ຊຽງຂວາງຫວັງຢ່າງໜ້ອຍ 3 ຫລຽນຄຳ ໃນຈຳປາສັກເກມ

* ນີ້​ແມ່ນ​ການ​ກ່າວຢືນຢັນຂອງ​ພະ​ແນ​ກກິລາ​ແຂວງ​ຊຽງ​ຂວາງ​ພາຍຫລັງ, ສະຫະພັນ, ນັກ​ກິລາ​ປະ​ເພດ​ຕ່າງໆ ​ໄດ້​ດຳ​ເນີນ​ ການ ​ຝຶກ​ຊ້ອມ​ຢ່າງເປັນລະບົບ ​ແລະ ຕໍ່​ເນື່ອງ​ໃນ 10 ປະ​ເພດ​ກິລາ​ ທີ່​ສົ່ງ​ ເຂົ້າ ຮ່ວມ​ໃນ​ຈຳປາ​ສັກ​ເກ​ມ 2008 ທີ່​ຈະ​ດຳ​ເນີນ ​ການ ​ແຂ່ງ​ຂັນ​ແຕ່​ວັນ​ທີ 13-22 ທັນວາ ທີ່​ຈະ​ເຖິງ​ນີ້.
ທ່ານ ທອງ​ພິວ ສີ​ປັນຍາ ວ່າການ​ຫົວໜ້າ​ພະ​ແນ​ກກິລາ​ແຂວງ​ຊຽງ​ຂວາງ ກ່າວ​ວ່າ: ຈາກ​ການ​ ຝຶກ​ ຊ້ອມ​ທີ່​ເປັນ​ລະບົບ ​ແລະ ຕໍ່​ ເນື່ອງນັ້ນ ຈຶ່ງ​ຖື​ວ່າ ​ແຂວງ​ພວກ​ເຮົາ​ມີ​ຄວາມ​ພ້ອມ 100% ​ແລ້ວ​ທີ່​ຈະ​ໄປ​ ສ້າງ​ກຽດ ​ແລະ​ຊື່ສຽງ​ຂອງ​ແຂວງ​ຊຽງ​ຂວາງ​ໃນ​ ຈຳປາ​ສັກ​ເກ​ມ 2008. ທັງ​ນີ້,​ ແຂວງຊຽງ​ຂວາງ​ພວກ ​ເຮົາ ​ໄດ້​ສົ່ງ 10 ປະ​ເພດ​ກິລາ ​ແລະ ນັກ​ກິລາ 99 ຄົນ ​ເຂົ້າຮ່ວມ​ແຂ່ງຂັນ ຊຶ່ງ​ກໍ​ປະ​ກອບ​ມີ ແລ່ນ-ລານ, ໜ້າ​ເກັກ, ກະ​ຕໍ້່, ຍິງ​ປືນ, ກ໊ອຟ, ສະນຸກ​ເກີ, ໝາກ​ຂ່າງ,​ ເທ​ຄວັນ​ໂດ, ບານ​ສົ່ງ ​ແລະ ປິ່ງປ່ອງ. ທັງ ນີ້,​ໃນ​ຈຳປາ​ສັກ​ເກ​ມ 2008 ນີ້, ​ແຂວງ​ຊຽງ​ຂວາງ ​ຕັ້ງ​ເປົ້າໃຫ້​ໄດ້​ຢ່າງ​ໜ້ອຍ 3 ຫລຽນ​ຄຳ./.

   ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446