ລາວ ຫວັງ 2 ຫລຽນຄຳ ຈາກກິລາດຳນ້ຳ ໃນວຽງຈັນເກມ 2009

* ກິລາ​ດຳນ້ຳ​ແມ່ນ​ໜຶ່ງ​ໃນ​ປະ​ເພດ​ກິລາ​ທີ່ໄດ້ບັນຈຸ​ເຂົ້າ​ໃນ​ການ​ແຂ່ງຂັນ​ຊີ​ເກ​ມຄັ້ງທີ 25 ຫຼື ວຽງ​ຈັນ​​ ເກ​ມ 2009 ແລະ ກໍ​ເປັນ​ອີກ ​ໜຶ່ງ​ປະ​ເພດ​ກິລາ​ ທີ່​ລາວ​ເຮົາ​ຫວັງ ​ຫຼຽນ​ຄຳ. ທັງ​ນີ້ຄວາມ​ຫວັງ​ດັ່ງ ກ່າວ ​ນີ້​ໄດ້​ຮັບ​ການ​ຢືນຢັນ​ຈາກຄູ​ຝຶກ​ກິລາ​ດຳນ້ຳ ​ແຫ່ງ​ຊາດ​ລາວ ​ເຮົາ ​ເມື່ອ​ວັນ​ທີ 21 ຕຸລາ​ນີ້ ໂດຍທ່ານໝັ້ນ ​ໃຈ​ ວ່າຈະ​ໄດ້ 2 ຫຼຽນຄຳ​ເປັນ​ຢ່າງ​ໜ້ອຍ.
ທ່ານ ຜັນ​ມາ ຕຸລິ​ຫິງ ຄູ​ຝຶກ​ກິລາ​ດຳນ້ຳ​ແຫ່ງ​ຊາດ​ລາວ ກ່າວ​ວ່າ: ພາຍຫຼັງ​ສຳ​ເລັດ​ການເກັບໂຕ​ຝຶກ​ຊ້ອມ​ ​ໄປ​ຕາມ​ ລະບົບ​ຄື​ ການ ​ລອຍ, ການ​ໃຊ້​ຕີນ​ເປັດ​ຄູ່ ແລະ ການ​ໃຊ້​ ຕີນ​ເປັດ​ໃຫຍ່ເປັນ​ເວລາ 3 ເດືອນຢູ່​ແຂວງ​ດາ​ນັງ ສສ ຫວຽດນາມ​ ​ແລະ ​ຂະນະ​ດຽວ​ກັນ, ນັກ​ກິລາ​ລາວ​ເຮົາ ກໍ​ ໄດ້​ມີໂອກາດ ​ເຂົ້າ ຮ່ວມ ​ການ​ແຂ່ງຂັນກິລາ​ດຳນ້ຳ ແລະ ລອຍນ້ຳ​ໃນ​ລຸ້ນຕ່ຳ​ກວ່າ 17 ປີ ຂອງ ສສ ຫວຽດ ນາມ​ ຊຶ່ວ​ໂດຍລວມຜົນງານ​ທີ່​ອອກ​ມາ​ກໍ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ຫຼາຍ.​ຈາກ​ນີ້, ຈຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ: ນັກ​ກິລາດຳນ້ຳທັງ 8 ຄົນ, ຍິງ 4 ຄົນທີ່​ຄັດ​ເລືອກ​ໄດ້​ມາ​ຈາກ​ໂຮງຮຽນ​ສ້າງ​ຄູ​ພະລະສຶກສາຊັ້ນ ການ​ ທົ່ງ​ປົ່ງ, ຄູ​ພະລະສຶກສາ​ຈາກ​ມະຫາວິທະ ຍາ​ໄລ​ ດົງ​ໂດກ ນັ້ນ,​ໄດ້​ມີ​ການ​ພັດທະນາ​ຂຶ້ນຕັ້ງຫຼາຍ​ເທົ່າ. ດ້ວຍ​ເຫດ​ນີ້,ຈຶ່ງ​ໝັ້ນ​ໃຈ​ວ່າ:​ໃນ​ວຽງ​ຈັນ​ເກ​ມ 2009 ຈະ​ໄດ້ 2 ຫຼຽນ​ຄຳ, ຂະນະ​ທ ີ່​ເມື່ອ​ປີ 2005 ທີ່ ສສ ຫວຽດນາມ ​ເປັນ​ເຈົ້າ​ພາບ​ມະຫະກຳ​ຊີ​ເກ​ມ ຄັ້ງທີ 23 ນັ້ນ,ລາວ​ເຮົາ ​ໄດ້ 1 ຫຼຽນ​ທອງ ຈາກ​ ປະ​ເພດ ​ທີ​ມ ຊາຍ.
ທ່ານ ຜັນ​ມາ ກ່າວ​ຕື່ມ​ວ່າ: ພາຍ ຫຼັງ​ສຳ​ເລັດ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງທີ VII ຫຼື ຈຳ​ປາ​ສັກ​ເກ​ມ ໃນ​ທ້າຍ​ປີນີ້​ແລ້ວ, ສະຫະ ພັນ ​ພວກ​ເຮົາ ຈະ​ໄດ້​ເຊີນ​ຄູ​ຝຶກ​ຫວຽດນາມ​ມາ​ຝຶກ​ຊ້ອມ​ໃຫ້ ແລະຫຼັງ​ຈາກ ນັ້ນຄື​ທ້າຍ​ເດືອນ​ມິຖຸນາ 2009 ກໍ​ຈະ​ສົ່ງ​ນັກ​ກິລາ​ດຳ ນ້ຳ​ໄປ ​ເກັບ​ໂຕ​ ຝຶກ​ ຊ້ອມ​ຢູ່ ສສ ຫວຽດນາມ ອີກ./.

                        


ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446