ສັງຄົມສົນໃຈໃນຈຳປາສັກເກມ ດ້ານໃດແດ່?

* ດັ່ງ​ທີ່ຮູ້​ນຳ​ກັນ​ແລ້ວ​ວ່າ​:​ມະ​ຫະ ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ VIII ຫຼື ຈຳ​ປາ​ສັກ​ເກ​ມ 2008 ​ທີ່​ຈະ​ໄດ້​ຈັດ​ຂຶ້ນ​ ໃນ​ລະ​ຫວ່າງວັນ​ທີ 13-​22 ທັນ​ວາ​ນີ້ ໄດ້ກາຍ​ເປັນ​ງານ​ທີ່​ສັງຄົມ​ຕັ້ງ ໜ້າ​ຕັ້ງຕາລໍ​ຄອຍ ​ແລະ ​ໄດ້​ມີ​ຄວາມ​ ພະ ຍາຍາມ​ສູງ​ ປະກອບສ່ວນ​ທັງ​ໃນ​ດ້ານ ​ວັດຖຸ​ປັດ​ ໄຈ ​ແລະ ຈິດ​ໃຈ ​ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ ຄວາມ​ສຳ​ເລັດ ​ຂອງ ​ງານ​ດັ່ງກ່າວ, ແຕ່ແນວ​ໃດ​ກໍ​ດີ​ໃນປະ​ຈຸ​ບັນ​ນີ້ ສັງ​ຄົມໄດ້​ມີຄວາມ​ ສົນ ​ໃຈ​​ຫລາຍຕໍ່​ຫລາຍ​ບັນ​ຫາ ເປັນ​ຕົ້ນ​ແມ່ນ​ ການ​ຫ້າງ​ ຫາ​ ກະ​ກຽມ​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ການ​ໂຄສະ​ນາ, ການ​ກະ​ກຽມ ​​ເຄື່ອງ ທີ່​ລະ​ນຶກ ແລ ະບັນ ​ຫາ ​ອື່ນໆ​ ຊຶ່ງ​ ເມື່ອ ສັງ​ເກດ​ໂດຍ​ລວມ​ແລ້ວ, ກໍເຫັນ​ວ່າ​ຍັງ​ຊັກ​ຊ້າ ​ແລະ ບັນ​ຍາ​ກາດ​ກໍ​ຍັງບໍ່​ທັນຟົດ​ ຟື້ນ​ ເປັນ ​ຂະ​ບວນ ການ​ເທື່ອ ວ່າ​ຊັ້ນ! ຫາງ​ສຽງ​ທີ່​ສັງ​ຄົມ​ໃຫ້​ຄວາມ​ສົນ​ອົກ​ສົນ​ໃຈ​ຫລາຍ​ ເປັນ​ພິ​ເສດ​ນັ້ນ​ກໍຄືການ​ກໍ່ສ້າງ ​ພື້ນ​ຖານ​ໂຄງ​ ລ່າງ​ ເພື່ອ​ ຮອງ​ຮັບ​ໃຫ້​ແກ່​ງານ​ກິ​ລາ​ດັ່ງ​ກ່າວ​ເປັນຕົ້ນແມ່ນ​ການ​ກໍ່​ສ້າງ​ສະ​ຫນາມ​ກິ​ລາ​​ເປີດຊ​ປິດເພາະ​ວ່າ​ປະຈຸ​ບັນ​ການ​ກໍ່ ສ້າງ​ພວມຂຸ້ນ​ຂ້ຽວ ​ແລະ ກໍ​ສຳ​ເລັດ​ພຽງ​ແຕ່​ກວ່າ 70 % ​ເທົ່າ​ນັ້ນ.ຈາກ​ນີ້,ສັງ​ຄົມ ​ຈຶ່ງຄິດ ​ວ່າ​ການ​ກໍ່​ສ້າງ​ອາດ​ຈະບໍ່​ ສຳ​ເລັດ​ທັນ ​ເປີດ​ຮັບ​ໃຊ້​ໃນ​ງານ​ດັ່ງ​ກ່າວ ຫລື ຖ້າ​ສຳ​ເລັດ​ກໍອາດ​ບໍ່​ຮັບ​ປະ​ກັນ​ດ້ານ ຄຸນ​ ນະ ​ພາບ​ເທົ່າ​ທີ່​ຄວນ.
ອີກ​ບັນ​ຫາ​ຫນຶ່ງ​ທີ່​ສັງ​ຄົມ​ສົນ​ໃຈ​ບໍ່​ຫນ້ອຍ​ກໍຄື​ການ​ປຸກ​ລະ​ດົມ​ໂຄ​ສະ​ນາທົ່ວ​ສັງ​ຄົມໂດຍ​ສະ​ເພາະ​ແມ່ນ​ຕາມ​ຖະ​ຫນົນ​ຫົນ​ທາງ, ປ້າຍ​ໂຄ​ສະ​ນາ ແລະອື່ນໆ ແມ່ນ​ຍັງ​ງຽບ​ເຫງົາ, ຈະ​ສັງ​ເກດ​ເຫັນ​ໄດ້​ຕາມ​ຖະ ​ຫນົນ​ຫົນ​ທາງ​ ພາຍ​ໃນ​ເທ​ສະ​ບານ​ເມືອງ​ປາກ​ເຊ​​ ຍັງ ​ເປົ່າ​ຫວ່າງ​ ​ແລະ ບໍ່​ມີ​ບັນ​ຍາ​ກາດ ທັງໆ​ທີ່​ງານ​ກໍໃກ້​ຈະ​ຮອດ ​ໃນອີກ​ບໍ່​ພໍ ​ເທົ່າ​ໃດ​ເດືອນຂ້າງ​ຫນ້າ​ນີ້; ພ້ອມ​ນີ້ການ​ວາງ​ຂາຍ ​ເຄື່ອງ​ ຂອງ​ທີ່​ລະ​ນຶກ​ເປັນ​ຕົ້ນ​ແມ່ນ​ສັດ​ນຳ​ໂຊກ (ປາ​ຂ່າ) ທີ່​ ເປັນ​ເອ​ກະ​ລັກ​ຂອງ​ງານ​​ກໍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເປັນ​ ຮູບ​ ເປັນ​ຮ່າງ​ເທື່ອ. ຕາມ ​ການ​ສອບ​ຖາມ​ຄະ​ນະ​ກຳ​ມະ​ການ​ທີ່​ກ່ຽວ​ຂ້ອງ​ຈຶ່ງຮູ້​ວ່າ: ປະ​ຈຸ​ບັນ, ພວກ​ເພິ່ນ​​ໄດ້​ຕົກ​ລົງ​ ໃຫ້​ບາງ​ບໍ​ລິ​ ສັດ ​ເປັນ​ ຜູ້​ຮັບ​ເຫມົາເພື່ອ​ຜະ​ລິດ ແລະຈຳ​ຫນ່າຍ, ​ແຕ່ຜະ​ລິດ ​ຕະ​ພັນ ​ດັ່ງ​ກ່າວ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ ​ການ​ຜ່ານ​ແບບ ເພື່ອ​ຂໍ​ອະ​ນຸ​ຍາດ​ຈາກ​ ຄະ​ນະ​ກຳ​ມະ​ການ​.ທັງ​ນີ້,ກໍບໍ່​ຮູ້​ວ່າ​ຍັງ​ອີກດົນ​ປານ​ໃດຈຶ່ງ​ຈະ​ຜະລິດ ຫຼື ຖ້າ​ຜະລິດ ກໍອາດ ​ຈະ ​ເຫັນ ​ໃນຕອນ ​ເປີດ​ງານ​ກໍ​ເປັນ​ໄດ້.
ສ່ວນ​ເລື່ອງລາ​ຄາ​ປີ້​ເຂົ້າ​ຊົມ​​ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພດ​ຕ່າງ​ໆ​ນັ້ນ, ປະຈຸ​ບັນ​ທາງ​ສື່​ມວນ​ຊົນ​ພວກ​ເຮົາ​ ກໍໄດ້ ​ພະ​ຍາ​ຍາມ​ຊອກ ​ແຫລ່ງ​ ຂໍ້​ມູນ​ທີ່​ຊັດ​ເຈນ ເພື່ອ​ມາ​ຕອບ​ສັງ​ຄົມ,​ ແຕ່​ ແລ້ວ​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ທີ່​ ພ​ໍເປັນ ​ຫນ້າ​ເຊື່ອ​ຖື​ໄດ້​ເທື່ອ ເພາະ​ບໍ່​ຮູ້​ວ່າ​ຝ່າຍ​ ໃດ​ຮັບ ​ຜິດ​ຊອບ​ກັນ​ແທ້.
ຈາກ​ 2-3 ບັນ​ຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນທີ່​ສັງ​ຄົມ​ໃຫ້​ຄວາມ​ສົນ​ໃຈ ທັງຕິດ​ຕາມ​ເປັນແຕ່ລະໄລ​ຍະ ແລະ ກໍ​ພາກັນຄິດ​ເປັນ​ຫ່ວງ ວ່າ​:​ ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ VIII ອາດ​ຈະ​ ໄດ້​ເລື່ອນ ​ເວ​ລາ​ອອກ​ໄປ​ກໍເປັນ​ໄດ້ ແລະ ກໍມີ​ ຫລາຍ ​ຄວາມ​ຄິດ​ຫລາຍ​ຄວາມ​ເຫັນ​ຈາກ​ ສະ​ພາ​ ກາ​ເຟ​ຕ່າງໆ​ທີ່ມີ​ການ​ເບິ່ງ ແລະ ຄິດ​ໄປ​ຕ່າງໆ​ນາໆ​ປະ​ການ. ແຕ່​ເຖິງ​ຢ່າງ​ໃດ​ກໍດີ​, ທາງ​ຄະ​ ນະ​ກຳ​ມະ​ການ​ຈັດ​ງານ​ ດັ່ງ​ກ່າວ​ກໍ​ໄດ້​ ກ່າວ​ຢືນ​ຢັນ ແລະຮັບ​ປະ​ກັນ​ວ່າ: ຈຳ​ປາ​ສັກ​ເກ​ມ​ສ໌ ​ຈະເປີດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 13ຊ​22 ທັນ​ວາ 2008 ນີ້​ຢ່າງ​ແນ່ນອນ.
​ ຍັງ​ເຫລືອ​ເວ​ລາ​ປະ​ມານ​ເດືອນ ກວ່າ​ເທົ່າ​ນັ້ນ, ແຕ່​ວ່າ​ສະ​ພາບ​ໂດຍ​ລວມ​ຂອງ​ການ​ຫ້າງ​ຫາ​ ກະ​ກຽມ​ງານ​ ດັ່ງ​ກ່າວ​ພັດ​ຍັງ​ຢູ່​ໃນ​ສະ ​ພາບ​ ທີ່​ຂາດ​ຄວາມ​ພ້ອມ ໂດຍ​ສະ​ເພາະ ​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ເພາະ​ປະ​ຈຸ​ບັນ​ນ ີ້​ມ ຫລາຍ​ສະ​ຫນາມ​ກໍ​ຂຸ້ນ​ຂ້ຽວ​ກໍ່​ສ້າງ ແລະ ສ້ອມ​ແປງ, ການ​ກະ​ກຽມຂອງ​ອະ​ນຸ​ກຳ​ມະ​ການ​ ຕ່າງໆ​ ກໍບໍ່​ ທັນ ​ຄຶກ​ຄັກ​ປານ​ໃດ. ດັ່ງ​ນັ້ນ​ ຈິ່ງ​ຂໍ​ສ່ອງ​ແສງ​ມາ ​ຍັງ​ຄະ​ນະ​ກຳ ມະ​ການ ​ທີ່​ກ່ຽວ​ຂ້ອງ​ພະຍາ ຍາມຮີບ​ ຮ້ອນ​ແກ້​ໄຂ​ ​ເພື່ອເຮັດ​ແນວ​ໃດໃຫ້​ໃບ​ຫນ້າ​ໃບ​ຕາ​ຂອງ​ແຂວງ​ຈຳ​ປາ​ສັກ ກໍ​ຄື​ເພື່ອ​ເຮັດ​ໃຫ້​ມະ ​ຫະ​ກຳ​ກິ​ລາ ​ແຫ່ງ​ ຊາດ​ຄັ້ງທີ VIII ຄັ້ງ​ນີ້​ອອກ​ມາ​ເປັນ​ທີ່​ຫນ້າ​ປະ​ທັບ​ໃຈ​ຂອງ​ສັງ​ຄົມ ກໍຄື​ແຂກ​ທາງ​ໄກ​ໄທ​ຕ່າງ​ດ້າວ​ ທີ່​ມາ​ພົບ​ເຫັນ./.

            ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446