ເຈົ້າພາບ ຫວັງ 60 ກວ່າຫລຽນຄຳ ໃນຈຳປາສັກເກມ

* ນັບ​ແຕ່​ນີ້​ໄປ​ກໍ​ຍັງ​ອີກ 30 ກວ່າ ມື້​ເທົ່າ​ນັ້ນ, ມະຫະກຳ​ກິລາ​ແຫ່ງ​ຊາດ​ ຄັ້ງທີ VIII ຫຼື ຈຳ​ປາ​ສັກ​ເກ​ມ ກໍ​ຈະ​ ໄດ້​ເລີ່​ມປະກາດ ​ຄວາມ​ ຍິ່ງ​ໃຫຍ່​ຂອງການ​ເປັນ​ເຈົ້າພາບ ຊຶ່ງ​ມາ​ເຖິງ​ຂະນະ​ ນີ້,ສະຫະ ພັນ​ ກິລາ​ປະ​ເພດ​ຕ່າງໆ​ທັງ​ນະຄອນຫຼວງ​ວຽງຈັນ, ກະຊວງ​ ​ແລະ ​ແຂວງ​ຕ່າງໆ ລ້ວນຢູ່​ໃນ​ໄລຍະ​ການ​ ກຽມ​ທີ​ມ​ໂດຍ​ສະ​ເພາະ​ການ​ຝຶກ​ຊ້ອມ ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ຫລຽນ​ລາງວັນ​ອັນ​ຊົງ​ກຽດ ດັ່ງ​ດຽວ ກັບ​ກັບ ​ແຂວງ​ເຈົ້າພາບ ຊຶ່ງ​ນອກຈາກ​ກຽມ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ກ່ນ​ເປີດ​ງານ​ດັ່ງກ່າວ​ນີ້​ແລ້ວ, ການ​ຝຶກ​ຊ້ອມ​ ກິລາ​ ປະ​ເພດ​ຕ່າງໆ ​ກໍ​ດຳ​ເນີນ​ໄປ​ຢ່າງ​ຄຶກຄັກ ໂດຍ​ໄດ້​ເປົ້າ​ໃຫ້​ໄດ້​ຫລຽນ​ລາງວັນ​ເທົ່າ​ ທີ່​ຈະ ​ຫລາຍ​ໄດ້.
ທ່ານ ໄພ​ວອນ ຜາ​ບຸນ​ມີ​ ຮອງ​ຫົວ​ຫນ້າ​ພະ​ແນກ​ກິ​ລາ​ແຂວງ​ຈຳ​ປາ​ສັກ​ ລາຍ​ງານ​ເມື່ອ​ຕົ້ນ​ເດືອນ​ພະ​ ຈິກ​ນີ້​ວ່າ:​ກິ​ລາ “ ຈຳ​ປາ​ສັກ ​ເກມ​ ໃນ​ຖານະ​ເປັນ​ເຈົ້າພາບ​ນັ້ນ,​ໄດ້​ຈັດ​ສົ່ງ​ນັກ​ກິ​ລາ​ຈຳ​ນວນ 415 ຄົນ ເຂົ້າ​ຮ່ວມ​ແຂ່ງ​ຂັນໃນ 24 ປະ​ເພດ​ກິ​ລາ ແລະ 256 ລາ​ຍ​ການ ທີ່​ຈະ​ມີ​ການ​ແຂ່ງ​ຂັນ ​ຊີງ​ຫລຽນ​ ລາງ ວັນ​ປະ​ເພດ​ຕ່າງໆ. ທັງ​ນີ້,​ ໄດ້​ຕັ້ງ​ເປົ້າໝາຍ​ໄວ້​ຢ່າງ​ໜ້ອຍ​ຄື​: 61 ຫລຽນ​ຄຳ,30 ຫລຽນ​ເງິນ ແລະ 34 ຫລຽນ​ທອງ​ ເພື່ອ​ເຮັດ​ແນວ​ໃດໃຫ້​ແຂວງ​ຈຳ​ປາ​ສັກຂຶ້ນມາ​ຢູ່​ໃນ​ອັນ​ດັບ​ຕົ້ນໆ​ຂອງ​ຕາ​ຕະ​ລາງ. ໃນ​ “ ຈຳ ປາ​ ສັກ​ເກມ​” ມີ​ການ​ແຂ່ງຂັນ 24 ປະ​ເພດ​ກິ​ລາ​ປະ​ກອບ​ດ້ວຍ: ແລ່ນ-​ລານ, ລອຍ​ນ້ຳ, ບານ​ ສົ່ງ​ ໃນ​ຮົ່ມ ແລະ ຊາຍ​ຫາດ, ດອກ​ ປີກ​ໄກ່, ບານ​ບ້ວງ, ບານ​ເຕະ, ມວຍ​ສາ​ກົນ, ມວຍ​ລາຍ​ລາວ, ເປ​ຕັງ, ເຕັນ​ນິດ, ປິ່ງ​ປ່ອງ, ກະ​ຕໍ້, ຍິງ​ປືນ, ເທ​ຄວັນ​ໂດ, ລົດ​ຖີບ, ມວຍ​ປັນ​ຈາ​ສີ​ລັດ, ຊ່ວງ​ເຮືອ, ກ໋ອຟ, ສະ ​ຫນຸກ​ເກີ, ຫມາກ​ຄ່າງ, ຫນ້າ​ເກັກ, ໂບ​ລິງ, ຄາ​ລາ​ເຕ​ໂດ, ຢູໂດ./.



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446