ມີ 24 ປະ​ເພດ​ກິລາ​ທີ່​ຈະ​ແຂ່ງ​ໃນ​ຈຳ​ປາສັກ​ເກ​ມ

*ກອງ​ປະຊຸມ​ເຕັກນິກ​ແລະ ຄະ ນະ​ກະກຽມ​ລະດັບ​ຊາດ​ຄັ້ງທີ III ຂອງ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງທີ VIII ທີ່​ຈະຈັດ​ຂຶ້ນລະ ຫວ່າງ​ວັນ​ທີ 13​22 ທັນ​ວາ 2008 ນີ້ ທີ່​ແຂວງ​ຈຳປາ​ສັກ​ໄດ້ຮອງ​ຮັບ​ເອົາ 24​ ປະ​ເພດ​ກິລາເຂົ້າ​ຮ່ວມ​ແຂ່ງຂັນ ​ໃນ​ງານ​ມະຫະ​ກຳ​ດັ່ ງກ່າວ​ຄື:​ແລ່ນ​ລານ” ຍິງ​ຊາຍ”,ບານ​ສົ່ງ​ໃນ​ຮົ່ມ​ແລະ ຫາດ​ຊາຍ”ຊາຍ​ຍິງ”,ກະ ຕໍ້” ຊາຍ​ຍິງ”,​ເປ​ຕັງ”ຊາຍ​ຍິງ” ,ດອກ​ປີກ​ໄກ່”ຊາຍ ​ຍິງ”,ສະນຸກ​ເກີ”ຊາຍ​ຍິງ”, ມວຍ​ສາກົນ”ຊາຍ​ຍິງ”,ມວຍ​ລາວ” ຊາຍ​ຍິງ,ກ໊ອຟ”ຊາຍ​ຍິງ”,​ເຕັນ​ນິດ​“ ຊາຍ​ຍິງ”,ລົດຖີບ”ຊາຍ​ຍິງ”, ຍິງ​ປືນ ​“ຊາຍ”,ປິ່ງ​ປ່ອງ”ຊາຍ​ຍິງ”​,ໂບ ລິ້ງ”ຊາຍ​ຍິງ”,ມວຍ​ປັນຈາ​ສີ​ລັດ” ຊາຍ​ຍິງ”​,ເທ​ຄວັນ​ໂດ”ຊາຍ​ຍິງ”, ຢູ​ໂດ”ຊາຍ​ຍິງ”, ລອຍ ນ້ຳ” ຊາຍ​ຍິງ”, ຫນ້າ​ເກັກ”ຊາຍ​ຍິງ”,ຊ່ວງ​ເຮ​ືອ 12​ 22 ສີພາຍ​“ຊາຍ​ຍິງ”​ ແລະ ​ເຕະ ບານ”ຊາຍ​ຍິງ”. ນອກ​ຈາກ​ນີ້ຍັງ​ ໄດ້​ກຳນົດ​ ຫລຽນ​ທີ່​ຈະ​ຊີງໃນ​ທຸກ​ປະ​ເພດ​ກິລາ​ຈຳນວນ 2.075ຫລຽນ ​ໃນ​ນີ້,ມີ 634​ ຫລຽນ​ຄຳ,634​ ຫລຽນ​ເງິນ,827 ຫລຽນ​ທອງ.
ທ່ານ​ ສອນ​ໄຊ ສີ​ພັນ​ດອນ​ ເຈົ້າ​ແຂວງໆ​ຈຳປາ​ສັກ​ໄດ້​ແຈ້ງ​ໃຫ້​ຊາບວ່າ:ປະຈຸ​ບັນນີ້ ,​ອຳນາດ​ການ​ປົກຄອງ​ແຂວງ​ພວກ ​ເຮົາ​ໄດ້​ເອົາ ​ໃຈ​ ໃສ່​ກະ ກຽມ​ດ້ານ​ວຽກ​ງານ​ຕ່າງໆ​ເປັນ​ຢ່າງ​ດີ​ຄື:ດ້ານ​ການຈັດຕັ້ງ,​ການ ກໍ່ສ້າງ​ພ​ນຖານ​ໂຄງ​ລ່າງ​,ດ້ານ​ສະຖານ​ທີ່​ພັກ​ເຊົາ ​ແລະ​ ປະດັບ​ປະດາ​ຕົວ​ເມືອງ,​ໂຄສະນາ​ປະຊາ ສຳພັນ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​...​ໂດຍ​ໄດ້​ຖື​ເປັນ ວຽກ​ບູລິ​ມະ​ສິດ​ຂອງ​ ແຂວງເພື່ອ​ກຽມ​ຄວາມ​ພ້ອມ​ໃນ​ການຈັດ​ງານ​ດັ່ງກ່າວ ​ໂດຍ​ສະ​ເພາະ​ວຽກ​ງານ​ກໍ່ສ້າງ​ພ​ນຖານ​ໂຄ່ງ​ລ່າງ,ການ​ປັບປຸງ​ສ້ອມ​ແປງ 22​ ສະຫນາມ​ຮັບ​ໃຊ້​ການ​ແຂ່ງຂັນ​ໃນ​ແຕ່ລະ​ປະ​ເພດ​ກິລາ,​ໃນ​ນີ້ມີ​ການສ້າງ​ໃຫມ່​ 4​ ສະ ຫນາມ​ຄື:​ເຕັນ​ນິດ​,ລອຍນ້ຳ,ຍິງ​ປືນ ​ແລະ ບາ​ນສົ່ງ​ຫາດ​ຊາຍ,ຂະນະ​ດຽວ​ກັນ​ກໍ​ໄດ້​ມີການ​ປັບປຸງ​ສ້ອມ​ແປງ​ 8 ສະຫນາມ ຊຶ່ງ​ມາ​ເຖິງ​ປະຈຸ​ບັນ​​ໄດ້​ປັບປຸງ​ແລ້ວ 5​ ສະຫນາມ, ສ່ວນ​ທີ່​ເຫລືອ​ແມ່ນ​ຍັງ​ຢູ່​ໃນ ໄລຍະ ການ​ປັບປຸງ​ປົວ​ແປງ​ ​ແລະ ກໍຄາດ​ ວ່າ​ໃນ​ທ້າຍ​ເດືອນ​ກັນຍາທີ່​ຈະ​ເຖິງ​ນີ້​ຈະ​ໃຫ້​ສຳ​ເລັດ. ສຳ ລັບ​ ສະຫນາມ​ເປີດ​​ປິດ​ແມ່ນ​ສຳ​ເລັດ​ແລ້ວ 40% ທັງຄາດ​ວ່າ​: ທ້າຍ​ເດືອນ​ກັນຍາ​ນີ້ຈະສຳ ​ເລັດ​ເຊັ່ນ​ດຽວ​ກັນ.​ ໃນ​ສ່ວນ​ ຂອງ​ສັນ ຍາ​ລັກ ຫຼື ​ໂລ​ໂກ ຂອງ ງານ​ມະຫະ​ກຳ​ກິລາ​ຄັ້ງນີ້​ໄດ້​ກຳນົດ​ເອົາ​ສັນຍາ​ລັກ​ປະຈຳ​ແຂວງ ຊຶ່ງ​ນັ້ນກໍ​ຄື:”ດອກ​ຈຳປາ”, ຂະນະ​ທີ່ສັດ ​ນຳ​ ໂຊກ​ກໍແມ່ນ”ປາ​ຂ່າ​ນ້ຳ​ຈືດ” ​ແລະ ​ກາ​ທວນ​ໄຟ ກໍ​ມີ​ຮູບ​ເປັນ​ດອກ​ບົວ ​.​ແນວ​ໃດ​ກໍ​ດີ,ພວກ​ເຮົາ​ຍັງ​ຈະ ​ໄດ້​ດຳ​ເນີນ​ ການປັບ ປຸງ ​ອີກຕື່ມ./.

       ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446