ກິລາ 25 ປະເພດໃນກິລາຊີເກມຄັ້ງທີ 25 ຮັບຮອງແລ້ວ
* ຄະນະຜູ້ແທນສະມາຊິກ ສະຫະພັນຊີເກມ ໄດ້ເປັນເອກະສັນໂດຍຫລັກການເອົາ 25 ປະເພດ ກິລາ 398 ລາຍການ ແຂ່ງຂັນ ໃນ ຊີເກມ ຄັ້ງທີ 25 ປີ 2009 ທີ່ ສປປ ລາວ ເປັນເຈົ້າພາບ ແລ້ວ ໃນ ກອງປະຊຸມ ຄະນະກຳມະການດ້ານກິລາ ແລະ ກົດ
ລະ ບຽບ ຄັ້ງທີ 2 ສຳລັບຊີເກມ ຄັ້ງທີ 25 ໄດ້ຈັດ ຂຶ້ນ ໃນ ລະ ຫວ່າງ ວັນທີ 11-13 ພະຈິກ ນີ້ຢູ່ໂຮງແຮມ ດອນຈັນ ພາ ເລດ ໂດຍ ການເປັນປະ ທານ ຂອງ ທ່ານ ກະເສມ ອິນ ທະລາ ຮອງປະທານຄະນະກຳມະການ ໂອລິມປິກລາວ ແລະມີຄະນະ ຜູ້ ແທນ ຈາກ ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ປັບປຸງວຽກງານຕ່າງໆ ເປັນຕົ້ນແມ່ນການອະນຸມັດຂາຍລິຂະສິດຖ່າຍທອດສົດ, ການສ້າງຕັ້ງກອງທຶນ, ການສ້າງຕັ້ງຫ້ອງການປະສານ ງານ, ກົດລະບຽບຕະຫລອດ ຮອດປະເພດກິລາ ທີ່ບັນຈຸ ເຂົ້າ ໃນການແຂ່ງຂັນ ທັງ ຫມົດ 25 ປະເພດຄື: ແລ່ນ-ລານ 47 ລາຍການ, ກິລາທາງນ້ຳ (ລອຍນ້ຳ, ໂດດນ້ຳ,ໂປໂລນ້ຳ) ມີ 47 ລາຍ ການ, ຍິງທະນູ 58 ລາຍ ການ, ດອກປີກໄກ່ 7 ລາຍການ, ບິນລຽດ- ສະນຸກເກີ 10 ລາຍການ,ມວຍສາກົນ 16 ລາຍການ, ລົດຖີບ 8 ລາຍການ, ເຕະບານ 2 ລາຍການ, ກ໊ອຟ 4 ລາຍການ, ຢູໂດ 18 ລາຍການ, ກະຕໍ້ 8 ລາຍການ, ຍິງປືນ 34 ລາຍ ການ, ປິ່ງປ່ອງ 7 ລາຍການ, ເທຄວັນໂດ 21 ລາຍການ, ເຕັນນິດ-ຊອບ໊ເຕັນນິດ 14 ລາຍການ, ບານສົ່ງ-ບານສົ່ງຫາດຊາຍ 4 ລາຍການ, ມວຍປ້ຳ 21 ລາຍການ, ວູຊູ 21 ລາຍ ການ, ຍົກນ້ຳຫນັກ 15 ລາຍການ, ປັນຈາສິລັດ 19 ລາຍການ, ດຳນ້ຳ 16 ລາຍການ ແລະ ເຕະ ດອກຂົນໄກ່ 7 ລາຍການ. ນອກ ນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ປຶກສາຫາລືວຽກງານທີ່ສຳຄັນ ອື່ນໆ ອີກ./.
ກັບຫນາ້ພາສາລາວ