ຫລາຍພາກສ່ວນ ສືບຕໍ່ອຸປະຖຳ ຈຳປາສັກເກມ
* ມີຫລາຍພາກສ່ວນໂດຍສະເພາະບັນດານັກທຸລະກິດ ທັງພາຍໃນແຂວງ ແລະຕ່າງແຂວງ ໄດ້ ອຸປະຖຳ ມະຫະກຳກິລາ ແຫ່ງ ຊາດຄັ້ງທີ VIII ຫລື ຈຳປາສັກເກມທີ່ຈະຈັດຂຶ້ນໃນທ້າຍປີນີ້ ຊຶ່ງມາ ຮອດປະຈຸບັນ ໄດ້ຮັບແລ້ວ10.438.749.000 ກີບ. ທັງນີ້
ເມື່ອກາງເດືອນນີ້, ທ່ານ ສຸກັນ ມະຫາລາດ ກຳມະການ ສູນກາງພັກ, ເລຂາພັກແຂວງຈຳປາສັກ ແລະ ທ່ານ ສອນໄຊ ສີພັນດອນ ກຳມະການສູນກາງພັກ, ເຈົ້າ ແຂວງ ຈຳປາສັກ ໄດ້ໃຫ້ກຽດຜັດປ່ຽນກັນ ຮັບການອຸປະ ຖຳຈາກບັນ ດານັກທຸລະກິດ ພາຍໃນ ແຂວງ ແລະ ຕ່າງ ແຂວງ ໃນນັ້ນຮັບຈາກບໍລິສັດ ສະ ຫະລາວ ບໍລິການ (SLACO) 2 ຕື້ກີບ, ບໍລິສັດດາວເຮືອງ 1 ແສນໂດລາ, ບໍລິສັດ ST ກຣຸບ 50 ພັນໂດລາ; ບໍລິສັດລາວເວີນ 250 ລ້ານ ກີບ ແລະ 18 ພັນໂດລາ; ໂຮງແຮມຈຳປາສັກ ພາ ເລດ 270 ລ້ານກີບ, ບໍລິສັດຈະເລີນພານິດ 1 ລ້ານ ບາດ, ບໍລິສັດໂຄລາວ 100 ລ້ານກີບ; ໂຮງແຮມແກຼນ ໂຮແທວ 100 ລ້ານກີບ, ບໍລິສັດ ຍິ່ງ ໂຊກໄຊ 100 ລ້ານກີບ, ບໍລິສັດສຸກສຳລວຍ 50 ລ້ານກີບ ແລະ ຮັບຈາກການປະມູນ 642 ລ້ານກີບ ແລະ ນັບ ແຕ່ເດືອນ ມັງກອນ ຕົ້ນປີນີ້ເປັນຕົ້ນມາ, ຄະນະຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ VIII ຫຼືຈຳ ປາສັກ ເກມໄດ້ຮັບການອຸປະຖຳແລ້ວ 10 ຕື້ 438 ລ້ານກວ່າກີບ./.
(ຂ່າວ-ພາບ: ຈັນທະວີສັກ)
ກັບຫນາ້ພາສາລາວ