ເພີ່ມຄວາມຮູ້ການປົກປ້ອງແມ່ຍິງ-ເດັກນ້ອຍຂັ້ນບ້ານ
*(ຂປລ): ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງ ແຂວງອຸດົມໄຊ ຈັດຊຸດຝຶກອົບຮົມວຽກງານໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຂັ້ນບ້ານ ໃນ 6 ບ້ານເປົ້າໝາຍ ຂອງເມືອງຮຸນ, ເມືອງປາກແບງ ແລະ ເມືອງນາໝໍ້ ໂດຍມີ ທ່ານ ຄຳແພງ ຈິດຕະວົງ, ຮອງເລຂາພັກແຂວງ, ຫົວໜ້າສູນໃຫ້ຄຳປຶກສາແມ່ຍິງ-ເດັກນ້ອຍສູນກາງ ແລະ ບ້ານເປົ້າໝາຍເຂົ້າຮ່ວມ 70 ກວ່າຄົນ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ເນັ້ນໃຫ້ນັກສຳມະນາກອນໄດ້ເຂົ້າໃຈເຖິງວຽກງານໃຫ້ຄຳປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ແລະສາມາດນຳເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ຂັ້ນບ້ານ, ໂດຍສະເພາະໜ້າທີ່ການໃຫ້ຄຳປຶກສາຄອບຄົວທີ່ມີບັນຫາໃນການລະເມີດສິດທິຂອງແມ່ຍິງ-ເດັກນ້ອຍ ຊຶ່ງບົດຮຽນທີ່ມານຳສະເໜີປະກອບມີ ພາກທິດສະດີ ໄດ້ແບ່ງອອກເປັນ 19 ບົດ ເປັນຕົ້ນ ການຮ່ຳຮຽນຄວາມຮູ້ພື້ນຖານບົດບາດຍິງ-ຊາຍ, ເຕັກນິກການຟັງ ແລະການສັງເກດ, ການພິຈາລະນາຄຳຮ້ອງທຸກຂອງ ແມ່ຍິງ-ເດັກນ້ອຍ ແລະການໃຫ້ຄຳປຶກສາດ້ານກົດໝາຍຕໍ່ຊາວບ້ານ ແລະໄດ້ສະເໜີເອກະສານອື່ນໆອີກທີ່ສຳຄັນຈຳນວນໜຶ່ງ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2008 ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງປະຈຳແຂວງອຸດົມໄຊ ຈະໄດ້ດຳເນີນໄປເປັນເວລາ 7 ວັນເຕັມຈຶ່ງສຳເລັດ./.
ກັບສາລະບານ