ການທ່ອງທ່ຽວ​​ອຸດົມ​ໄຊ​ສ້າງ​ເງື່ອນ​ໄຂ​​ພັດທະນາ​ທ້ອງ​ຖິ່ນ

*(ຂປລ): ພະ​ແນ​ກທ່ອງ​ທ່ຽວ​ແຂວງ​ອຸດົມ​ໄຊ ໄດ້ສັງ​ເກດ​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ວຽກ​ງານ​ທ່ອງ​ທ່ຽວ​ໃນ​ທົ່ວ​ແຂວງ​ຊຶ່ງ ​ເຫັນ​ວ່າ​ທີ່​ຜ່ານ​ມາ ວຽກ​ງານ​ດັ່ງກ່າວ​ໄດ້​ຮັບ​ການ​ພັດທະນາ ​ແລະ ສົງ​ເສີ່​ມຢູ່​ໃນ​ທົ່ວ​ສັງ​ຄົມ​ ສາມາດ​ເປັນ​ທ່າ​​ແຮງ ​ແລະ ສ້າງ​ເງື່ອນ​ໄຂໃຫ້​ແກ່​ການພັດທະນາເສດຖະກິດ​-ສັງຄົມ ກ້າວ​ຂຶ້ນຢ່າງ​ໜັກ​ແໜ້ນ.
ທັງນີ້ໄດ້​ຮັບ​ການ​ຕີ​ລາຄາຢູ່​ໃນກອງ​ປະຊຸມທວນຄືນ​ວຽກ​ງານ​ທ່ອງ​ທ່ຽວ​ສົກ​ປີ 2006-07 ​ແລະ ວາງ​ທິດທາງ​ແຜນການ​ສົກ​ປີ 2007-08 ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມິຖຸນາ 2008 ນີ້, ຢູ່​ທີ່​ຫ້ອງ​ປະຊຸມ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ​ໂດຍ​ເປັນ​ປະທານ​ຂອງ​ທ່ານ ສີ​ວັນ ບຸນສະຫວັດ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ​ອຸດົມ​ໄຊ, ມີ​ທ່ານ ສົມພົງ ມົງຄົນ​ວິ​ໄລ, ລັດຖະມົນຕີ, ປະທານ​ອົງການທ່ອງ​ທ່ຽວ​ແຫ່ງ​ຊາດ, ມີ​ບັນດາ​ຫົວຫ​ນ້າ​ພະ​ແນ​ກທ່ອງ​ທ່ຽວ​ຈາກ​ບັນດາ​ແຂວງ​ພາກ​ເໜືອ, ບັນດາ​ເຈົ້າ​ເມືອງ 7 ຕົວ​ເມືອງ​ອ້ອມ​ຂ້າງ​ແຂວງ​ພ້ອມ​ພະນັກງານ​ພະ​ແນ​ກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​.
ໃນ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ສະຫລຸບ​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ແລະ​ຖອດ​ຖອນ​ບົດຮຽນ​ວຽກ​ ງານ​ທ່ອງ​ທ່ຽວ​ພ້ອມ​ກັບ​ບັນດາ​ແຂວງ​ພາກ​ເໜືອ​ໃນ​ສົກ​ປີຜ່ານມາ​ແລ​ະຮັບຮອງ​ເອົາ​ແຜນການ​ສົກ​ປີ 2007-08 ລວມ​ໄປ​ເຖິງ​ການສະ​ເໜີ​ຜ່ານ​ໂຄງການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ຢູ່​ແຂວງ​ອຸດົມ​ໄຊ​ສຳລັບ​ສົກ​ປີ2008-2009.
​ ທ່ານ ສົມພົງ ມົງຄົນວິໄລ ໄດ້​ກ່າວເຖິງ​ຄວາມ​ສຳຄັນ​ຂອງ​ວຽກງານ​ນີ້ ຊຶ່ງ​ມັນ​ຕິດ​ພັນ​ກັບຂະ​ແໜງ​ການ​ອື່ນໆ​ທີ່​ມີ​ສ່ວນ​ຮ່ວມ ​ເພາະວ່າ​ປະຈຸ​ບັນ​ວຽກງານທ່ອງທ່ຽວ​ມີ​ບາດກ້າວ​ຂະຫຍາຍຕົວ ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​​ທ່ອງ​ທ່ຽວ ຢູ່ ສປປ ລາວ ແມ່ນນັບ​ມື້​ເພີ່ມ​ຂຶ້ນ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຢູ່​ແຂວງ​ອຸດົມ​ໄຊ​ ກໍມີ ຈຳນວນເພີ່ມຂຶ້ນ​ເຊັ່ນ​ດ່ຽວ​ກັນ.
ສຳລັບສົກ​ປີຜ່ານມາ​​, ມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຢູ່​ແຂວງ​ອຸດົມ​ໄຊເຖິງ 76.970 ຄົນ ​ໃນນັ້ນມີ​ຄົນ​ຕ່າງປະ​ເທດ 52.410 ຄົນ, ສະ​ເພາະ​ເມືອງ​ປາກ​ແບ​ງມີ​ 34.290 ຄົນ, ສ້າງ​ລາຍ​ຮັບ​ເຂົ້າ​ແຂວງ​ເຖິງ 35 ຕື້ກີບ, ສ້າງ​ລາຍການ​ທ່ອງ​ທ່ຽວ​ແບບ​ອະນຸລັກ ​ແລະ ​ໃຫ້ປະຊາຊົນ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ເພີ່ມ​ຂຶ້ນ ​ແລະ ດ້ານ​ວຽກງານ​ການ​ປະກອບ​ການ​ອື່ນໆ​ກໍ່ມີ​ທ່ວງທ່າ​ດີ​ຂຶ້ນ​ເຊັ່ນ​ດຽວກັນ./.

 

 


 

 


ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446