ຂ່າວສານ​ປະ​ເທດ​ລາວ 40 ປີ ມີ​ໄຊ​ງົດ​າມ

ເມື່ອ​ເວົ້າ​ເຖິງ​ຊື່​ສຽງ​ຮຽງ​ນາມ​ຂອງ​ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ເຊິ່ງມ​ີ​ຕົວ​ອັກ​ສອນ​ຫຍໍ້​ວ່າ “ຂ.ປ.ລ” ຫລື “KPL” ນີ້​ແລ້ວ ,ບັນ​ດາ​ທ່ານ​ບັນ​ດາ​ສະ​ຫາຍ​ກໍ​ຄົງຈະ​ໄດ້​ຮັບ​ຮູ້​ແລ້ວ​ວ່າ ແມ່ນ​ຊື່​ຂອງ​ສຳ​ນັກ​ງານ​ສື່​ມວນ​ຊົນ​ຫນຶ່ງ​ທີ່​ມີ​ພາ ​ລະ​ບົດ​ບາດ​ສູງ ເປັນ​ກະ​ບອ​ກ​ສຽງ ທີ່​ສຳ​ຄັນ​ທີ່​ສຸດ​ຮັບ​ໃຊ້​ໃຫ້​ແກ່​ຫນ້າ​ທີ່​ການ​ເມືອງ​ຂ​ອງ​ສ​ູນ​ກາງ​ພັກ-​ລັດ ຕະ​ຫລອດ​ໄລ​ຍ ະ​ເວ​ລາ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ໃນ​ເມື່ອ​ກ່ອນ​ຈົນ​ຮອດ​ປ​ະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ ສະ​ຖາ​ປາ​ນາ​ມາ​ເປັນ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ແລະ​ໄດ້​ຮັບ​ການ​ສ້າງ​ສາ​ພັດ​ ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ມາ​ເຖິງ​ປະ​ຈຸ​ບັນ​ນີ້.
ມື້​ນີ້​ຂ່າວ​ສານ​ປະ​ເທດ​ລາວ​ມີ​ອາ​ຍຸ​ຄົບ​ຮອບ 40 ປີ​ພໍ​ດີ ( 6/1/68-​6/1/2008 ) ຖ້າ​ປຽບ​ກັບ​ຄົນ​ເຮົາ​ແລ້ວ​ກໍ​ເທົ່າ​ກັບ ເປັນ​ຫນຸ່ມ​ໃຫຍ່​ທີ່​ມີ​ເຫືອ​ແຮງ,ມີ​ສະ​ຕີ​ປັນ​ຍາ,ມີ​ກຳ​ລັງ​ວັງ​ຊາ​ ສ້າງ​ສາ​ພັດ​ທະ​ນາ​ນັ້ນ ແລະ​ແຕ່​ຄຳ​ສຸ​ພາ​ສິດ​ ເພິ່ນ​ໄດ້​ກ່າວ​ ໄວ້​ວ່າ “ຢາ​ກ​ໄປ​ຫນ້າ​ໄຫ້​ເບິ່ງ​ຫລັງ” ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈິ່ງ​ຂໍ​ເລົ່າ​ຢ້ອນ​ຄືນ​ເຖິງ​ອະ​ດີດ ເພື່ອ​ໃຫ້​ບັນ​ດາ​ ທ່ານ​ຜູ້​ອ່ານ ​ທີ່​ເກີດ​ໃຫມ່​ໃຫຍ່​ຫລຸນ​ ໄດ້​ຮັບ​ຮູ້​ຈັກ​ເລັກ​ຈັກ​ຫນ້ອຍ.
ໃນ​ສ​ະ​ໄຫມ​ສົງ​ຄາ​ມ​ຕໍ່​ສູ້​ກູ້​ຊາດ​ຕ້ານ​ການ​ຮຸກ​ຮານ​ຂອ​ງ​ພວກ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ທີ່​ຫ​ວັງ​ມ້າງ ​ ເພ​ທຳ​ລາຍ ແລະ​ຫວັງ​ ບຽດ​ຢຶດ​ເອົາ​ເຂດ​ປົດ​ປ່ອຍ,ທ່າມ​ກາງ​ຫ່າ​ລະ​ເບີດ​ລູກ​ປືນ​ຂອ​ງ​ ພວກ​ໂຈນ​ອາ​ກາດ​ທີ່​ໄດ້​ແຫ່​ແຫນ​ກັນ​ມາ ​ຖີ້ມ​ລົງ​ໃສ່​ເຂດ​ທີ່​ໝັ້ນ​ຂອງ​ສູນ​ກາງ​ຢ່າງ​ບໍ່​ເວັ້ນ​ແຕ່​ ລະ​ວັນ ເພື່ອ​ຫວັງ​ດັບ​ມອດ​ກຳ​ລັງ​ປະ​ຕິ​ວັດ​ລາວ . ແຕ່​ກົງ​ກັນ​ຂ້າມ​ການ​ປະ​ຕິ​ວັດ ລາວ​ຊ້ຳ​ພັດ​ ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ບໍ່​ຢຸດ​ຢັ້ງ. ເພື່ອ​ຮັບ​ໃຊ້​ຫນ້າ​ທີ່​ການ​ເມືອງ​ຂອງ​ພັກ​ໃຫ້​ທັນ​ກັບ​ສະ​ພາບ​ ການ ແລະ​ຍົກ​ພາ​ລະ​ບົດ​ບາດ​ຂອງ​ຂ່າ​ວ​ສານ​ ໃຫ້​ສູງ​ຂຶ້ນ. ວັນ​ທີ 6/1/1968 ຂ່​າວ​ສານ​ປະ​ເທດ​ລາວ ຈຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ທາງ​ການ​ພ້ອມໆ​ກັບ ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຂອງ​ຝ່າ​ຍ​ປະ​ເທດ​ລາວ ທີ່​ຖ້ຳ​ແຫ່ງ​ຫນຶ່ງ​ຢູ່​ບ້ານ​ບັກ ທົ່ງ​ນາ​ໄກ ( ປ​ະ​ຈຸ​ບັນ​ເອີ້ນ​ວ່າ ເມ​ືອງວຽງ​ໄຊ ) ໂດຍ​ມີ​ທ່ານ ສີ​ຊະ​ນະ ສີ​ສານ ເປັນ​ຫົວ​ຫນ້າ , ທ່ານ​ສອນ​ຄຳ​ວານ ວົງ​ສາ ແລະ​ທ່​ານ​ສົມ​ເທີ ເພັດ​ມະ​ນີ ເປັນ​ຮອງ. ຕໍ່​ມາ​ສົງ​ຕາມ​ຍິ່ງ​ນັບ​ວັນ​ຮ​້າຍ​ແຮງ​ດຸ​ເດືອດ ໃນ​ແຕ່​ລະ​ວັນ​ຝູງ​ຍົກ 105 ໄດ້​ຜັດ​ປ່ຽນ​ກັນ​ໄປ​ຖີ້ມ​ລະ​ເບີດ​ໃສ່​ບັນ​ດາ ​ຖ້ຳ​ຂອງ​ທ່ານ ຜູ້​ນຳ ແລະ​ທົ່ງ​ນາ​ໄກ ຢ່າງ​ໜັກ​ໜ່ວງ. ດັ່ງ​ນັ້ນ​ເພື່ອ​ຄວາມ​ປອດ​ໄພແລະ​ຮັກ​ສາ​ກຳ​ລັງ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ກະ​ຈາຍ​ສຽງ​ອອກ​ອາ​ກາດ​ບໍ່​ ໃຫ້​ຂາດ. ສຳ​ນັກ​ງານ​ວິ​ທະ​ຍຸ​ຂ່າວ​ສານ​ຂອງ​ຝ່າຍ​ປະ​ເທດ​ລາວ​ຈິ່ງ​ໄດ້​ແບ່ງ​ອອກ​ເປັນ​ສອງ​ສຳ​ນັກ​ຄື: B1 ໄດ້​ໄປ​ຕັ້ງ​ສຳ​ນັກ ​ງານ​ຢູ່​ປະ​ເທດ​ຫວຽດ​ນາມ ເອີ້ນ​ວ່າ​ ແນວ​ຫລັງ ໂດຍ​ແມ່ນ​ທ່ານ​ສອນ​ຄຳ​ວານ​ ວົງ​ສາ​ ເປັນ​ຫົວ​ຫນ້າ​ ສຳ​ນັກ.
ສ່ວນ B2 ແມ່​ນ​ປະ​ຈຸ​ບັນ​ຢູ່​ພູ​ແຄ ( ເມ​ືອງວຽງ​ໄຊ) ເອີ້ນ​ວ່າ​ຢູ່​ແນວ​ຫນ້າ​ ໂດຍ​ ມີ​ທ່ານ ສົມ​ເທີ ເພັດ​ມະ​ນີ ເປັນ​ຫ​ົວ​ຫນ້າ , ທ່ານ ສີ​ສະ​ຫນານ ແລະ​ທ່ານ ບົວ​ບານ ວໍ​ລະ​ຂຸນ ເປັນ​ຮອງ .ຮັບ​ຜິດ​ຊອບ ບົດ-​ຂ່າວນອກ ​ນີ້​ຍັງ​ມີ​ອ້າຍ​ອ່ຽງ​ເປັນ​ຫົວ​ຫນ້າ​ເຕກ​ນິກ, ອ້າຍ​ບົວ​ຜັນ ຮັບ​ຜິ​ດ ຊອບ ຄຸ້ມ​ຄອງ ບໍ​ລິ​ຫານ ສ່ວນ​ທ່ານ ສີ​ຊະ​ນະ​
ສີ​ສານ ແມ່ນ​ຫົວ​ຫນ້າ​ໃຫຍ່ ຮັບ​ຜິດ​ຊອບ​ລວມ​ທັງ​ສອງ ສຳ​ນັກ​ດັ່ງ​ກ່າວ ການ​ຈັດ​ຕັ້ງ​ຢູ່​ສຳ​ນັກ B2 ເວ​ລາ​ນັ້ນ ​ປະ​ກອບ​ມີ​ຫນ່ວຍ​ບົດ,ຫນ່ວຍ​ຂ່າວ (ພີມ​ດີດ ໂຕ​ລາ​ຕິນ ແລະ​ພາ​ສາ​ລາວ, ເຕັກ​ນິກ​ກໍ່​ມີ ໂທ​ລະ​ເລກ, ຈັກ​ກະ​ຈາຍ ແລະ​ໄຟ​ຟ້າ,ຄຸ້ມ​ຄອງ​ ບໍ​ລິ​ຫານ​ກໍ່​ມີ​ພຽງ​ວິ່ງ​ເຕັ້ນ​ເອື້ອຍ​ລ້ຽງ ແລະ​ແພດ​ປະ​ຈຳ​ກອງ. ພະ​ນັກ​ງານ​ໂທ​ລະ​ເລກ​ເວ​ລາ
ນັ້ນ​ ແມ່ນ ອ້າຍ​ຄຳ​ຕາ,ເອື້ອຍ​ບຸນ​ຊັນ, ຈັກ​ກະ​ຈາຍ ແມ່​ນ​ອ້າຍ​ວິ​ໄລ ,ແຕ່​ວ່າ​ທຸກໆ​ໜ່ວຍ​ງານ ວິ​ຊາ​ສະ​ເພາະ​ນັ້ນ​ ມີ​ຊ່ຽວ​ຊານ ປມ ເປັນ​ຊ່ວຍ,ນັກ​ຂີດ​ຂຽນ​ເວ​ລາ​ນັ້ນ​ກໍ່​ມີ​ອ້າຍ​ທອງ​ເສີຍ, ອ້າຍ​ພິມ​ພອນ, ອ້າຍ​ແສນ ພົມ​ມະ​ຈັນ , ອ້າຍ​ອາ​ນຸ​ສັກ, ອ້າຍ​ສົມ​ບູນ ,ອ້າຍ​ທອງ​ຜ່ຽນ, ໄຊ​ສົງ​ຄາມ, ມາ​ລາ​ຈອນ , ຄຳ​ເສັງ ແລະ​ອ້າຍ​ບຸນ​ຖົມ.
ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມາ​ສັງ​ກັດ​ຢູ່​ສຳ​ນັກ​ຂ່​າວ​ໃນ​ວັນ​ທີ 8/7/1969 ພາຍ​ຫລັງ​ສຳ​ນັກ​ຂ່າວ​ສານ​ ສ້າງ​ຕັ້ງ​ຂຶ້ນ ບໍ​ທັນ​ເຖິງ 2 ປີ .ເວ​ລາ​ນັ້ນ ແມ່​ຍິງ​ໂສດ​ມີ 2 ຄົນ​ຄື: ເອື້ອຍ​ສີ​ສະ​ຫວັນ ແລະ​ວັດ​ທະ​ນາ ພຽງ​ທັງ​ໝົດ​ຢູ່​ບ່ອນ​ນັ້ນ​ມີ​ປະ​ມານ 20 ກວ່າ​ຄົນ ທີ່ມ​າ​ພ້ອມ​ຂ້າ​ພະ​ເຈົ້າ​ກໍ່​ມີ ຈັນ​ສິງ ກໍ​ແກ້ວ​ບຸນ​ມາ, ບຸນ​ສີ ມິ່ງ​ນະ​ຄອນ, ວຽງ​ສະ​ຫວັນ​ແລະ ນາງ ຈັນ​ພອນ ຕໍ່​ມາ​ 2 ອາ​ທິດ​ກໍ່​ມີ​ທອງ​ພິມ, ສອນ​ໃຈ ​ ແລະ ນາງ​ຈັນ​ດອນ ເຂົ້າ​ມາ​ຕື່ມ ເຮັດ​ໃຫ້​ຂ່າວ​ສານ ເພີ່ມ​ຈຳ​ນວນ ພົນ ແລະ​ຄວາມ​ເຂັ້ມ​ ແຂງ​ຂຶ້ນ.
ປີ 1970 ພາຍ​ຫລັງ​ບັ້ນ​ຮົບ​ກູ້​ກຽດ​ຢູ່​ແຂວງ​ຊຽງ​ຂວາງ ສຳ​ນັກ​ວິ​ທະ​ຍຸ ຂອງ​ກຳ​ລັງ​ເປັນ​ ກາງ​ຮັກ​ຊາດ​ຢູ່​ຄັງ​ໄຂ ໄດ້​ອົບ​ພະ​ຍົກ​ຂຶ້ນ​ໄປ​ສູນ​ກາງ ແລະ​ໄດ້​ມ​າ​ສົມ​ທົບ​ຢູ່​ຮ່ວມ​ກັບ​ຂ່​າວ​ສານ​ ປະ​ເທດ​ລາວ ພວກ​ເພິ່ນ​ມີ​ຫລາຍ ​ຄົນ ຊິ່ງ​ມີ​ທ່ານ ວັນ​ເຮືອງ ວົງ​ວິ​ຈິດ ເປັນ​ຫົວ​ຫນ້າ ມີ ທ່ານ​ ສຸ​ວັນ​ທອນ ບຸບ​ຜາ​ນຸ​ວົງ ແລະ​ອື່ນໆ ລວມ​ທັງ​ນັກ​ຂ່າວ ແລະ​ນັກ​ວິ​ຊາ​ການ​ເຕັກ​ນິກ ອັນ​ໄດ້​ເຮັດ​ໃຫ້​ສຳ​ນັກ​ຂ່າວ​ສານ​ເວ​ລ​າ​ນັ້ນ​ມີ​ຈຳ​ນວນ​ຫລາຍ​ຂຶ້ນ ແລະ​ເຂັ້ມ​ແຂງ​ເປັນ ​ກ້າວໆ ຖ້ຳ​ຂອງ​ຂ່າ​ວ​ສານ​ໄດ້​ຖືກ​ເຮື​ອ​ບິນ ມາ​ຖີ້ມ​ລະ​ເບີດ​ຖະ​ຫລົ່ມ 2 ຄັ້ງ ເຮັດ​ໃຫ້​ບ່ອນ​ພັກ​ເຊົາ​ຖືກ​ເປ​ເພ​ເສຍ​ຫາຍ. ສຳ​ນັກ​ຂ່​າ​ວ​ສານ​ໃນ​ເມື່ອ​ກ່ອນ ຕັ້ງ​ຢູ່​ພູ​ແຄ ( ເມືອງວຽງ​ໄຊ) ຕັ້ງ​ເຮືອນ​ຕູບ​ຢູ່​ກ້ອງ​ຮ​ົ່ມ​ສຸມ​ໄມ້​ຫົກ, ບໍ່​ມີ​ຫ້ອງ​ການ​ເຮ​ັດ​ວຽກ ບໍ່​ມີ​ໂຕະ​ຕັ້ງ ຂຽນ​ຫນັງ​ສື​ ມີ​ແຕ່​ຕຽງ​ໄດ້​ຝາກ​ໃຜ​ນອນ​ບ່ອນ​ ໃດ​ກໍ່​ຂຽນ​ບົດ-​ຂ່າວ​ຢູ່​ບ່ອນ​
ນັ້ນ , ຈັກ​ພິມ​ດີດ​ກໍ່​ພີມ​ຢູ່​ບ່ອນນອນ ໄດ້​ຍ​ິນ​ສຽງ​ເຮືອ​ບິນ​ມາ​ກໍ່​ຕ້ອງ​ຫີ້ວ​ເອົ​າ​ຈັ​ກ​ພິມ​ດ​ີດ​ແລ່ນ​ເຂົ້າ​ໄປ ​ຢູ່​ໃນ​ຖ້ຳ, ເຮືອ​ບິນ​ ຫນີ​ກໍ່​ຫີ້ວ​ອອກ​ມາ​ພີມ​ຕໍ່; ໃນ​ບັ້ນ​ຮັບ​ໃຊ້​ໃຫ້​ແກ່​ສະ​ຫນາມ​ຮົບ​ກູ້​ກຽດ ແລະ​ໂອ​ເດ​ແອນ​ຢູ່​ແຂວງ ​ຊຽງ​ຂວາງ​ບັ້ນ​ຮົບ​ລາມ​ເຊີນ 719 ຢູ່ ແຂວ​ງ​ສະ​ຫວັນນະ​ເຂດ, 3 ບັ້ນ​ຮົບ​ດັ່ງ​ກ່າວ​ນີ້​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ຍ້ອນ ​ວ່າ​ສຳ​ນັກ​ມີ 2 ບ່ອນ ຕັ້ງ​ຢູ່​ຄົນ​ລະ​ປະ​ເທດ ບ.ກ ຂຽນ​ບົດ, ຂຽນ​ຂ່າວ​ຢູ່​ພູ​ແຄ ແຕ່​ໂຄ​ສົກ​ອ່ານ​ຂ່າວ​ອອກ ວິ​ທະ​ຍຸ​ຊ້ຳ​ພັດ​ຢູ່​ຫວຽດ​ນາມ, ແຕ່​ລະ​ມື້​ນັກ​ຂ່າວ​ໄດ້​ໄປ​ເກັບ​ກຳ​ຂ່າວ​ຈາກ​ສະ​ຫນາມ​ຮົ​ບ​ຕ່າງໆ ມາ​ຂຽນ​ແລ້ວ​ ກໍ່​ເອົາ​ໃຫ້​ຫນ່ວຍ​ ງາມ​ພິມ​ດີດ ພິມ​ເປັນ​ໂຕ​ລາ​ຕິນ​ແລ້ວ​ເອົາ​ໄປ​ສົ່ງ​ໃຫ້​ໜ່ວຍ​ງານ ໂທ​ລະ​ເລກ​ສົ່ງ​ຕໍ່​ໄປ​ໃຫ້
B1 ຢູ່​ຫວຽດ​ນາມ.
ເຖິງວ່າ​ຈະພົບ ຍົນ​ຍິງ​ລະ​ເບີດ​ແຕກ​ລັດ​ຫນ້າ​ລັດ​ຫລັງ ຝ​ົນ​ຕົກ​ລົມ​ຫນາວ ຫລ​ື ມືດ​ຄ່ຳ​ພຽງ​ໃດ ​ພວກ​ຂ້າ​ພະ​ ເຈົ້າ​ກໍ່​ຕ້ອງ​ໄດ​້​ພິມ​ໃຫ້​ແລ້ວ ແລະ​ຍ່າງ​ໄປ​ສົ່ງ​ໃຫ​້​ຫນ່ວຍ​ໂທ​ລະ​ເລກ​ທີ່​ປະ​ຈຳ​ຢູ່​ຖ້ຳ​ຂອງ ​ຊ່ຽວ​ຊານ​ຫວຽດ​ນາມ ຫ່າງ​ຈາກ​ສຳ​ນັກ​ປ​ມານ 2 ກິໂລ​ແມັດ​ເພື່ອ​ຮັບ​ຫ​ປະ​ກັນ​ໃຫ້​ທັ​ນ​ກັບ​ເວ​ລາ​ ອອກ​ອາ​ກາດ ແລະ​ທັນ​ກັບ​ສະ​ພາບ​ ການ​ມັນ​ໄດ້​ຮ​ຽ​ກ​ຮ້ອງ​ຕ້ອງ​ການ​ໃຫ້​ພະ​ນັກ​ງານ ຂ່​າວ​ສານ​ ທຸກ​ຄົນ​ເຮັດ​ວຽກ​ຫາກ​ແບກ​ພາ​ລະ​ທີ່​ໜັກ​ຫນ່ວງ​ຈົນ​ລືມ​ ຄວາ​ມ​ອິດ​ເມື່ອຍ​ຍ້ອນ​ວ່າ​ສຳ​ນັກ​ຖືກ​ຍົນ​ຍິງ​ ຖະ​ຫລົ່ມ​ເຖິງ 2 ເທື່ອ ເຮັດ​ໃຫ້​ຖ້ຳ​ເປ່​ເພ​ເສຍ​ຫາຍຄະ​ນະ​ຮັບ​ຜິດ​ຊອບ​ ສຳ​ນັກ​ຈິ່ງ​ໄດ້​ລະ​ດົມ​ອ້າຍ​ ນ້ອງ​ທັງ​ໝົດ​ຂຸດ​ເຈາະ​ຫີນ​ແລະ​ສ້ອມ​ແປງ​ຖ້ຳ​ໃຫ້​ກວ້າງ​ອອກ​ຕື່ມ​ໃຊ້​ເວ​ລາ​ເກືອບ​ 1 ປີ ຈຶ່ງ​ສຳ​ເລັດ.
ຮອດ​ປີ 1971 ຈິ່ງ​ໄດ້​ຍົກ​ຍ້າຍ​ເຄື່ອງ​ໂທ​ລະ​ເລກ​ມາ​ຕັ້ງ​ຢູ່​ໃນ​ຖ​້ຳ​ຂອງ​ສານ​ໃນ​ປີ ນີ້​ເອງ​ສຳ​ນັກ​ ຂ່າວ​ສານ VNA ຂອງ​ຫວ​ຽດ​ນາມ ໄດ້​ສົ່ງ​ເຄື່ອງ​ຮັບ​ສົ່ງ​ໂທ​ລະ​ພິມ​ມາ​ຊ່ວຍ​ເຫລືອ 1 ຊຸດ ໃນ​ປີ 1970 ໂຮງ​ຮຽນ​ໂທ​ລະ​ເລກ​ ຂ່າວ​ແຈ້ງ​ຊຸດ​ທີ​ຫນຶ່ງ​ໄດ້​ເປີດ​ຂຶ້ນ ຕໍ່​ມາ​ທ້າຍ​ປີ 1971 ກໍ່​ໄດ້​ເປີດ​ ໂຮງ​ຮຽນ​ຊຸດ​ທີ​ສອງ ຂຶ້ນ​ອີກ​ຊຶ່ງ​ທັງ​ສອງ​ຊຸດ​ ຮຽນ​ດັ່ງກ່າວ​ແມ່ນ​ຊ່ຽວ​ຊານ​ປມ ເປັນ​ຜູ້​ຊ່ວຍ​ ສິດ​ສອນ​ໃຫ້​ຈາກ​ກຳ​ລັງ​ແຮງ​ດັ່ງ​ກ່າວ​ນີ້​ຈິ່ງ​ເຮັດ​ໃຫ້​ການ​ຮັບ-​ສົ່ງ​ຂ່າວ​ຕິດ​ຕໍ່​ກັບ​ທຸກໆ​ແຂວງ​ ໄດ້​ສະ​ດວກ​ຂຶ້ນ.
ສົງຄາມ​ທຳລາຍ​ໄດ້​ພາກ​ເອົາ​ຊີວິດ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ​ໄປ​ເຖິງ​ສາມ​ຄົນ​ຄື: ອ້າຍ​ໄຊ​ສົງ​ຄາມ​ໄປ​ປະ ຕິບັດ​ໜ້າ​ທີ່​ຢູ່​ສະໜາມ​ແຂວງ​ຊຽງ​ຂວາງ​ໄດ້​ລະ​ເບີດ​ເສຍ​ຊີວິດ, ອ້າຍ​ຄຳ​ເສັງ ​ແລະ​ອ້າຍ​ຄຳ​ສຸກ​ກໍ່​ຖືກ​ ບອມ​ບີ​ແຕກ ​ໃສ່​ໃນ​ ເວລາ​ຖາງ​ສວນ​ຢູ່​ໃກ້​ສຳນັກ​ເສຍ​ ຊີວິດ​ຄາ​ທີ່. ຊີວິດ​ໃນ​ປາງ​ສົງຄາມ​ເຮືອບິນ​ມາ​ຍິງ​ຖະຫລົ່ມ​ທຸກ​ເຊົ້າ​ທຸກ​ ແລງ​ອາຫານ​ການ​ກິນ​ກໍ່​ຂາດ​ເຂີນ​ ບໍ່​ພຽງພໍ​ມີ​ແຕ່​ເຂົ້າ​ຈ້າວ​ແດງ ​ແລະ​ປ່ອງ​ປາ​ທີ່​ປະ​ເທດ​ເພື່ອນ​ບ້ານ ​ຊ່ວຍ​ ເຫລືອ, ​ເກັບຜັກຫັກ ໜໍ່​ມາ​ເໝືອດ​ໃສ່​ປ່ອງ​ປາ, ນຸ່ງ​ເຄື່ອງ​ກີ່​ກະຕຸກ, ບໍ່​ມີ​ເງິນ​ເດືອນ​ໃຊ້​ຈ່າຍ​ແຕ່​ດ້ວຍ​ຄວາມ​ຄຽດ​ແຄ້ນ
​ ສັດຕູ, ມີ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ມີ​ຄວາມ​ສາມັກຄີ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຊຶ່ງ​ກັນ -ແລະ​ກັນ, ມີ​ຄວາມ​ຮັບ ຜິດ ຊອບ​ຕໍ່ໜ້າ​ທີ່​ສູງ, ມີ​ຄວາມທຸກ​ຍາກ​ສັບສົນ​ແລະ​ອຸປະສັກ​ຕ່າງໆ​ເຫລົ່ານັ້ນ ບໍ່​ໄດ້​ເຮັດ​ໃຫ້​ພະນັກງານ​ປະຕິບັດ ​ທໍ້ຖອຍ​ນ້ອຍ​ໃຈ​ແຕ່​ຢ່າງ​ໃດ​ເລີຍ.
​ ໃຕ້​ການ​ນຳພາ​ຂອງ​ພັກ​ໂດຍ​ມີ​ບັນດາ​ທ່ານ ຄະນະ​ຮັບຜິດຊອບ​ຢູ່​ວິທະຍຸ​ຂ່າວສານ​ໃນ​ເມື່ອ​ກ່ອນ​ ໄດ້​ເອົາ​ໃຈ​ ໃສ່​ຊີ້ນຳ ນຳພາ​ແນວ​ຄິດ​ຂອງ​ອ້າຍ​ເອື້ອຍນ້ອງ​ທຸກ​ຄົນ​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ ໃຫ້​ມີ​ຈິດ​ໃຈ​ຟົດຟື້ນປະຕິວັດ, ມີ​ນ້ຳ​ໃຈ​ອົດທົນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ​ເຮັດ​ສຳ​ເລັດ​ ໜ້າ​ທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້.
ຍ້ອນ​ມີ​ແນວທາງ​ທີ່​ຖືກຕ້ອງ​ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ສະພາບ​ ການບ້ານ​ເມືອງ​ ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ບໍ່​ຄາດ​ຝັນ, ຢູ່​ເຂດ​ແນວ​ຫລັງ​ສັດ​​ໄດ້​ມີ​ການ​ຕໍ່​ສູ້​ດ້ານ​ ການ​ເມືອງ​ເກີດ​ຂຶ້ນ​ແລະ​ ນັບ​ມື້ນັບ​ຫລາຍ ​ເປັນ​ຜົນ​ດີ​ໃຫ້​ແກ່​ການ​ປະຕິວັດ ຄະນະ​ລັດຖະບານ ​ປະສົມ​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 1972. ຂ່າວສານ​ກໍ່​ຍິ່ງ​ເພີ່ມ​ພາລະ​ບົດບາດ​ສູງ​ຂຶ້ນ. ທ່ານ​ສີສະໝານ -ແລະ​ພະນັກງານ 3 ສະຫາຍ​ໄດ້​ເຂົ້າ​ມາ​ປະ ຈຳ​ຢູ່​ວຽງ​ຈັນ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ປະສົມ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ຄວາມ ​ ຖືກຕ້ອງ​ປອງ​ດອງ​ຊາດ (ນັກ​ຂ່າວ​ 1 ສະຫາຍ, ​ໂທລະ​ເລກ 2 ສະຫາຍ) ພ້ອມ​ນີ້ຍັງ​ມີ​ນັກ​ຂ່າວ 1 ສະຫາຍ ​ແລະ​ໂທລະ​ເລກ 1 ສະຫາຍ​ໄປ ​ປະຈຳ​ ຢູ່​ຫລວງ​ພະ​ບາງ ​ຮ່ວມ​ກັບ​ຄະນະ​ ມ​ົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ກອງ​ປະຊຸມ​ຂອງ​ຄະນະ​ລັດຖະບານ​ປະສົມ​ດັ່ງກ່າວ​ນັ້ນ -ເປີດ​ຂຶ້ນອາທິດ​ລະ​ສອງ​ຄັ້ງ, ທຸກໆ​ເອກະສານ​ທີ່​ອ່ານ ​ຜ່ານ​ກອງ​ປະຊຸມ​ຂອງ​ສອງ​ ຝ່າຍ​ຈະ​ແມ່ນ​ບົດສັ້ນຫລື​ຍາວ ​ໄດ້​ຖືກ​ສົ່ງ​ຜ່ານ​ໂທລະ​ເລກ​ຂອງ​ຂ່າວສານ​ຂຶ້ນ​ໄປ​ຫາ
ສູນ ກາງ​ພັກ​ ເພື່ອ​ຄົ້ນຄວ້າ​ພິຈາລະນາ, ​ເວລາ​ນັ້ນ​ເຄື່ອງ​ອຸປະກອນ​ວິຊາ​ການ​ຍັງ​ຫລ້າ​ສະ​ໄໝ, ພະນັກງານ​ ວິຊາ​ການ​ກໍ່​ມີ​ໜ້ອຍ​ແຕ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ຊ້ຳພັດ​ສູງ, ທັງ​ຕ້ອງ​ໃຫ້​ຮັບ​ປະກັນບໍ່​ໃຫ້​ຜິດພາດ ​ແລະ​ໃຫ້​ໄດ້​ໄວ​ທັນ​ກັບ​ສະພາບ​ການ. ດັ່ງນັ້ນ ພວກ​ຂ້າພະ​ເຈົ້າ​ທຸກ​ຄົນ​ຈິ່ງ​ໄດ້​ເຮັດ​ວຽກ​ຫາມ​ຮຸ່ງ​ຫາມ​ຄ່ຳ, ປະຈຳ​ຢູ່​ໃນ​ຖ້ຳ​ທັງ​ເວັນ​ທັງ​ຄືນ​ບໍ່​ມີ​ ວັນ​ພັກຜ່ອນ.
ປີ 1973 ຫລັງ​ຈາກ​ເຊັນ​ສັນຍາ ​ແລະ​ອານຸສັນຍາ​ໃນ​ວັນ​ທີ 21 ມີນາ​ປີ 1973 ຂະ​ບວນກາ​ນ ລຸກ​ຮື້ຂຶ້ນຢູ່​ທຸກ ​ຫົນ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ຂ່າວສານ​ໄດ້​ແບ່ງປັນ​ກຳລັງ​ອອກ​ໄປ​ປະຈຳ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ເຊັ່ນ: ທ່າ​ແຂກ, ສະຫວັນ​ນະ​ເຂດ ​ແລະ​ຈຳ​ປາ​ສັກ ​ເພື່ອ​ເກັບ​ກຳ​ຂ່າວ​ຄາວ​ສະພາບ​ການ​ຕ່າງໆ​ສົ່ງ​ໄປ​ໃຫ້​ສຳນັກ​ອອກ​ອາກາດ​ ປຸກລະ ດົມ​ຈິດ​ໃຈ​ປະຊາຊົນ.
ປີ 1974 ສຳນັກ B1 -ໄດ້​ຍົກ​ຍ້າຍ​ກັບ​ຄືນ​ປະ​ເທດ​ແລະ​ໄດ້​ມາ​ເຕົ້າ​ໂຮມ​ເປັນ​ສຳນັກ​ດຽວ​ ກັນ​ຢູ່​ທີ່​ພູ​ແຄ​ເວລາ​ ນີ້ທ່ານ​ສົນ​ເທີ -ເພັດ​ມະນີ​ໄດ້​ເຂົ້າ​ມາ​ວຽງ​ຈັນ -ເພື່ອ​ກະກຽມ​ ໃຫ້​ແກ່​ການ ​ຢຶດອຳນາດ​ທົ່ວ​ປະ​ເທດ​ມອບ ​ໜ້າ​ທີ່​ໃຫ້​ທ່ານ​ບົວ​ບານ ວໍ​ລະ​ຂຸນ​ວ່າການ​ແທນ​ຫົວໜ້າ.
ພາຍຫລັງ​ຢຶດອຳນາດ​ທົ່ວ​ປະ​ເທດ ​ແລະ​ສະຖາ​ປາ​ນາ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 2 ທັນວາ ປີ 1975 -ແລ້ວ​ພະນັກ ງານ​ຂ່າວສານ​ປະ​ເທດ​ລາວ​ໄດ້​ຖືກ​ແບ່ງປັນ​ໃຫ້​ໄປ​ປະຈຳ​ຢູ່​ຫລວງ​ພະ​ບາງ, ຊຽງ​ຂວາງ, ຄຳ​ມ່ວນ, ຫົວພັນ ​ນອກ​ນັ້ນ​ແມ່ນ​ຍົກຍ້າຍ​ເຂົ້າ​ມາ​ວຽງ​ຈັນ. ປີ 1976 ວິທະຍຸ​ປະ​ເທດ​ລາວ​ແລະ​ຂ່າວສານ​ປະ​ເທດ​ລາວ​ ໄດ້​ແຍກ​ອອກ​ຈາກ​ກັນ. ທ່ານ​ສີສະ​ນະ​ສີ​ສານ -ເປັນ​ລັດຖະມົນ​ຕີ​ກະຊວງ​ຖະ​ແຫລ​ງຂ່າວ, ທ່ານ​ສອນ​ຄຳ​ວານ​ວົງສາ ​ເປັນ​ຮອງ​ລັດ ຖະມົນຕີ​ແລະ​ທ່ານ​ສົນ​ເທີ -ເພັດ​ມະນີ​ເປັນ​ຫົວໜ້າ​ຫ້ອງ​ການ​ກະຊວງ, ທ່ານ​ສີສະ​ໝານ​ ເປັນ​ຫົວໜ້າ​ກົມ​ຂ່າວສານ-ໜັງສືພິມ​ປະຊາຊົນ. ມາ​ຮອດ​ປີ 1983 ກົມ​ຂ່າວສານ -ແລະ​ໜັງສືພິມ​ຈິ່ງ​ໄດ້​ແຍກ​ອອກ​ເປັນ 2 ອຳນວຍ​ການ​ໃຫຍ່​ຫົວໜ້າ​ຂ່າວສານ​ຕໍ່​ຈາກ​ທ່ານ ສີສະ​ໝານ ກໍ່​ມີ​ທ່ານ​ຈັນ​ທີ​ເດືອ​ນສະຫວັນ, ທ່ານ​ບຸນ​ເຕັງ​ວົງ​ໄຊ, ທ່ານ​ພົມມາ​ໄຊ​ຍະ​ລາດ, ທ່ານ​ວັນ​ທອງ​
ພົນ​ຈັນ​ເຮືອງ ​ແລະ​ທ່ານ​ຄຳ​ແສນ​ພົງສາ ​ໄດ້​ດຳລົງ​ຕຳ​ແໜ່​ງນີ້ມາ​ແຕ່​ປີ 1999ຈົນ​ເຖິງ​ປະຈຸ​ບັນ.
ຂ່າວສານ​ປະ​ເທດ​ລາວ​ໄດ້​ຍ່າງ​ຕາມ​ທາງ​ທີ່​ຄົດ​ລະ​ອິດ​ລະ​ອ້ຽວ​ມາ​ນານ​ເຖິງ 40 ປີ ມາ​ຮອດ​ມື້ນີ້ຂ່າວສານ KPL -ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຮອບດ້ານ​ນັບ​ທັງ​ກຳລັງ​ຄົນ, ກຳລັງ​ຊັບ ​ແລະ​ອຸປະກອນ​ເຕັກນິກ​ ທີ່​ທັນ​ສະ​ໄໝ.
​ ເມື່ອ​ກ່ອນ​ກຳ​ເນີ​ດຈາກ​ສອງ​ຝາ​ມື​ເປົ່າ, ຂາດ​ເຂີນ​ທາງ​ກຳລັງ​ຄົນ, ກຳລັງ​ຊັບ ​ແລະ​ວັດຖຸອຸປະກອນ​ ເກົ່າ​​ແກ່​ຫລ້າຫລັງ ​ແຕ່​ຍ້ອນ​ຄວາມ​ບຸກບືນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຢູ່​ໃຕ້​ຮົ່ມ​ທຸງ​ຂອງ​ພັກ​ ປະຊາຊົນ​ປະຕິວັດ​ລາວ ​ແລະ​ດ້ວຍ​ຄວາມ​ເອົາ​ໃຈ​​ໃສ່​ຂອງຂັ້ນ​ເທິງ ​ແລະ​ຫົວໜ້າ​ກົມ ຫລື​ຫົວໜ້າ​ອຳນວຍ​ການ -ແຕ່​ລະ​ລຸ້ນ​ ແຕ່ລະ​ທ່ານ​ທີ່​ຮັບຜິດຊອບ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຂ່າວສານ​ ປະ​ເທດ​ລາວ​ນັບ​ມື້ນັບ​ເຕີບ​ໃຫຍ ່​ເຂັ້ມ​ແຂງ​ຢ່າງ​ບໍ່​
ຢຸດ​ຢັ້ງ. -ເມື່ອ​ກ່ອນ​ມີ​ພຽງ​​ເຄື່ອງ​ຈັກ​ໂທລະ​ເລກ ​ ເກົ່າໆ 1 -ເຄື່ອງ​ກາຍ​ມາ​ເປັນ ສາມ​ເຄື່ອງ, ຕໍ່​ມາ​ກໍ່​ມີ​ຈັກ​ ໂທລະ​ພິມ​ເຂົ້າ​ມາ​ຕື່ມ​ກໍ່​ຖື​ວ່າ​ທັນ​ສະ​ໄໝ​ ຂຶ້ນຕື່ມ​ໜ້ອຍ​ໜຶ່ງ​ຕໍ່​ມາ​ອີກ​ກໍ່​ໃຊ້​ເຄື່ອງ​ຄອມ​ພິວ​ ເຕີ​ແທນ​ໃຫ້​ເຄື່ອງ​ ໂທລະ​ເລກ-​ໂທລະ​ພິມ. ມາ​ເຖິງ​ປະຈຸ​ບັນ​ນີ້​ຂ່າວສານ​ປະ​ເທດ​ລາວ​ໄດ້​ກ້າວ​ໄປ​ສູ່​ເຄື່ອງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເທົ່າ​ທຽມ​ກັບ ປະ​ເທດ ​ອື່ນ. ອັນ​ໄດ້​ເຣັດ​ໃຫ້ຊື່​ສຽງ​ຂອງ​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ເປັນ​ທີ່​ຮັບ​ຮູ້​ໄປ​ທົ່ວ​ໂລກ. ພາລະ​ບົດບາດ​ກໍ່​ສູງ​ຂຶ້ນ​ເລື້ອຍໆ ຜະລິດ​ຕະພັນ​ຂ່າວ​ສານກໍ່​ມີ​ຫລາຍ​ຢ່າງ​ເຊັ່ນ: ໜັງສືພິມ​ປະ​ເທດ​ ລາວ, ​ໃບ​ຂ່າວສານ​ເປັນ​ພາສາ​ອັງກິດ, ພາສາ​ຝຣັ່ງ, ຂ່າວ​ໂລກ, ອິນ​ເຕີ​ເນັດ, ​ເວ​ບ​ໄຊ ​ແລະ​ອື່ນໆ.
40 ປີຜ່ານມາ, ພະນັກງານ​ຂ່າວສານ​ທຸກ​ຄົນ​ບໍ່​ວ່າ​ລຸ້ນກ່ອນ​ກໍ່​ຄື​ລຸ້ນສືບ​ທອດ​ທຸກ​ຄົນ​ໄດ້​ພ້ອມ ພຽງ​ຮຽງ​ໜ້າ ​ກັນ​ສຸມ​ທຸກ​ສະຕິ​ປັນຍາ ​ແລະ​ຄວາມ​ຮູ້​ຄວາມ​ສາມາ​ດຂອງ​ຕົນ​ເຂົ້າ​ໃນ​ວຽກ​ງານ ​ວິຊາ​ສະ​ເພາະ​ເພື່ອ​ເຮັດ ​ລ້ອນໜ້າ​ທີ່​ອ ັນມີ​ກຽດ​ສົມ​ກັບ​ເປັນ​ກະບອກ​ສຽງ​ຂອງ​ພັກ-ລັດ.
ຂ້າພະ​ເຈົ້າ​ເອງ​ກໍ່​ຮູ້ສຶກ​ພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ປະກອບສ່ວນ​ເຫື່ອ​ແຮງ​ແລະ​ສະຕິ​ປັນຍາ​ອັນ​ນ້ອຍໆ​ຂອງ​ ຕົນ​ເຂົ້າ​ ໃນ​ ວຽກ​ງານ​ຮັບ​ໃຊ້​ປະ​ເທດ​ຊາດ​ຮັບ​ໃຊ້​ປະຊາຊົນ ແລະ​ກໍ່ແມ່ນ​ຜູ້​ໜຶ່ງ​ໃນ​ຈຳນວນ​ຫລາຍ​ ຮ້ອຍ​ຄົນ.ທີ່​ໄດ້​ປະກອບ ສ່ວນ​ສ້າງ​ສຳນັກ​ຂ່າວສານ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຄື​ທຸກ​ວັນນີ້. ຍັງ​ມີ​ສິ່ງ​ໜຶ່ງ​ທີ່​ລືມ​ບໍ່​ໄດ້​ນັ້ນກໍ່​ຄື​ວ່າ​ສຳນັກ​ຂ່າວສານ​ຈະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ມາ​ໄດ້​ກໍ່​ຍ້ອນ​ໄດ້​ຮັບ​ ການ​ອຸ້ມ​ ຊູ​ຊ່ວຍ​ເຫລືອ​ຢ່າງ​ຈິງ​ໃຈ ​ແລະ​ບໍ່​ມີ​ຂອບ​ເຂດ​ຂອງ​ເພື່ອນ​ບ້ານ​ຫວຽດນາມ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ກໍ​ແມ່ນ​ສ່ຽວ​ຊານ​ ຈາກ ​ສຳນັກ​ຂ່າວສານ VNA ທີ່​ໄດ້​ຊ່ວຍ​ເຫລືອ​ສິດສອນ​ດ້ານ​ຄວາມ​ຮູ້​ ຄວາມ​ສາມາ​ດພ້ອມ​ທັງ​ວັດ ຖຸ​ອຸປະ ກອນ​ຕ່າງໆ​ໃຫ້ KPL , ຄວາມ​ຊ່ວຍ​ເຫລືອ​ຮອບດ້ານ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ​ມິດຕະພາບ​ທີ່​ດູດ​ດື່ມ
ນັ້ນ ຂ້າພະ​ເຈົ້າ​ຂໍ​ຈາລຶກ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຕະຫລອດ​ໄປ.
ປະຈຸ​ບັນນີ້ຂ້າພະ​ເຈົ້າ​ໄດ້​ພັກຜ່ອນ​ຮັບ​ເບ້ຍ​ບຳນານ​ແລ​້ວ, ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຜ່ານ​ມາ​ຍັງ​ຢູ່​ໃນ​ ຄວາມ​ຊົງ​ຈຳ​ ສະ​ເໝີ. -ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງຂ່າວສານ​ປະ​ເທດ​ລາວ​ຄົບຮອບ 40 ປີນີ້ຂ້າພະ​ ເຈົ້າ​ຂໍ​ອວຍ​ໄຊ​ໃຫ້​ພອນ​ແດ່​ຫົວໜ້າ​ຂ່າວສານ​ທັງ​ລຸ້ນ​ເກົ່າ​ແລະ​ໃໝ່​ເວົ້າ​ລວມ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ​ມີ​ອາຍຸ​ ໝັ້ນຂວັນ​ຍືນ​ໂດຍ​ສະ​ເພາະ​ແມ່ນ​ຂໍ​ອວຍພອນ​ໃຫ້​ທ່ານ​ຫົວໜ້າ ​ແລະ​ຄະນະ​ນຳ​ຂ່າວສານ​ລຸ້ນປະຈຸ​ບັນຊີ້ນຳ​ ນຳພາ​ພະນັກງານ​ລຸ້ນສືບ​ທອດ​ສ້າງສາ​ພັດທະນາ​ສຳນັກ​ ຂ່າວສານ​ໃຫ້​ເຕີບ​ໃຫຍ່​ຈະ​ເລີ​ນກ້າວໜ້າ​ຂຶ້ນ ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄວາມຊົງຈຳຖ້ຳພູແຄ

*​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະ ຫລອງ​ວັນ​ສ້າງຕັ້ງ​ຂ່າວສານ​ປະ​ເທດ​ລາວ (ຂ​ປ​ລ) ຄົບຮອບ 40 ປີ (ວັນ​ທີ 6/1/1968-6/1/2008), ພວກ​ເຮົາ​ບໍ່​ຄວນ​ ຫລົງ​ລືມຖ້ຳ​ພູ​ແຄ ເມືອງວຽງ​ໄຊ ແຂວງ​ຫົວ​ພັນ ຊຶ່ງ​ເປັນ​ບ່ອນ​ກຳ​ເນີ​ດ ຂອງ​ ຂ່າວສານປະ​ເທດ ​ລາວ​ເລີ່ມຕົ້ນ​ດ້ວຍ​ການຈັດ​ຕັ້ງ 3-4 ຫນ່ວຍ​ງານ​ໃຫຍ່ ຄື:
ຫນ່ວຍ​ງານ​ບົດ, ຫນ່ວຍ​ຂ່າວ, ຫນ່ວຍ​ພິມ​ດີດ​ລາ​ຕິນລາວ, ພິມ​ດີດ​ພາສາ​ລາວ ​ ແລະ ຫນ່ວຍ​ຄຸ້ມ​ຄອງ​ ບໍລິຫານ. ເລີ່​ມຕົ້ນດ້ວຍ​ໃຊ້​ເຄື່ອງມື​ທີ່​ຫລ້າຫລັງ ກ້າວ ​ ຂຶ້ນມາ​ນຳ​ໃຊ້​ເຄື່ອງ​ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ. ຖ້ຳ​ພູ​ແຄ​ແຫ່ງ​ນີ້ ຂ້າພະ​ເຈົ້າ​ໄດ້​ເຂົ້າ​ມາ​ຮ່ວມ​ວຽກ​ງານ​ກັບ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ໃນ​ວັນ​ທີ 15 ສິງຫາ 1969. ສະຖານ​ ທີ່​ແຫ່ງ​ນີ້ ເປັນ​ບ່ອນ​ຝຶກ​ຝົນ ຫລໍ່​ຫລອມ ​ໃຫ້​ຂ້າພະ​ເຈົ້າ​ເຕີບ​ໃຫຍ່​ທັງ​ທາງດ້ານຮ່າງກາຍ​ແລະ​ຈິດໃຈ, ຮຽນ​ຮູ້​ທຸກ​ສິ່ງ​ທຸກ
​ ຢ່າງ ນັບ​ແຕ່​ການ​ເຮັດ​ວຽກ, ປະຕິບັດຄຳ​ສັ່ງ ​ແລະ ​ລະ ບຽບ​ວິ​ໄນຕ່າງໆ. ​ ຂ່າວສານ​ປະ​ເທດ​ ລາວ ຕັ້ງຢູ່​ຖ້ຳ​ພູ​ແຄ, ຢູ່​ບ່ອນ​ນັ້ນປະກອບ​ມີຖ້ຳ​ 3 ຖ້ຳ ທີ່​
ປ່ອງ​ໃສ່​ກັນ ຖ້ຳ​ທີ 1 ແມ່ນ​ຫນ່ວຍ​ຄຸ້ມ​ຄອງ​ບໍລິຫານ ປະກອບ​ມີ ແພດ​ປະ
ຈຳ​ກອງ, ​ເອື້ອຍລ້ຽງ, ສາງ​ເບີກ​ຈ່າຍ​ເຂົ້າ​ ​ແລະ​ເຄື່ອງ​ຂອງ​ອັດຕາ​ກິນ​ອື່ນໆ; ຖ້ຳ​ທີ 2 ແມ່ນ​ບ່ອນ​ເຮັດ​ວຽກ​ຂອງ​ທ່ານ
ສີຊະ​ນະ ສີ​ສານ ​ແລະ ​ເປັນ​ບ່ອນ​ ຫລົບ​ໄພ ​ເມື່ອ​ເຮືອບິນ​ມາ​ເວີ່ນ ​ແລະ ຖ້ຳ​ທີ 3 ແມ່ນຫລົບ​ໄພ​ຄື​ກັນ ທັງ 3
ຖ້ຳ​ນີ້​ຄັບ​ແຄບ​ຫລາຍ. ​ໃນ​ຊຸມ​ປີ 70 ໄດ້​ຖືກສ້ອມ​ແປງ​ລະຫວ່າງ​ຖ້ຳ​ທີ 2 ແລະ ທີ 3 ປ່ອງ​ໃສ່​ກັນນັ້ນ ​ໃຫ້ບຸກ​ເບີກ​ໃຫ ້​ກວ້າງ​ອອກຕໍ່​ມາ​ໄດ້​ຍົກຍ້າຍ​ ຫນ່ວຍ​ໂທລະ​ເລກ ​ແລະ ​ເຕ​ເລ​ຕິບ ​ເຂົ້າ​ມາ​ຢູ່​ຖ້ຳບ່ອນ​ດຽວ​ກັນ, ຕໍ່​ມາ​ໄດ ້​ຍຸບ​ຫນ່ວຍ​ພິມ ​ດີດ​ລາ​ຕິນລາວ ​ເຂົ້​າກັບ​ຫນ່ວຍ​ໂທລະ​ເລກຂ່າວ​ແຈ້ງ ​ເພາະ​ ຜ່ານ​ມາ​ແມ່ນ​ທຸກໆ​ບົດ ​ແລະ ຂ່າວ​ຕ້ອງ​ຜ່ານ​ການ ​ຕີ​ພິມ​ດີດ​ພາສາ​ລາ​ຕິນ ລາວກ່ອນ ​ແລ້ວ​ຈຶ່ງສົ່ງ​ໄປ​ໃຫ້​ຫນ່ວຍ​ໂທລະ​ເລກ ສົ່ງຕໍ່​ໄປ​ໃຫ້​ພາກ​ກະຈາຍ ສຽງ​ຂອງ​ວິທະ ຍຸ​ຝ່າຍ​ປະ​ເທດ​ລາວ ທີ່​ອາ​ໄສ​ຢູ່​ຫວຽດນາມ (ເອີ້ນພາກ B1) . ພາກສ່ວນ​ຫນ່ວຍ​ບົດ​ໃນ​ເວລາ​ນັ້ນປະກອບ​ມີ ພາກ
A1, A2, C1, C2, F5, F6, ບົດ​ສົນ​ທະ​ນາ​ລະຫວ່າງ​ລຸງ​ຮັກ ​ແລະ ລຸງ​ຊາດ, ທ້າວ​ຫລັກ ​ແລະ ທ້າວ​ແຫລມ,
ນອກ​ນັ້ນ​ກໍ​ມີ​ບົດ​ອ່ານ​ຂ່າວ​ຊ້າ ຂອງ​ພະ​ແນກ​ໂຄ ສະນາ​ອົບຮົມສູນ​ກາງ ​ໃຫ້​ທ້ອງ ​ ຖິ່ນ​ຕ່າງໆ​ທົ່ວ​ປະ​ເທດ. ບັນດາ​
ອ້າຍ​ເອື້ອຍ ນ້ອງ ພະນັກງານ​ຂ່າວສານ​ທຸກ​ຄົນ​ ເຮັດ​ວຽກ​ບໍ່​ມີ​ໂມງ​ເວລາພັກ, ບໍ່​ມີ​ຫ້ອງການ, ບໍ່​ມີ​ເງິນ​ເດືອນ ​ແຕ່​ມີ​ອັດ
ຕາ​ກິນ, ປີ​ຫນຶ່ງ​ຜູ້​ຊາຍ​ໄດ້​ຮັບ ສົ້ງ​ເສື້ອ 2 ຊຸດ, ​ເກີບ 2 ຄູ່ ແລະ ​ແມ່ຍິງ​ໄດ້​ຮັບແພ​ຕັດ​ເສື້ອ 8 ແມັດ, ສິ້ນ​ ໂຮງງານ​ກີ່​ກະ
ຕຸກ 4 ຜືນ ພ້ອມ​ສະບູ​ຊັກ​ເຄື່ອງ 1 ກ້ອນ​ເທົ່າ​ນັ້ນ.
ພວກ​ເຮົາ​ໄດ້​ແບ່ງປັນ​ກັນ​ເປັນ​ສີ​ບ​ເວນ ​ເພື່ອ​ແບ່ງປັນ​ວຽກ​ງານ​ສະດວກ, ທຸກ​ເຊົ້າ​ໄປ​ເພີ່ມ​ພູນ​ຜະລິດຜົນ ​ເຮັດ​ໄຮ່​ເຂົ້າ,
ປູກ​ມັນຕົ້ນ, ສາລີ ແລະ ສວນ​ຄົວ​ປູກ​ຜັກ ​ເພື່ອ​ຫາ​ລ້ຽງ​ກຸ້ມ​ຕົນ​ເອງ ​ເພາະ​ປີ​ຫນຶ່ງ​ສູນ​ກາງ​ໄດ້​ຕັດ​ ອັດຕາ​ກິນ ​3 ເດືອນ ​ ເພື່ອ​ໄປ​ຊ່ວຍ​ແນວຫນ້າ ​ໃນ​ເວລາ​ນັ້ນ ​ບໍ່​ວ່າ​ສຳນັ ກງານ​ອົງການ​ໃດ​ອ້ອມ​ຂ້າງ​ສູນ​ກາງ ກໍ​ໄດ້​ປະຕິບັດ​ຄຳ​ຂວັນ​ທີ່​ວ່າ “ທຸກ
​ ສິ່ງ​ທຸກ​ຢ່າງ​ເພື່ອ​ແນວ​ຫນ້າ; ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕີ​ເອົາ​ໄຊຊະນະ​ ຂ້າ​ເສິກ​ ຜູ້​ຮຸກ​ຮານ”. ພະນັກງານ​ຂ່າວ ສານ​ໄລຍະ​ນັ້ນ, ນອກຈາກ​ເຮັດ​ວຽກ​ວິຊາ​ສະ​ ເພາະ​ແລ້ວ ຕອນ​ແລງ​ພາຍ ຫລັງ​ກິນ​ເຂົ້າ​ແລງ​ແລ້ວ ກໍ​ພາກັນ​ໄປ​ຂຸດ​ທາງ, ຜູ້ຂຸດ,​ ຜູ້ເຍືອງ​ກະບັ້ງ​ໄຕ້​ໄຟ ພັດ​ປ່ຽນ​ກັນ, ຜູ້​ຕີ​ກອງ​ຮ້ອງ​ເພງ ມ່ວນ​ຊື່ນ​ຟົດຟື້ນ ຈົນ​ລືມ​ຄວາມ​ອິດ​ເມື່ອຍ ຮອດ 9 ໂມງ​ຈຶ່ງ​ໄດ້​ກັບ​.
ປີ 1971 ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ເອົາ​ໄຊຊະນະ​ຈາກ​ຂ້າ​ເສິກ​ຜູ້​ຮຸກ​ຮານ, ບັນດາ​ພວກ​ອ້າຍ​ນັກ​ຂ່າວ ແລະ ຫນ່ວຍ​ໂທລະ​ເລກໄດ້​ແບ່ງປັນ​ກັນ​ລົງ​ປະຈຳ​ຕາມ​ທ້ອງ​ຖິ່ນ​ເຂດ​ສະ ຫນາມຮົບ ​ເຊັ່ນ ທາງ​ພາກ​ໃຕ້, ພາກ​ເຫນືອ ​ແລະ ​ເຂດ​ຊຽງ​ຂວາງ ​ເພາະ​ໃນ​ເວລາ​ນັ້ນ ຈັກກະພັດ ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ພາຍຫລັງ​ປະລາ​ໄຊ​ບັ້ນຮົບ​ກູ້​ກຽດ​ແລະ ​ໄດ້ເປີດ​ບັ້ນຮົບ​ໂອ​ເດ​ແອນ​ຂຶ້ນ ​ເພື່ອ​ໂຈມ​ຕີ​ຍາດ​ເອົາ​ເຂດ​ປົດ​ປ່ອຍ​ຂອງ​ກຳລັງ​ຮັກ​ຊາດ, ພາກ​ໃຕ້​ກໍ​ແມ່ນ​ບັ້ນຮົບ ລາມ
​ ເຊີນ 719 ຊຶ່ງ​ແມ່ນ​ພວກ​ຫຸ່ນ​ໄຊ​ງ່ອນ ສົມທົບ​ກັບ​ກອງ ທັບ​ແຫ່ງ​ຊາດ​ວຽງ​ຈັນ​ເວລາ​ນັ້ນ ບຸກ​ໂຈມ​ຕີ​ຫວັງ​ຕັດ​ເສັ້ນທາງ​ລະ
ຫວ່າງ ພາກ​ໃຕ້​ຂອງ​ລາວ ​ແລະ ພາກ​ໃຕ້​ຫວຽດນາມ ​ແລະ ບັ້ນບຸກ​ໂຈມ​ຕີ​ເຂດ​ຍາດ​ແຍ່ງ​ປາກ​ຊ່ອງ​ດົງບໍລິ​ເວນ ​ແລະ ອື່ນໆ. ນອກຈາກ​ການ​ສົ່ງ​ບົດ ​ແລະ ຂ່າວ​ໃຫ້ B1 ແລ້ວ ຍັງ​ສົ່ງ​ໃຫ້​ຂ່າວ ສານ​ຫວຽດນາມ​ອີກ. ມື້​ໃດ​ອາກາດ​ດີ ກໍ​ເຮັດ​ວຽກ​ສະ ດວກ​ດີ​ແລ້ວ​ໄວ ຖ້າມື້​ໃດ​ອາກາດ​ບໍ່​ດີ ຮັບ-ສົ່ງ​ຂ່າວ​ກໍ​ພົບ​ຄວາມ​ຫຍຸ້ງຍາກ.
ທ້າຍ​ປີ 1972 ສະພາບ​ການ​ໄດ້​ປ່ຽນ​ແປງ, ສູນ​ກາງ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ອ້າຍ​ນ້ອງ​ໄປ​ເຮັດ​ວຽກ​ຢູ່​ວຽງ​ຈັນ,​ໃນ​ເວລາ​ນັ້ນຝ່າຍ​ວຽງ​ຈັນ ​ແລະ ຝ່າຍ​ແນວ​ລາວຮັກ​ຊາດ​ໄດ້​ເປີດ​ການ​ເຈ ລະຈາ​ເພື່ອ​ສ້າງ​ຄວາມ​ປອງ​ດອງ​ຊາດ​ຢຸດຕິ​ສົງຄາມ​. ​ໃນ​ທີ່​ສຸດ​ ວັນ​ທີ 21 ກຸມພາ 1973 ຝ່າຍ​ແນວ​ລາວ​ຮັກ​ຊາດ ​ແລະ ຝ່າຍ​ວຽງ​ຈັນ ກໍ​ຕົກລົງ​ກັນເຊັນ​ສັນຍາ​ສັນຕິພາບ ທົ່ວ​ປະ​ເທດ​ຢຸດ​ຍິງ ​ແຕ່ລະ​ຝ່າຍ​ຢູ່​ບ່ອນ​ໃດ​ກໍ​ປັກ​ທຸງ​ຂອງ​ຕົນ​ຂຶ້ນ​ໂລດ. ຫນ່ວຍ​ໂທລະ​ເລກ ​ແລະ ​ໂທລະ​ພິມ ພວກ​ເຮົາ​ໄດ້​ເຮັດ​ວຽກ​ ທັງ​ເວັນ​ທັງ​ຄືນ ​ເຮັດ​ຈົນ​ວຽກ​ສຳ​ເລັດ ຂ່າວ​ຄາວ​ກໍ​ຫລາຍ ມາ​ຈາກ​ຫລວງ​ພະ​ບາງ ​ແລະ ວຽງ​ຈັນ.
ພາຍຫລັງ​ເຊັນ​ສັນຍາ​ສັນຕິພາບ​ແລ້ວ, ຕໍ່​ມາ​ກໍ​ເຊັນ​ອະນຸ​ສັນຍາ ກຳນົດ​ເອົາ​ຕົວ​ເມືອງ​ວຽງ​ຈັນ ​ແລະ ​ເມືອງ​ຫລວງ​ພະ​ບາງ ​ເປັນ​ເມືອງ​ເປັນກາງ, ຈັດຕັ້ງລັດຖະບານ​ປະສົມ​ສອງ​ຝ່າຍ​ເອົາ​ກຳລັງ​ທັງ​ສອງ​ຝ່າຍ​ເຂົ້າ​ປະສົມ​ກັນ. ຫລັງ​ຈາກ​ນັ້ນ ກໍ​ມີ​ການ​ຍົກຍ້າຍ ວິທະຍຸ​ພາກ B1 ກັບ​ຄືນ​ມາ​ຢູ່​ພູ​ແຄ ວຽກ​ງານ​ໄດ້​ຫລຸດຜ່ອນ​ເບົາ​ລົງ​ແດ່ ເພາະ​ບໍ່​ໄດ້​ສົ່ງ​ຂ່າວ​ໃຫ້ B1 ມີ​ແຕ່​ສົ່ງ​- ຮັບ​ກັບ​ຂ່າວສານ​ຫວຽດນາມ. ເອື້ອຍ ທອງ​ສີ ແລະ ອ້າຍ​ມະນີ​ວົງ ​ຮັບຜິດ ຊອບ​ຕິດ​ຕໍ່ກັບ​ວຽງ​ຈັນ, ສ່ວນ​ຂ້າພະ​ເຈົ້າ ຮັບຜິດຊອບ​ຮັບ-ສົ່ງ​ຂ່າວ​ກັບ​ຄະ ນະ​ປະສົມ​ຫລວງ​ພະ​ບາງ. ປີ 1975 ສະພາບ​ການ​ຂອງ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ, ສະພາບ​ການ​ພາຍ​ໃນ​ປະ​ເທດ​ລາວ​ເຮົາໄດ້​ສຸກ​ງອມ, ສູນ​ກາງ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ກຽມ​ຍົກຍ້າຍ​ເຂົ້າ​ວຽງ​ຈັນ. ​ຂ່າວສານປະ​ເທດ​ລາວ ​ໄດ້​ແບ່ງປັນ​ພະນັກງານ​ໄປ​ພາກ​ເຫນືອ, ພາກ​ກາງ, ພາກ​ໃຕ້ ແລະນະຄອນ ຫລວງວຽງ​ຈັນ, ຂ້າພະ​ເຈົ້າ​ກໍ​ໄດ້​ຖືກ​ຍົກຍ້າຍ​ມາ​ວຽງ​ຈັນ ວັນ​ທີ 18 ຕຸລາ 1975 ແລະ ກໍ​ໄດ້​ຮ່ວມ​ວຽກ​ງານ​ກັບ​ບັນດາ​ພະນັກງານ​ຂ່າວສານ​ເຖິງ​ປະຈຸ​ບັນນີ້./.

ຂປລ ສະຫລອງວັນສ້າງຕັ້ງ ຄົບຮອບ40 ປີ

*(ຂປລ): ຕອນເຊົ້າຂອງວັນທີ 4 ມັງກອນ 2008 ສຳນັກຂ່າວສານປະເທດລາວ ( ຂປລ ) ໄດ້ຈັດຕັ້ງ ສະເຫລີມສະຫລອງວັນສ້າງຕັ້ງສຳນັກຂ່າວຂອງຕົນ ຄົບຮອບ 40 ປີ ( 6/1/1968-6/1/2008 ) ທນະຄອນ ຫລວງວຽງຈັນ ໂດຍມີ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ, ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງ ຂ່າວ ແລະ ວັດທະນະທຳ, ທ່ານ ຄຳແສນ ພົງສາ, ຫົວໜ້າສຳນັກຂ່າວສານປະເທດລາວ, ມີບັນດາຮອງຫົວໜ້າ ສຳນັກ, ບັນດາອະດີດຫົວໜ້າ ແລະ ຄະນະນຳ ສຳນັກຂ່າວສານປະເທດລາວ, ມີບັນດາພະນັກງານອາວຸໂສ, ບຳນານ ແລະ ຫົວໜ້າພະແນກ, ຮອງພະແນກ ຕະຫລອດຮອດພະນັກງານວິຊາການ ອ້ອມຂ້າງສຳນັກ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ, ການກຳເນີດ ເກີດຂຶ້ນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສຳນັກຂ່າວສານປະເທດລາວ ຕະຫລອດໄລຍະ 40 ປີ ພ້ອມທັງແຜນ ການສູ້ຊົນໃນຊຸມປີຕໍ່ໜ້າ ຈາກທ່ານຫົວໜ້າສຳນັກຂ່າວສານແລ້ວ ຍັງໄດ້ມີການແລກປ່ຽນ ຄຳຄິດຄຳເຫັນ ແລະ ບົດຮຽນອັນສຳຄັນ ຈາກບັນດາທ່ານຜູ້ທີ່ມີປະສົບປະການ ທີ່ໄດ້ຜ່ານການຝຶກໃນຫລໍ່ຫລອມ ຈາກສຳ ນັກຂ່າວສານປະເທດລາວ ໃນໄລຍະຊຸມປີທຳອິດ ທີ່ປະເທດຊາດໄດ້ຮັບການປົດປ່ອຍ ຊຶ່ງໃນນີ້, ໄດ້ຍົກໃຫ້ເຫັນ ພາລະບົດບາດ ຄວາມສຳຄັນຂອງບັນດາສື່ ໃນການປະຕິບັດໜ້າທີ່ວຽກງານ ນຳເອົາແນວທາງນະໂຍບາຍ ຂອງພັກ ແລະ ແຜນການຂອງລັດ ລົງໄປສູ່ປະຊາຊົນບັນດາເຜົ່າ ໃນແຕ່ລະໄລຍະ ພ້ອມນີ້ຍັງໄດ້ຍົກໃຫ້ເຫັນ ບັນຫາການຄຸ້ມຄອງບໍລິຫານ ຊອກແຫລ່ງລາຍຮັບ ເພື່ອກຸ້ມຕົນເອງ ຫລຸດຜ່ອນການໃຊ້ຈ່າຍງົບປະມານ ຂອງລັດ ເທື່ອລະກ້າວ.
ຈາກນັ້ນ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ລັດຖະມົນຕີຊ່ວຍວ່າການກະຊວງຖ/ວ ສຈ. ດຣ. ບໍ່ແສງຄຳ ວົງດາລາ, ຊຶ່ງທ່ານໄດ້ຕາງໜ້າໃຫ້ຄະນະນຳຂອງກະຊວງ ຕີລາຄາສູງຜົນສຳເລັດອັນສຳຄັນ ຂອງພະນັກງານທົ່ວສຳນັກຂ່າວສານ ໃນແຕ່ລະລຸ້ນຄົນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງ ການສ້າງສາປະເທດຊາດ ບັນດາພະນັກງານແຕ່ລະລຸ້ນໄດ້ພ້ອມກັນຕັດສິນໃຈບຸກບືນ ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ ສາມາດຮັກສາໄດ້ບົດບາດ ຄວາມສຳຄັນ ໃນການເປັນຕົວແທນ ແລະ ປາກກະບອກສຽງ ຂອງປະເທດຊາດ ກໍຄືລັດຖະບານຕະຫລອດມາ ຊຶ່ງບາງຕອນສຳຄັນທ່ານໄດ້ກ່າວວ່າ: ຜົນງານຂອງສຳນັກ ຂປລ ໃນໄລຍະ 40 ປີ ແມ່ນມີມະຫາສານ ໂດຍສະເພາະແມ່ນ ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ໃນດ້ານການໂຄສະນາ ສື່ສານ ເພື່ອຕໍ່ສູ້ຕ້ານກັບສັດຕູທາງດ້ານແນວຄິດ ນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ໃນ ເມື່ອກ່ອນ ກໍຄື ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸ ບັນ. ບໍ່ວ່າເວລາໃດ ສຳນັກຂ່າວສານປະເທດລາວ ກໍໄດ້ເສີມຂະຫຍາຍມູນເຊື້ອອັນເດັດດ່ຽວຂອງຕົນ ໃຫ້ກາຍ ເປັນອົງກອນນຳໜ້າຂອງສື່ ຕະຫລອດມາ ສົມກັບເປັນກະບອກສຽງຂອງລັດຖະບານ ຄືກັບບັນດາສຳນັກ ຂ່າວອື່ນໆຂອງຕ່າງປະເທດ. ພ້ອມນີ້ ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ຍັງໄດ້ເນັ້ນໜັກ ໃຫ້ຄະນະນຳສຳ ນັກຂ່າວສານປະເທດລາວ ເພີ່ມທະວີຄວາມເອົາໃຈໃສ່ ການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມເຂັ້ມແຂງ ຂຶ້ນຕື່ມ, ໃນນັ້ນສິ່ງສຳຄັນ ແມ່ນການປັບປຸງແບບແຜນວິທີເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ໄປພ້ອມກັບການສືບຕໍ່ ຍົກລະດັບທາງດ້ານເຕັກນິກ ວິຊາການ, ເຊີດຊູ ຄວາມຮັບຜິດຊອບໃຫ້ສູງຂຶ້ນ, ສູ້ຊົນຍົກລະດັບຄວາມຮັບຮູ້ ທາງດ້ານການເມືອງແນວຄິດໃຫ້ສູງ, ເຊີດຊູພາລະ ບົດບາດຂອງ ຂປລ ໃຫ້ເຂັ້ມແຂງ ແລະ ກາຍເປັນຜູ້ນຳໜ້າຂອງບັນດາສື່ຢູ່ພາຍໃນປະເທດ, ເພີ່ມທະວີຄວາມ ສາມັກຄີພາຍໃນສຳນັກໃຫ້ແໜ້ນແຟ້ນ, ພະຍາຍາມບືນຕົວ ໃນການສ້າງລາຍຮັບ ເພື່ອກຸ້ມຕົນເອງເທື່ອລະກ້າວ ເຮັດໃຫ້ຊີວິດການເປັນ ຢູ່ຂອງພະນັກງານ ໃນທົ່ວສຳນັກຂອງຕົນນັບມື້ດີຂຶ້ນ.
ຕອນຄ່ຳຂອງວັນດຽວກັນ ກໍໄດ້ຈັດງານລ້ຽງສັງສັນ ຢູ່ສຳນັກຂ່າວສານປະເທດລາວ ໂດຍມີທ່ານ ໝູນແກ້ວ ອໍລະບູນ, ລັດຖະ ມົນຕີວ່າການ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ບັນດາພະນັກງານ ອາວຸໂສ ບຳນານ ຜູ້ທີ່ມີສ່ວນຮ່ວມ ໃນການສ້າງຕັ້ງ ຂປລ ນັບແຕ່ມມື້ກຳເນີດ ຈົນເຖິງປະຈຸບັນ ພ້ອມດ້ວຍບັນ ດາແຂກທີ່ຖືກເຊີນ ເຂົ້າຮ່ວມ./.

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ກັບສາລະບານ