ເຈົ້າພາບໝັ້ນໃຈ ກາງເດືອນໜ້າມອບ-ຮັບ ສະໜາມເປີດ-ປິດ ແນ່ນອນ
* ປະຈບັນການກໍ່ສ້າງສະໜາມ ກິລາເປີດ-ປິດ ຈຳປາສັກເກມ ພວມດຳເນີນການຢ່າງຂຸ້ນຂ້ຽວ ແລະເຖິງວ່າວັນແຫ່ງ ການ ເປີດ ການແຂ່ງຂັນໄດ້ຫຍັບຈໍ້ມໍ່ເຂົົ້າມາທຸກຂະນະກໍຕາມ,ແຕ່ເຈົ້າພາບກໍມີຄວາມໝັ້ນໃຈສູງວ່າ: ກາງເດືອນໜ້າຕ້ອງໄດ້ຈັດພິ ທີ ມອບ-ຮັບ ສະ ໜາມດັ່ງກ່າວຢ່າງແນ່ນອນ!.
ທ່ານ ບຸນຈັນ ບຸດຊາວດອນ ຮອງຫົວໜ້າພະແນກ ກິລາ ກາຍະກຳ ແຂວງຈຳປາສັກ ເປີດເຜີຍວ່າ: ມາຮອດປະຈ ຸບັນ,ສະໜາມ ເປີດ-ປິດມະຫະກຳກິລາແຫ່ງຊາດຄັ້ງທີ VIII ຫຼື ຈຳປາສັກເກມ 2008 ໄດ້ສຳເລັດການກໍ່ ສ້າງ ແລ້ວກວ່າ 70% ຊຶ່ງຍັງມີບາງ ໜ້າວຽກ ທີ່ຕ້ອງໄດ້ຂຸ້ນ ຂ້ຽວດຳເນີນການ ຢ່າງ ຮີບ ດ່ວນນັ້ນກໍຄືການປັບ ປຸງຕັ້ງ ເສົາໄຟເຍືອງເດີ່ນທັງ 4 ຈຸດ,ຕິດຕັ້ງກະດານ ຄະ ແນນ ລວມ ທັງການ ທາສີບ່ອນນັ່ງ (ອັດສະຈັນ). ສ່ວນຢູ່ນອກ ສະ ໜາມນັ້ນກໍຈະໄດ້ເທເບຕົງເພີ່ມ ແລະ ຈັດສວນດອກ ໄມ້. ໃນຂະນະທີ່ສະໜາມ ການແຂ່ງຂັນຕ່າງໆຈະ ດຳ ເນີນ ການ ປັບປຸງໃຫ້ສຳເລັດໃນ ທ້າຍເດືອນ ນີ້.
ທ່ານ ບຸນຈັນ ກ່າວຕື່ມວ່າ: ສຳ ລັບສະໜາມເປີດ-ປິດຈຳປາສັກເກມ 2008 ນີ້,ຈະໄດ້ຈັດພິທີ ມອບ-ຮັບຢ່າງເປັນທາງການ ໃນ ກາງເດືອນພະຈິກທີ່ຈະເຖິງນີ້ ແລະ ສະນາມນີ້ຈະນຳໃຊ້ເຂົ້າໃນ ການແຂ່ງ ຂັນກິລາເຕະບານ,ດອກປີກໄກ່ ແລະ ແລ່ນ- ລານ. ສຳລັບສະໜາມກິລາຂອງວິ ທະຍາໄລ ຄູປາກເຊ ຈະໃຊ້ແຂ່ງຂັນເຕະບານຮອບຄັດເລືອກ,ແຂ່ງຂັນກິລາ ໝາກຂ່າງ, ປິງປ່ອງ. ຂະນະ ທີ່ ການແຂ່ງຂັນກິລາຍິງປືນ, ເຕັນນິດ, ລອຍນ້ຳ,ເປຕັງ,ບານສົ່ງຫາດຊາຍ,ບານສົ່ງກາງແຈ້ງ,ກະຕໍ້ ແລະ ກາຣາເຕໂດຈະ ແຂ່ງ ຂັນຢູ່ສະໜາມກິລາສວນວັດທະນະທຳຫລັກ 7. ກິລາຢູໂດ, ເທຄວັນໂດ, ປັນຈາສີລັດ ຈະແຂ່ງຂັນຢູ່ສະໜາມກິ ລາໂຮງ ຮຽນຊົນເຜົ່າ.ສ່ວນມວຍລາວ,ສວຍສາກົນ ແຂ່ງຂັນຢູ່
ໂຮງ ຮຽນ ມັດທະຍົມປາຍປາກເຊ.ກິລາໜ້າເກັກແຂ່ງຂັນ ຢູ່ສະໂມສອນ ເມືອງປາກເຊ./.
ກັບຫນາ້ພາສາລາວ