ສະໜາມພິທີເປີດ-ປິດຊີເກມ ແລ້ວທັນຕາມກຳນົດ
*ເພື່ອຮອງຮັບການເປັນເຈົ້າ ພາບຈັດການແຂ່ງ ຂັນຊີ ເກມ ຄັ້ງທີ 25 ໃນປີ 2009 ນັ້ນ, ວຽກງານກໍ່ສ້າງ, ສ້ອມ ແປງສະໜາມແຂ່ງຂັນຈຶ່ງເປັນວຽກທີ່ຮີບດ່ວນ ແລະ ສຸມ ໃສ່ຫລາຍທີ່ສຸດ. ມາຮອດປະຈຸ ບັນນີ້, ການກໍ່ສ້າງສະ ໜາມຫລັກທີ່ໃຊ້ ຮອງຮັບພິທີ ເປີດ-ປິດ ຊີເກມ ໂດຍສະ ເພາະແມ່ນ ວຽກງານ ເທເບຕົງເສີມເຫລັກແມ່ນ ສຳເລັດ ແລ້ວ100% ໂດຍລວມແມ່ນສຳເລັດ 45% ຂອງໂຄງ ການ ກໍ່ສ້າງ ທັງໝົດ. ສ່ວນສະໜາມອື່ນໆທີ່ຈະ ນຳໃຊ້ ເຂົ້າໃນການແຂ່ງຂັນ ຊີເກມກໍພວມດຳເນີນ ການປັບປຸງ ແລະ ກໍ່ສ້າງເພີ່ມເຕີມເຊັ່ນ: ສະໜາມກິລາແຫ່ງ ຊາດ ໄດ້ປັບປຸງຄືນໃໝ່ສຳເລັດແລ້ວ 45%,ເດີ່ນກິລາ ແຂວງຫລວງພະບາງ ທີ່ຈະໃຊ້ແຂ່ງ ຂັນເຕະບານຍິງສຳເລັດແລ້ວ 40%, ສ່ວນເດີ່ນກິລາ ໃນຮົ່ມ ມ/ຊ (ໂຄງການກໍ່ສ້າງເດີ່ນໃໝ່ 2ແຫ່ງ) ສຳເລັດແລ້ວ 90%, ຂະນະ ທີ່ສະໜາມແຂ່ງຂັນ ເຕະບານ ຊາຍ ສາຍ B ຢູ່ປາກເຊ ແຂວງ ຈຳປາສັກ ຈະໃຫ້ສຳເລັດກ່ອນເດືອນທັນ ວາ ເພື່ອນຳໃຊ້ເຂົ້າ ໃນງານ ມະ ຫະກຳກິລາແຫ່ງຊາດ. ທ່ານ ຂຽງຄຳ ພຸດຈັນທະວົງ ຫົວໜ້າກຳມະການກໍ່ສ້າງ, ສ້ອມແປງສະໜາມ ແຂ່ງຂັນ ແລະ ພັດທະນາຕົວເມືອງກ່າວ.
ທ່ານ ຂຽງຄຳ ຍັງເວົ້າອີກວ່າ: ສຳລັບການກໍ່ສ້າງສະໜາມພິທີເປີດ-ປິດ ໃນໄລຍະລະດູຝົນແມ່ນ ສຸມ ໃສ່ວຽກພາຍໃນເຊັ່ນ: ກໍ່ຂັ້ນ ຫ້ອງແລະ ຕົບແຕ່ງບາງສ່ວນ ແລະ ເມື່ອຫວິດລະດູຝົນກໍຈະສຸມໃສ່ວຽກ ພາຍນອກແລະຕົບແຕ່ງສ່ວນຕ່າງໆ ຊຶ່ງຈາກຄວາມ ຂຸ້ນຂ້ຽວຄືດັ່ງກ່າວ,ຈຶ່ງໝັ້ນໃຈວ່າ: ການກໍ່ ສ້າງຈະ ໃຫ້ສຳເລັດຕາມກຳນົດການຢ່າງແນ່ນອນ ແລະ ໄດ້ລະດັບມາດຕະ ຖານຊີ ເກມ ທຸກຢ່າງທັງ ຄາດ ວ່າ: ຈະມອບສະໜາມແຂ່ງຂັນແຫ່ງນີ້ໃຫ້ຄະນະກຳມະການກິລາແຫ່ງຊາດຕົ້ນເດືອນມິຖຸນາ ປີ 2009./.
ກັບຫນາ້ພາສາລາວ