ຄວາມຄືບໜ້າໃນການກຽມຊີເກມປີ 2009

* ​ໃນ​ກອງ​ປະຊຸມ​ລະດັບ​ຊາດ​ຄັ້ງທີ 9 ຂອງ​ ຄະນະ​ກຳມະການ​ຈັດ​ງານ​ມະຫະກຳ​ກິລາ​ຊີ​ເກ​ມ ຄັ້ງ ທີ 25 ປີ 2009 ທີ່​ຈັດ​ຂຶ້ນ​ເມື່ອ ​ວັນ​ທີ 5 ກັນຍາ​ນີ້, ພະນະ​ທ່ານ ສົມ​ສະ​ຫວາດ ​ເລັ່ງສະຫວັດ ຮອງ ນາ ຍົກລັດຖະມົນຕີ,ຜູ້​ປະຈຳການ​ລັດຖະບານ​ ທັງເປັນ​ປະ ທານ​ຄະນະ​ກຳມະການ​ ຈັດ​ງານ​ມະຫະກຳ​ກິ ລາ​ຊີ​ ເກ​ມ ຄັ້ງທີ 25 ປີ 2009 ໄດ້​ສະ​ແດງ​ຄວາມ ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາ ​ກຳມະການ ຕ່າງໆ ທີ່​ໄດ້​ເປັນ​ເຈົ້າ ການ​ປະຕິບັດ​ໜ້າ ​ທີ່​ຄວາມ​ຮັບຜິດຊອບ​ອັນ​ສົ່ງ​ຜົນໃຫ້​ໜ້າ​ວຽກ​ຕ່າງໆ​ທີ່​ກະກຽມ​ ເປັນ​ຮູບ​ປະ​ທຳ​ດີ​ຂຶ້ນ ຕະ ຫລອດ​ ໄລຍະ 3 ເດືອນ​ຜ່ານ​ມາ, ຂະນະ​ດຽວກັນທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ສຸມ ​ໃສ່​ປະຕິບັດ​ໜ້າທີ່​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ ໃຫ້ການ​ກະກຽມ​ບັນ ລຸ ຜົນ ສຳ​ເລັດ​ຕາມ​ລະດັບ​ຄາດ ໝາຍ​ທີ່​ວາງ​ໄວ້ .
ທັງ​ນີ້, ທ່ານ ດຣ. ພູ​ທອງ ​ແສງ​ອາຄົມ ລັດຖະມົນຕີ ປະຈຳ​ ສຳນັກ ງານ​ນາຍົກ, ປະທານ​ ຄກຊ ​ໄດ້​ຊີ້​ແຈງ​ຜົນ​ຂອງ​ການ​ ປະຕິ ບັດ​ວຽກ​ງານ​ໄລຍະ​ເດືອນ ​ມິຖຸນາ ​ຫາ ​ເດືອນ​ສິງຫາ ນີ້ ໂດຍ​ແຕ່ລະ​ໜ້າ​ ວຽກ​ ຂອງ​ແຕ່​ລະກຳ​ມະ​ການ ​ເດີນ​ໜ້າ​ໄປ​ດ້ວຍ​ດີ ເປັນ ຕົ້ນ: ການ​ຍົກ​ລະດັບ​ ພາສາ​ອັງ ກິດ​ໃຫ້​ວິ ຊາ​ ການ​ບາງ​ກຳມະ ການ​ຢູ່​ສູນ​ຮ່ວມ​ມືລາວ-ສິງກະ​ໂປ, ສຳ​ເລັດ​ການ​ປະຊຸມ​ ຄະນະ​ ມົນຕີ​ຊີ​ເກມ, ​ໄດ້​ປະສານ​ງານ​ກັບ ຄະນະ​ກຳມະການ​ໂອ​ລິ​ມປິກ ​ອາຊີ, ຄະນະ​ກຳມະການ​ຈັດ​ງານ​ ອາ​ຊຽນ​ເກ​ມ ຢູ່​ເມືອງ ​ອິນ​ໂຈ, ສ.​ເກົາຫລີ ​ ໄດ້​ສຳ​ເລັດ ​ການວາງ​ສີ​ລາ​ເລີກ ​ກໍ່ສ້າງ​ບ້ານນັກ​ກິລາ​ຢູ່ ມ.ຊ, ​ໄດ້​ປະສານກັບ​ ຄະນະ ຮ່ວມ​ມື​ ລາວ-ຫວຽດ​ນາມ​ ເພື່ອ ​ປຶກ ສາ​ຫາລື​ກ່ຽວ​ກັບກຳມະການ​ຊ່ວຍ​ເຫຼືອ ວຽກ​ງານ​ການ​ສ້າງ ​ລະບົບ​ໄອ​ທີ​ລວມສູນ ລວມທັງ ລະບົບ​ການ​ລາຍ ງານ​ຜົນ​ການ ແຂ່ງຂັນ ຢູ່ສະໜາມ, ການຄວບ​ຄຸມ​ ສານ​ ກະ​ຕຸ້ນ. ນອກ ຈາກ​ນີ້, ຍັງ​ໄດ້​ສຳ​ເລັດ​ການເຊັນ ສັນຍາ​ກ່ຽວ​ກັບ ​ເມືອງ​ອິນ​ໂຈ, ສ.​ເກົາ ຫລີ ທີ່​ ໃຫ້ ການ​ຊ່ວຍ​ເຫຼືອ​ເປັນ​ວັດຖຸ ​ແລະ ​ເງິ​ນສົດ 405.000 ໂດ​ລາ​ສະ ຫະລັດ, ຂະນະ​ດຽວ​ກັນ ​ກໍ​ໄດ້​ປະ ສານ​ກັບ ​ຫລາຍໆ​ ປະ​ເທດ ​ຕື່ມ ​ອີກ​ເຊັ່ນ: ສປ ຈີນ, ບຣູ​ໄນ, ສ.ອິນ​ເດຍ.
ທ່ານ ດຣ. ພູ​ທອງ ​ແສງ​ອາຄົມ ກ່າວ​ອີກ​ວ່າ: ສຳລັບ​ການ​ກໍ່ສ້າງ ແລະ ສ້ອມ​ແປງ​ສະໜາມ​ແຂ່ງ ຂັນຫລັກ 16 ກໍ​ໄດ້​ດຳ​ ເນີນ​ມາ ​ເປັນ​ປົກ ກະຕິ ແລະ ມາ​ຮອດ​ປະຈຸ​ບັນ,​ ແຕ່​ລະ ສະ​ໜາມ​ການ​ແຂ່ງ ຂັນ ໄດ້​ສຳ​ເລັດ​ວຽກ​ເບ​ຕົງ​ເສີມ ເຫລັກແລ້ວ 100%./.

                 ກັບຫນາ້ພາສາລາວ

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446