ທະຫານ 6 ແຂວງພາກເໜືອ ແຂ່ງຂັນກິລາ ຮັບຕ້ອນວັນຄົບຮອບ
60 ປີ ກອງທັບປະຊາຊົນລາວ

* ເມື່ອວັນ​ທີ 24 ຕຸລາ 2008, ກອງ​ບັນ​ຊາ​ການ​ ທະ​ຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້ເປັນ​ເຈົ້າ​ພາບ​ຈັດ​ ການ​ແຂ່ງ​ຂັນ​ກິ​ລາ 6 ແຂວງ​ ພາກ​ເໜືອ​ຄື: ແຂວງ​ຜົ້ງ​ສາ​ລີ,ຫຼວງ​ນ້ຳ​ທາ,ອຸ​ດົມ​ໄຊ,ບໍ່​ແກ້ວ, ຫຼວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ ເຈົ້າພາບ.ນອກຈາກ​ນີ້,ຍັງ​ມີ 2 ກອງ ​ພົນ​ທະ​ຫານ​ລາບ ທີ 2, ທີ 3, ໂຮງ​ຮຽນ​ທະ​ ຫານ​ຮົບ​ເລກ 1 ນ້ຳ​ຊວງ, ໂຮງ​ຮຽນ​ປະ​ສານ​ເຫລົ່າ ແລະ​ໂຮງ​ໝໍ 110 ຫລວງ​ພະ​ບາງ ​ໂດຍ​ມີ​ນັກ​ ກິ​ລາ 500 ກວ່າ​ຄົນ​ເຂົ້າ​ຮ່ວມ.
ພິທີ​ເປີດການ​ແຂ່ງ​ຂັນໃນ​ມື້ດັ່ງກ່າວ, ເລີ່ມດ້ວຍ​ການ ​ເດ​ີນສວນສະ ໜາມ​ຈາກ​ກ້ອນ​ກຳ ​ລັງ​ກິ​ ລາ​ຂອງ​ແຕ່​ລະ ​ພາກ​ສ່ວນ, ​ການສະ​ແດງ​ເຕັ້ນ ແອ​ໂລ​ບິກຂອງ​ນັກ​ ຮຽນ​, ນັກ​ສຶກ​ສາ, ການ​ຟ້ອນ 8 ເຜົ່າ​ ຂອງ​ແຂວງ​ໄຊ​ຍະ​ບູ​ລີ​ ເຈົ້າພາບ, ການ​ຟ້ອນ​ຫັດ​ ກາຍ​ຂອງ​ ກຳ​ລັງ ປກ​ສ ແລະ ຫັດ​ກາຍ​ປະ​ກອບ​ອາ​ວຸດ ​ຂອງກອງ​ພົນ​ທະ​ຫານ​ ລາບ​ທີ​ ສອງ, ຫັດ​ກາຍ​ປະ​ກອບ​ປືນ 24 ຈັງ​ຫວະ ແລະ​ຫັດ​ ກາຍ ມວຍ​ ຂອງກອງ​ ກຳ​ລັງ​ສືບ​ຂ່າວທະ​ຫານ​ແຂວງ ​ແລະ ​ໃນການ​ແຂ່ງ​ຂັນນັ້ນ,​ໄດ້​ແບ່ງ​ອອກ​ເປັນ 7 ປະ​ເພດ 2 ສາຍ​ຄື ກິ​ລາມວນ​ຊົນ ມີ​ບານ​ເຕາະ​ຊາຍ, ບານ​ສົ່ງ​ ຊາຍ-​ຍິງ, ກະ​ຕໍ້. ກິ​ລາ​ການ​ທະ​ຫານ​ມີ​ນັກ​ຮົບ​ແຂງ​ແຮງ, ກິ​ລາ​ມ້າງ-​ປະ​ກອບ​ອາ​ວຸດ ແລະ​ກິ​ ລາ​ 3 ​ວິ​ຊາ​ການ​ທະ​ຫານ​ສົມ​ທົບ ແລະ​ການ​ແຂ່ງຂັນ ​ກິລາ​ຂອງ ​ທະຫານ 6 ແຂວງ​ພາກ​ ເໜືອ​ຈະ​ດຳ​ເນີນ ​ໄປ​ຈົນ​ຮອດ​ມື້ອື່ນ ​ຈຶ່ງ​ຈຳ​ສຳ​ເລັດ./.

      ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446