ້ຽງ ສັດ​ໄດ້ 15 ບ້ານ, ປ່າ​ສະຫງວນ- ວັງ ສະ​ຫງວນ 232 ແຫ່ງ. ທ່ານ ບຸນເລີຍ ຄຳລືສີ, ກຳມະການ ສູນ ກາງແນວລາວສ້າງຊາດ ປະຈຳ ເມືອງຊຳໃຕ້, ອະດີດເຈົ້າເມືອງ ຊຳ ໃຕ້ໄດ້ມີທັດສະນະຕໍ່ການຈັດຕັ້ງ ປະ ຕິບັດໂຄງການຂອງ ທລຍ ໃນ 5 ປີ ຜ່ານມາວ່າ:ໃນເວລາທີ່ບໍ່ທັນມີ ໂຄງການ ທລຍ ມາຊ່ວຍເຫລືອ ປະຊາຊົນເມືອງຊຳໃຕ້ມີຄວາມ ຫຍຸ້ງຍາກຫລາຍ ດ້ານເປັນຕົ້ນ​ແມ່ນ ການ ໄປ ມາຫາສູ່ແມ່ນມີແຕ່ທາງ ຍ່າງ, ບໍ່ມີ ໂຮງຮຽນ, ບໍ່ມີສິ່ງທີ່ບໍລິ ການສຸຂະ ພາບ ເປັນຕົ້ນແມ່ນ ສຸກ ສາລາ, ໂຮງໝໍ,ຖົງຢາປະຈຳບ້ານ ນ້ຳລິນ.
ພາຍຫລັງທີ່ ທລຍເຂົ້າມາ ຊ່ວຍ ເຫລືອໄດ້ມີປະຖົມປັດ​ໄຈຫລາຍ ສິ່ງ ຫລາຍຢ່າງເກີດຂຶ້ນຢູ່ ເມືອງ ຊຳໃຕ້ ຄື ໄດ້ມີຫົນທາງເຂົ້າ ຫາ ບ້ານແລ້ວ 146 ບ້ານ ອັນນີ້ໄດ້ ເຮັດໃຫ້ປະ ຊາ ຊົນ ເມືອງຊຳໃຕ້ກໍ່ ຄືປະຊາຊົນ ບັນ ດາເຜົ່າສຸດທີ່ດີ ອົກດີໃຈ. ພ້ອມ​ດຽວ ​ກັນ​ກໍ່ ໄດ້ມີໂຮງ ຮຽນຫລາຍ ແຫ່ງ ເກີດຂຶ້ນຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫລີກ ເຊິ່ງ ເຮັດໃຫ້ລູກຫລານ ຂອງປະຊາຊົນ ບັນດາເຜົ່າໄດ້ ເຂົ້າ ຮ່ຳຮຽນຫລາຍຂຶ້ນ. ໄດ້ມີສຸກສາ ລາ, ໂຮງໝໍ, ຖົງຢາປະຈຳບ້ານ, ນ້ຳລິນທີ່ສະອາດ ຢູ່ເຂດຊົນນະ ບົດ ຫ່າງໄກສອກຫລີກ. ຈາກ ປັດ​ໄຈ ດັ່ງ ກ່າວນັ້ນ, ປະຊາຊົນບັນດາ ເຜົ່າ ຢູ່ ເມືອງຊຳໃຕ້ມີຄວາມພາ ກພູມໃຈ ທີ່ໄດ້ປ່ຽນຈາກສະພາບທີ່ບໍ່ມີປັດ​ໄຈ ດັ່ງ ກ່າວ ມາ ຫາມີສິ່ງ ເຫລົ່ານັ້ນ ຊຶ່ງ​ມັນໄດ້ຊຸກຍູ້ເພີ່ມທະວີໃຫ້ເຂົາເຈົ້າ ເຊື່ຶໝັ້ນຕໍ່ພັກ-ລັດ ເຊື່ອໝັ້ນແນວທາງ ລະບອບໃໝ່ ໜັກແໜ້ນຂຶ້ນຕື່ມກ້າວ ໜຶ່ງທັງເປັນການປັບປຸງອົງການ ພັກ, ອຳນາດການປົກຄອງ, ອົງ ການແນວລາວສ້າງຊາດ,ອົງ ການ ຈັດຕັ້ງມະຫາຊົນ, ສະຫະພັນແມ່ ຍິງ, ຊາວໜຸ່ມ, ກຳມະບານ, ສະ ຫະ ພັນນັກຮົບເກົ່າຢູ່ຮາກຖານໄດ້ດີ ຂຶ້ນ ກວ່າເກົ່າ. ເປັນການປັບປຸງ ຄວາມ ສາມັກຄີ ຂອງປະ ຊາ ຊົນ ບັນດາເຜົ່າ ໜັກແໜ້ນຂຶ້ນຕື່ມກ້າວໜຶ່ງ. ຈາກ ປັດ​ໄຈທີ່ດີເດັ່ນນັ້ນໃນ, ຂັ້ນຕໍ່ໄປ ຂ້າ ພະເຈົ້າ ຂໍໃຫ້ພັກ- ລັດ ກໍ່ຄື ທລຍ ສືບ ຕໍ່ ຊ່ວຍ ຊູດູແລເບິ່ງ ແຍງ ເມືອງຊຳ ໃຕ້ຕື່ມເພື່ອໃຫ້ປະຊາຊົນໄດ້ ຫລຸດ ພົ້ນອອກຈາກຄວາມທຸກຍາກ ໃນເວ ລາອັນບໍ່ ນານນີ້.
ສຳລັບປີ 2008-2009, ທລຍ ຈະ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ຮອບວຽນທີ່ 6 ຊຶ່ງແມ່ນໄລຍະສືບ ຕໍ່ຂອງ ໂຄງການໄລຍະ ໃໝ່ນັບແຕ່ ວັນທີ່1 ກໍລະກົດ 2008-30 ກັນຍາ 2011 ພາຍໃຕ້ ທຶນການສະໜັບສະ ໜູນຊ່ວຍເຫລືອລ້າຈາກທະນາ ຄານໂລກ ແລະ ອົງການຮ່ວມມື ແລະ ພັດທະນາສະວິດ (SDC) ໂດຍ ນຳໃຊ້ຈຳນວນເງິນ ລວມ ທັງ ຫມົດ 19,8 ລ້ານໂດລາສະ ຫະລັດ, ໃນ ນັ້ນ ທຶນສະໜັບສະໜູນ ຈາກ ທະ ນາຄານໂລກ 15 ລ້ານໂດລາສະຫະ ລັດ ແລະ SCD ປະກອບສ່ວນ ຈຳ ນວນ 4,8 ລ້ານ ໂດລາ ສະຫະລັດ; ທລຍ ຈະໄດ້ສຸມ ໃສ່ໃນການ ຈັດຕັ້ງ ປະຕິບັດໂຄງການ ຢູ່ໃນຈຳນວນ 19 ເມືອງ. ໃນນັ້ນ, ຈຳນວນ 14 ເມືອງ ເປັນ ເມືອງ ເກົ່າ ທີ່ ທລຍ ເລີ່ມຈັດ ຕັ້ງ ມາກ່ອນແລ້ວ, ສ່ວນ 5 ເມືອງທີ່ ເຫຼືອ ເປັນເມືອງໃຫມ່ ທີ່ຍັງບໍ່ທັນເຄີຍ ຈັດ ຕັ້ງປະຕິບັດ ກິດຈະ ກຳມາກ່ອນ. ສຳ ລັບຮອບວຽນທີ່ 6 ນີ້, ທລຍ ຈະໄດ້ ຈັດຕັ້ງປະຕິບັດຢູ່່ໃນ 6 ແຂວງເປົ້າ ຫມາຍ. ໃນນັ້ນກວມເອົາ 5 ແຂວງ ເກົ່າ(ຫົວ ພັນ, ຊຽງຂວາງ, ສະຫວັນ ນະເຂດ, ສາລະວັນ, ແລະ ຈຳປາ ສັກ) ແລະ 1 ແຂວງໃຫມ່ (ຫລວງ ນ້ຳທາ); ສຸມໃສ່ຈັດຕັ້ງປະຕິບັດ ວຽກງານ 2 ດ້ານ: (1) ການເສີມ ສ້າງຄວາມອາດສາມາດໃຫ້ແກ່ ຊຸມຊົນ ແລະ ອຳນາດການປົກ ຄອງທ້ອງຖິ່ນ (2). ຊ່ວຍໃນການ ພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການທີ່ຈຳ ເປັນໃນຂັ້ນ ພື້ນຖານໃຫ້ແກ່ຊຸມຊົນ ແລະສ້າງ ເງື່ອນໄຂໃຫ້ເຂົາເຈົ້າສາມາດ ເຂົ້າ ເຖິງການບໍລິການ ດ້ານຕ່າງໆ./.


 

   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446