ແບບ​ຈຳລອງຕອບ​ໂຕ້​ການລະບາດ​​ພະຍາດ​ໄຂ້ຫວັດ​ສັດ​ປີກ​

*(ຂປລ): ເພື່ອ​ເປັນ​ການ​ທົດ​ສອບ​ປະສິດທິພາບ, ການ​ກະກຽມ ​ແລະ ຄວາມ​ພ້ອມ​ຂອງ ທີ​ມງານ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກລະດັບ​ຕ່າງໆ, ພະນັກງານ​ວິຊາ​ການ​ທີ່​ເຮັດ​ວຽງານ ​ກ່ຽວ​ກັບ​ພະຍາດ​ໄຂ້ຫວັດ​ສັດ​ປີກ ​ເຊັ່ນ:​ ພະແນກສາທາລະນະ​ສຸກ, ກະສິກຳ-ປ່າ​ໄມ້, ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ​ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ​ຂັ້ນ​ແຂວງ ທີ່​ມາຈາກ 2 ແຂວງອຸດົມ​ໄຊ ​ແລະ ​ແຂວງ​ຜົ້ງ​ສາລີ ໄດ້ເຂົ້າ​ຮ່ວມອົບຮົມ​ການ​ຕອບ​ໂຕ້​ການລະບາດ​ຂອງພະຍາດ ໄຂ້ຫວັດສັດ​ປີກ ​ແບບຈຳລອງ ຢູ່ແຂວງ​ອຸດົມ​ໄຊ ​ໃນ​ທ້າຍ​ເດືອນ​ມິ​ຖຸນາ ຜ່ານ​ມາ.
ບັນດາສຳ​ມະ​ນາກ​ອນ​ໄດ້​ແບ່ງ​ກຸ່ມ​ລົງ​ເຮັດ​ຈຳລອງ​ການ​ຂ້າທຳລາຍສັດ​ປີກ​ຢູ່​ບ້ານ​ກິ່ວ​ລານ, ຈັດຕັ້ງ ດ່ານ​ກວດກາ, ກຸ່ມ​ເຝົ້າ​ລະວັງ, ກຸ່ມ​​ໂຄສະນາ, ກຸ່ມ​ອະນາ​ໄມ ​ແລະ ອຶ່ນໆ ເພື່ອລົງ​ເຮັດຈຳລອງ​ຄື​ແບບ​ເກີດ​ເຫດການ​ຕົວ​ຈິງ​ຢູ່ 6 ບ້ານ​ເປົ້າ​ໝາຍ ​ໃນ​ລັດສະໝີ 5 ກິ​ໂລ​ແມັດ ຈາກ​ຈຸ​ດ ເກີດ​ເຫດ 1 ກິໂລ​ແມັດ.
ຂ່າວ​ຍັງ​ແຈ້ງ​ໃຫ້​ຮູ້​ອີກ​ວ່າ: ນັກທຸລະ​ກິດ​ ແຂວງ​ຫລວງ​ພະ​ບາງ​ເຂົ້າ​ຮ່ວມ​ອົບຮົມ​ການ​ເມືອງ​-ແນວ​ຄິດ ​ໃນ​ວັນ​ທີ 1 ກໍລະກົດ 2008, ​ເຊິ່ງ​ເອກະສານ​ທີ່​ນຳ​ມາ​ອົບຮົມ​ໃນ​ຄັ້ງນີ້ປະກອບ​ມີ: ​ເອ​ກະສາ​ນຊາດ​ລາວຄົນ​ລາວ​ໃນ​ຄອບຄົວ​ໃຫຍ່​ແຫ່ງ​ຊາດ, ​ແນວທາງ​ນະ​ໂຍບາຍ​ເສດຖະກິດ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ຂອງ​ລັດ, ຖານະ​ບົດບາດ​ຂອງ​ນັກທຸ​ລະ​ກິດ​ກັບ​ຈັນຍາທຳ ແລະ ຄວາມ​ຮັບຜິດຊອບ​ຂອງ​ນັກທຸລະ ກິດ ​ໂດຍ​ມີ​ເປົ້າ​ໝາຍ ​ເຮັດ​​ໃຫ້​ຜູ້​ປະກອບ​ການ​ດ້ານ​ທຸລະ​ກິດ ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ./.




















ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446