​ ພະ​ທາດຫລວງ​ນ້ຳ​ທາ​​ເຕົ້າ​ໂຮມ​ສູນ​ລວມ​ຈິດ​ໃຈ​ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ

*
(ຂ​ປ​ລ):ເຫັນໄດ້ຄວາມສຳຄັນ ໃນການ​ສ້າງ​ພະ​ທາດ​ຫລວງ​ນ້ຳ​ທາ ຊຶ່ງຈະ​ກາຍ​ເປັນ​ສະ​ຖານ​ທີ່​ເຄົາ​ລົບ​ບູ​ຊາ, ເປັນ​ບ່ອນ ​ເຕົ້າ​ໂຮມ​ສູນ​ລວມ​ຈິດ​ໃຈ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ເປັນ​ມໍ​ລະ​ດົກ​ທາງ​ດ້ານ​ວັດ​ຖະ​ນະ​ທຳ​ຂອງ​ແຂວງ ແລະ​ຈະ​ກາຍ​ເປັນ​ບ່ອນ​ທ່ຽວ​ທ່ຽວຂອງ​ແຂວງ​ຫລວງ​ນ້ຳ​ທາ​ຕື່ມ​ອີກ ນັ້ນ, ແຂວງຫລວງນ້ຳທາ ຈຶ່ງໄດ້ຕົກລົງໃຫ້ມີໂຄງ​ການ​ກໍ່​ສ້າງ​ພະ​ທາດ​ຫລວງ​ນ້ຳ​ທາ​ ຂຶ້ນເພື່ອເປັນທີ່ສັກກະລະບູຊາ ຂອງປະຊາຊົນໂດຍໄດ້​ລົງ​ມື​ກໍ່​ສ້າງ​ແຕ່​ຕົ້ນ​ເດືອນ​ຕຸ​ລາ 2004 ມາ​ຮອດ​ປະ​ຈຸ​ບັນ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ໂດຍພື້ນ​ຖານ 96%.
​ພະ​ທາດດັ່ງ​ກ່າວ ​ມີ​ຂະ​ໜາດ 35X35 ແມັດ, ສູງ 32 ແມັດ ແລະ​ຈະ​ເລັ່ງ​ປະ​ຕິ​ບັດກໍ່​ສ້າງ​ບັນ​ດາ​ໜ້າ​ວຽກ​ ທີ່​ສຳ​ຄັນ​ເປັນ​ຕົ້ນ​ ການ​ປັບ​ໜ້າ​ດິນ​ອ້ອມ​ພະ​ທາດ, ປູ​ກະ​ໂລ​ຢູ່​ຊັ້ນ​ພື້ນ ແລະສອງ​ຖານ​ເທິງ, ຕົບ​ແຕ່ງ​ພາຍ​ໃນ​ແລະ​ພາຍນອກ ຊຶ່ງມີ​ມູນ​ຄ່າ​ການ​ກໍ່​ສ້າງທີ່​ໄດ້​ປະ​ຕິ​ບັດ​ຕົວ​ຈິງ 1 ຕື້ກວ່າ​ກີບ ແລະ​ຈະ​ໄດ້​ນຳ​ໃຊ້​ທືນ​ເພີ່ມ​ອີກ 100 ກວ່າ​ລ້ານ​ກີບ, ຈຶ່ງ​ຈະ​ສຳ​ເລັດ100%. ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ2008 ນີ້ ໂດຍໃຫ້​ທັນ​ກັບ​ການ​ສະ​ເຫລີມ​ສະ​ຫລອງ 3 ວັນ​ສຳ​ຄັນຄື:ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ​ຄົບ​ຮອບ 60 ປີ, ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຂອງ​ແຂວງແລະ​ການ​ສະ​ເຫລີມ​ສະ​ຫລອງ​ພະ​ທາດ​ຫລວງ​ນ້ຳ​ທາ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8-​10 ມັງ​ກອນ 2009 ທີ່​ຈະ​ມາ​ເຖິງ​ນີ້.
ທ່ານ ຍົງ ​ວາ​ລີ, ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ປະ​ທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກໍ່​ສ້າງພະ​ທາດ​ຫລວງ​ນ້ຳ​ທາ ໄດ້​ລາຍ​ງານ​ຄວາມ​ກືບ​ໜ້າ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ ໃນ​ວັນ​ທີ 25 ມີ​ຖຸ​ນາ2008 ນີ້, ຂະນະທີ່ ການ​ກໍ່​ສ້າງ​ພະ​ທາ​ດ​ຫລວງ​ນ້ຳ​ທາ​ແມ່ນ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ​ງົບ​ປະ​ມານ​ຂອງ​ລັດ, ອົງ​ການ​ຂອງ​ລັດ, ບັນ​ດາ​ບໍ​ລິ​ສັດ​ຕ່າງໆ, ການ​ແຜ່​ປັດ​ໄຈ​ຂອງ​ສັງ​ຄົມ, ກົມ​ກອງ, ບຸກ​ຄົນ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ທີ່​ມີ​ນ້ຳ​ໃຈ​ເຫລື້ອມ​ໃສ​ສັດ​ທາ ​ປະ​ກອບ​ສ່ວນ​ດ້ວຍ​ວັດ​ຖຸ ແລະ​ເງິນ​ຄຳ​ຈຳ​ນວນ​ໜຶ່ງ./.

 

 




 


 











ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446