ເຮັດໃຫ້ພະນັກງານ 4 ແຂວງພາກເໜືອສາມາດ ພັດທະນາສື່ ກະສິກຳ
*(ຂປລ): ພະນັກງານວິຊາການຈາກພະແນກກະສິກຳ-ປ່າໄມ້ 4 ແຂວງພາກເໜືອນຄື: ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຜົ້ງສາລີ ຈຳນວນ 20 ກວ່າຄົນ ໄດ້ຮ່ວມສຶກສາໃນການຜະລິດສື່ ເພື່ອສ້າງເປັນປື້ມ, ແຜນພັບ ແລະ ໂປຣສະເຕີ, ເປັນຕົ້ນແມ່ນຂັ້ນຕອນໃນການຜະລິດເຄື່ອງມື, ການພັດທະນາເຄື່ອງມືເພື່ອໝຸນໃຊ້ເຂົ້າໃນການຜະລິດຢ່າງພາລາ, ສຳຫລວດເກັບກຳຂໍ້ມູນການວິໄຈພະຍາດຕ່າງໆ ທີ່ເກີດຂຶ້ນໃນຕົ້ນຢ່າງພາລາ.
ພະແນກກະສິກຳປ່າໄມ້ແຂວງຫລວງນ້ຳທາໄດ້ຈັດຕັ້ງການຍົກລະດັບຄວາມຮູ້ກ່ຽວກັບວິທີການດັ່ງກ່າວ ໂດຍໄດ້ເຊີນ ວິທະຍາກອນຈາກສະຖາບັນຄົ້ນຄວ້າກະສິກຳ ໃຫ້ການແນະນຳ ສິດສອນ ແລະ ສາທິດການຜິລິດຕົວຈິງ.
ພ້ອມນີ້ສຳມະນາກອນໄດ້ລົງທົດສອບກິດຈະກຳຕ່າງໆໃນພື້ນທີ່ເປົ້າໝາຍຢ່າງພາລາແຕ່ລະປະເພດສາຍພັນໃນການຄົ້ນຄວ້າ, ສົນທະນາປຶກສາຫາລືທັງພາກທິດສະດີ ແລະ ປະຕິບັດຕົວຈິງ. ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ພະນັກງານວິຊາການກະສິກຳມີຄວາມສາມາດການພັດທະນາສື່ ແລະ ນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມກະສິກອນໂດຍສະເພາະຂະບວນການປູກຢາງພາລາໃຫ້ຖືກຕາມຫລັກວິຊາການ. ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2008 ໂດຍການສະໜັບສະໜູນຈາກໂຄງການລິບ ແຫ່ງປະເທດສະວິດ ມູນຄ່າ 21 ລ້ານກີບ./.
.
ກັບສາລະບານ |