ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​​ ​ສັງຄົມ ແຫ່ງ​ຊາດ 2007-​2008

ທິດທາງ, ຫນ້າທີ່ແລະຄາດ ຫມາຍຕົ້ນຕໍຂອງແຜນພັດທະນາ ເສດຖະກິດ-ສັງຄົມສົກປີ 2007- 2008.
ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2007-2008 ເປັນປີທີ່ມີຄວາມ ໝາຍສຳຄັນທີ່ສຸດ, ແມ່ນແຜນຈັດຕັ້ງ ຜັນຂະຫຍາຍ 11 ແຜນງານໃຫຍ່ ຂອງລັດຖະບານ ເພື່ອຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດ ບັນ ດາຄາດໝາຍສູ້ຊົນ ແລະ ທິດທາງໜ້າ ທີ່ຂອງແຜນການ 5 ປີ ຄັ້ງທີ່ VI (2006-2010) ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ພື້ນຖານເສດຖະກິດໝັ້ນຄົງ ຍິ່ງຂື້ນ, ສະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ດີຂຶ້ນຕາມ ລຳດັບ, ສາມາດສ້າງທ່ວງທ່າກ້າວ ຂື້ນ ໃຫ້ແກ່ຊຸມປີຕໍ່ໄປ ໃຫ້ມີຜົນສຳ ເລັດຫຼາຍກ່ວາເກົ່າ. ໃນຕອນທ້າຍ ຂອງແຜນການສົກປີນີ້ ຈະໄດ້ດຳ ເນີນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດ ແຜນ 5 ປີ ຄັ້ງທີ VI ທີ່ກ່າວມາຂ້າງເທິງ ແລະ ພ້ອມ ດຽວກັນນັ້ນ ກໍຈະໄດ້ກະກຽມສ້າງ ເງື່ອນໄຂ ໃຫ້ແກ່ການສ້າງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015)
1. ຄາດຄະເນສະພາບແວດ ລອ້ມທີ່ອາດກະທົບຕໍ່ແຜນ ສົກປີ 2007- 2008.
-ສະພາບແວດລ້ອມຂອງສາກົນ.
ເຖີງແມ່ນວ່າຍັງມີສິ່ງທ້າທາຍຫຼາຍ ຢ່າງຕໍ່ການ ພັດທະນາເສດຖະກິດ ຂອງບັນດາປະເທດຕ່າງໆໃນ ໂລກ ເປັນຕົ້ນແມ່ນບັນຫາລາຄານ້ຳມັນ ທີ່ ອາດຈະຜັນຜວນ, ບັນຫາຄວາມ ບໍ່ ແນ່ນອນຂອງຄ່າເງິນ ໂດລາສະຫະ ລັດ, ບັນຫາໄຂ້ຫວັດສັດປີກ ແລະ ອື່ນໆ. ແຕ່ໂດຍລວມແລ້ວ ເສດຖະ ກິດ ຂອງໂລກຍັງຈະສືບຕໍ່ ຂະຫຍາຍ ຕົວຢ່າງແຂງແຮງ ໂດຍສະເພາະເສດ ຖະກິດຂອງ ສປ ຈີນ, ອິນເດຍ ແລະ ຫລາຍປະເທດໃນອາຊຽນຈະຂະ ຫຍາຍຕົວສູງກ່ວາ 7% ຂຶ້ນໄປ.
ລສະພາບແວດລ້ອມພາຍໃນ.
ການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມສົກປີ 2007-2008 ຈະໄດ້ດຳເນີນໄປໃນ ສະ ພາບທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນທັງຊາດ ພວມອອກ ແຮງ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ສູນກາງພັກ, ປະຕິບັດບັນດາ ເປົ້າ ໝາຍ ແລະ ທິດທາງໜ້າທີ່ ຄາດ ໝາຍ ຂອງແຜນພັດທະນາ ເສດຖະ ກິດ- ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VI ໃຫ້ປະ ກົດຜົນເປັນຈິງ. ສະພາບພາຍ ໃນປະ ເທດ ຍັງຄົງມີສະເຖຍລະ ພາບ ທາງ ດ້ານການເມືອງ, ສັງຄົມ ມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ ໜັກແໜ້ນຂື້ນຕື່ມ; ສະ ພາບເສດຖະກິດມະຫາພາກ ຍັງ ຈະສືບຕໍ່ຂະຫຍາຍຕົວໃນທິດທາງ ທີ່ດີຂື້ນ; ການຮ່ວມມື ນັບທັງສອງ ຝ່າຍ ແລະ ຫຼາຍຝ່າຍ ແລະ ການລະ ດົມທຶນຈາກຕ່າງປະເທດ ຍັງສາ ມາດຮັກສາ ບັນຍາກາດ ທີ່ດີຄືຊຸມ ປີຜ່ານມາ. ເຊິ່ງຖືໄດ້ວ່າເປັນການ ປະ ກອບສ່ວນທີ່ສຳຄັນເຂົ້າໃນ ການ ຊຸກຍູ້ການເຕີບໂຕທາງເສດຖະ ກິດ ກໍຄືການລຶບລ້າງຄວາມທຸກຍາກ ໃນປະເທດເຮົາ.
ພາຍຫຼັງສປປ ລາວ ເຂົ້າເປັນ ສະມາຊິກຂອງເຂດ ການຄ້າເສລີ ອາຊຽນ (AFTA) ເຖິງແມ່ນວ່າ ຈະເຮັດໃຫ້ ລາຍຮັບຈາກການເກັບ ພາສີຂາເຂົ້າ ຂອງປະເທດຫຼຸດລົງ ແລະ ບາງຫົວ ໜ່ວຍທຸລະກິດການ ຜະລິດພາຍ ໃນ ກໍຈະໄດ້ຮັບຜົນກະ ທົບກໍຕາມ, ແຕ່ຖ້າ ພວກເຮົາຈັດຕັ້ງ ປະ ຕິບັດກົດໝາຍພາສີມູນຄ່າເພີ່ມ ຢ່າງຮັດຄຸມ ແລະ ມີປະສິດທິຜົນ ກໍ່ຍັງ ຈະສາມາດ ເພີ່ມ ລາຍຮັບໄດ້ ເຊັ່ນກັນ; ສ່ວນປະເທດອື່ນໆ ທີ່ບໍ່ ແມ່ນປະເທດອາຊຽນ ຍັງສາມາດ ຮັກສາອັດຕາພາສີນຳເຂົ້າ ປົກກະ ຕິ. ອີກດ້ານໜຶ່ງການ ເຂົ້າ ເປັນ ສະ ມາຊິກເຂດ ການຄ້າເສລີອາຊຽນ ຈະຊ່ວຍຊຸກຍູ້ເສດຖະກິດຂອງປະ ເທດເຮົາ ໃຫ້ສາມາດເຊື່ອມໂຍງ ເຂົ້າກັບລະບົບເສດຖະກິດຂອງ ພາກພື້ນ ແລະ ຂອງໂລກ, ສ້າງອຳ ນາດ ໃນການຕໍ່ລອງທີ່ໜັກແໜ້ນ ຂຶ້ນຕື່ມໃນການສ້າງເຂດການຄ້າ ກັບບັນດາປະເທດຄູ່ເຈລະຈາ ຫຼື ກຸ່ມການຮ່ວມມືທາງເສດຖະກິດ ຕ່າງໆ.
ເຖິງຢ່າງໃດກໍຕາມ, ການຈັດ ຕັ້ງປະຕິບັດແຜນການສົກປີ 2007- 2008 ຍັງຈະຕ້ອງໄດ ້ຜ່ານ ຜ່າສິ່ງ ທ້າທ້າຍ ແລະ ຄວາມຫຍຸ້ງຍາກ ຫຼາຍຢ່າງເຊັ່ນ: ເສດຖະກິດ ຂອງ ປະເທດເຮົາມີຂະໜາດນ້ອຍ, ການ ຂາດ ດຸນຂອງພື້ນຖານເສດຖະກິດ ຍັງມີຫຼາຍດ້ານ, ພື້ນຖານໂຄງ ລ່າງ ເສດຖະກິດ-ສັງຄົມ ເຖິງແມ່ນໄດ້ ຮັບການພັດທະນາຢ່າງ ຕໍ່ເນື່ອງ ກໍ່ ຕາມແຕ່ຍັງບໍ່ສາມາດຕອບສະ ໜອງຕໍ່ການພັດທະນາ ແລະບໍລິ ການ ແກ່ສັງຄົມ ຢ່າງໄວວາເທື່ອ.
2.ທິດທາງຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2007-2008.
ທິດທາງຂອງແຜນພັດ ທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2007-2008 ແມ່ນ: ສືບຕໍ່ກໍ່ສ້າງ ພື້ີນຖານເສດຖະກິດແຫ່ງຊາດ ໃຫ້ ມີຄວາມເຂັ້ມແຂງ, ພັດທະນາເສດ ຖະກິດຢ່າງສົມດຸນ ໄປພ້ອມກັບ ການ ພັດທະນາສັງຄົມແລະ ປົກ ປັກ ຮັກສາສີ່ງແວດລ້ອມ ເຮັດໃຫ້ການ ພັດທະນາມີຄວາມຢືນຢົງ, ເອົາໃຈ ໃສ່ແກ້ໄຂການຖາງປ່າເຮັດໄຮ່ ປູກ ເຂົ້າແບບເລື່ອນລອຍຕິດພັນ ກັບ ການສ້າງວຽກເຮັດງານທຳ ແລະ ຈັດສັນອາຊີບຄົງທີໃຫ້ປະຊາຊົນ, ຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງ ຄົມລົງຢ່າງຈະແຈ້ງ, ຍູ້ແຮງເສດ ຖະກິດຫຼາຍ ພາກສ່ວນ ເຮັດໃຫ້ກົນ ໄກຕະ ຫຼາດຕາມທິດສັງຄົມນິຍົມ ມີ​ຄວາມສົມບູນຂື້ນອີກບາດກ້າວໜຶ່ງ, ສືບຕໍ່ສ້າງສະພາບແວດລ້ອມທີ່​ເອື້ອ​ອຳນວຍ​ຄວາມ​ສະດວກໃຫ້ແກ່ ່ການລົງ ທຶນຢ່າງສະເໝີພາບ, ໂປ່ງ ໃສ, ມີຄວາມ ສະຫງົບ, ໝັ້ນຄົງ, ສະ ດວກສະບາຍ ແລະ ມີຄວາມ​ສາ ມາດ​ແຂ່ງຂັນສູງ; ເອົາໃຈໃສ່ສົ່ງ ເສີມ ແລະ ພັດທະນາວິສາຫະກິດ ຂະໜາດກາງ ແລະ ນ້ອຍ ໃຫ້ຂະ ຫຍາຍ ຕົວໂດຍໄວ, ສ້າງເງື່ອນໄຂ ເຮັດໃຫ້ການເງິນຂອງ ວິສາຫາສະ ກິດຕ່າງໆ ເຂັ້ມແຂງຂຶ້ນເທື່ອລະ ກ້າວ-​ ກ້າວໄປເຖິງການປັບປຸງສະ ພາບໜີ້ສິນຂອງລະບົບວິສາຫະ ກິດ ໃຫ້ດີຂຶ້ນ.
3.ໜ້າທີ່ຈຸດສຸມຂອງແຜນ ການສົກປີ 2007-2008.
(1). ສືບຕໍ່ຮັກສາສະເຖຍລະ ພາບ ດ້ານການເມືອງ, ຄວາມເປັນ ລະ ບຽບຮຽບຮ້ອຍ, ຄວາມຍຸຕິທຳ ແລະປອດໄພຂອງສັງຄົມ ໃຫ້ມີ ຄວາມສະຫງົບໜັກແໜ້ນ ເພື່ອສ້າງ ສະພາບແວດລ້ອມທີ່ດີໃຫ້ແກ່ ການ ພັດ ທະນາເສດຖະກິດ-ສັງຄົມ.
(2). ສູ້ຊົນເຮັດໃຫ້ເສດ ຖະກິດ ແຫ່ງຊາດມີການເຕີບໂຕ ໃນລະ ດັບ ສູງ ແລະ ໝັ້ນທ່ຽງ, ແກ້ໄຂການ ຂາດ ດຸນຂອງພື້ນຖານເສດຖະກິດ ໃຫ້ໄດ້ເປັນກ້າວໆ, ເຮັດໃຫ້ສະພາບ ການເງິນ-ເງິນຕາເປັນປົກກະຕິ ແລະ ເຂັ້ມແຂງດີຂຶ້ນ; ສ້າງໃຫ້ມີ ຜະລິດຕະພັນສິນຄ້າໃໝ່ທີ່ສາ ມາດ ແຂ່ງຂັນໄດ້ ໃນຕະຫຼາດພາຍໃນ ແລະ ຕະຫຼາດສາກົນ.
(3).ສືບຕໍ່ປັບປຸງສະພາບແວດ ລ້ອມທີ່ເອື້ອອຳນວຍໃຫ້ ແກ່ການ ລະດົມການລົງທຶນ ເພື່ອການພັດ ທະນາ ຈາກທຸກພາກສ່ວນເສດ ຖະ ກິດຢູ່ໃນສັງຄົມໃຫ້ຫຼາຍ, ເອົາໃຈ ໃສ່ຊຸກຍູ້ສົ່ງເສີ່ມພັດທະນາທຸລະ ກິດຂະໜາດກາງແລະຂະໜາດ ນ້ອຍ, ປັບປຸງກົນໄກປະສານງານ ແລະການປຶກສາຫາລື ລະຫວ່າງ ພາກລັດ ແລະທຸລະກິດທັງຢູ່ໃນ ຂັ້ນ ສູນກາງແລະທ້ອງຖິ່ນໃຫ້ດີ ຂຶ້ນ.
(4). ສຶບຕໍ່ພັດທະນາ ໂຄງລ່າງ ພື້ນຖານດ້ານເສດຖະກິດ ແລະ ການບໍລິການ ລວມທັງໂຄງລ່າງ ຊົນນະບົດ ທີ່ຈຳເປັນ ເພື່ອຮອງຮັບ ໃຫ້ແກ່ການຜະລິດເປັນສິນຄ້າ, ການເຊື່ອມໂຍງເສດຖະກິດກັບຂົງເຂດ ແລະ ພາກພື້ນ, ການເຂົ້າເຖິງ ການ ບໍລິການດ້ານສຶກສາ, ສາທາລະ ນະ ສຸກ, ດ້ານການຕະຫລາດ ແລະ ດ້ານ ສັງຄົມອື່ນໆ.
(5). ຍົກສູງຄຸນນະພາບ ຂອງ ການບໍລິການດ້ານສັງຄົມຕ່າງໆ ຂອງລັດ, ໂດຍສະເພາະແມ່ນການ ຂະຫຍາຍ ແລະ ຍົກລະດັບຄຸນນະ ພາບຂອງວຽກງານສຶກສາ ແລະ ສາທາລະນະສຸກ, ປົວແປງຊີວິດ ການ ເປັນຢູ່ ຂອງປະຊາຊົນບັນດາ ເຜົ່າໃຫ້ນັບມື້ນັບດີຂຶ້ນດ້ວຍການ ສົ່ງເສີມການສ້າງວຽກເຮັດງານ ທຳ, ຊຸກຍູ້ສົ່ງເສີມການຜະລິດ ເປັນ ສິນຄ້າ ດ້ວຍການສົ່ງເສີມການຜະ ລິດທີ່ມີທ່າແຮງ ແລະ ໜໍ່ແໜງ ໃຫ້ ຕິດພັນກັບຄວາມຕ້ອງການຂອງ ຕະຫຼາດ ແລະ ຈັດສັນອາຊີບຄົງທີ່ ເພື່ອປ່ຽນແທນການຖາງປ່າເຮັດ ໄຮ່ຂອງປະຊາຊົນ.
4. ຄາດໝາຍຕົ້ນຕໍດ້ານເສດ ຖະກິດມະຫາພາກ.
ເພື່ອຮັບປະກັນປະຕິບັດບັນດາ ທິດທາງ, ໜ້າທີ່ ແລະ ຈຸດສຸມຂອງ ແຜນການປີຂ້າງເທິງນັ້ນ, ສະເໜີ ບັນດາຄາດຫມາຍເສດຖະກິດມະ ຫາພາກ ຄືດັ່ງຕໍ່ໄປນີ້ :​
-ລວມຍອດຜະລິດຕະພັນພາຍ ໃນ (GDP) ທຽບໃສ່ ສົກປີ 2006- 2007 ໃຫ້ເພີ່ມ 8 %; ໃນນັ້ນ:
+ ຍອດຜະລິດຕະພັນ ກະສິກຳ- ປ່າໄມ້ ໃຫ້ເພີ່ມແຕ່ 3% ຂຶ້ນໄປ ແລະ ກວມ 38,6% ຂອງ GDP.
+ ຍອດຜະລິດຕະພັນອຸດສາຫະ ກຳ ໃຫ້ເພີ່ມແຕ່ 15,8% ຂຶ້ນໄປ ແລະ ກວມ 35,7% ຂອງ GDP.
+ ຍອດຜະລິດຕະພັນ ບໍລິການ ໃຫ້ເພີ່ມແຕ່ 7% ຂຶ້ນໄປ ແລະ ກວມ 25,7% ຂອງ GDP.
-GDP ສະເລັ່ຍຕໍ່ຫົວຄົນ ໄດ້ປະ ມານ 728 ໂດລາສະຫະລັດ, ທຽບ ໃສ່ປີຜ່ານມາ ເພີ່ມຂຶ້ນ 9,4%.
-ເກັບລາຍຮັບເຂົ້າງົບປະມານ ທັງໝົດໃຫ້ໄດ້ໃນລະດັບ 15,22% ຂອງ​ມູນ​ຄ່າ GDP ແລະ ຈຳກັດ ການຂາດດຸນງົບປະມານ ໃຫ້ຢູ່ໃນ ລະດັບທີ່ເໝາະສົມ.
-ລາຍຈ່າຍທັງໝົດຈະຢູ່ໃນລະ ດັບ 20,68% ຂອງ GDP, ເຮັດ ໃຫ້ ຂາດດຸນຢູ່ໃນລະດັບ 5,4% ຂອງ GDP.
-ສືບຕໍ່ຮັກສາອັດຕາເງິນ​ເຟີ້​ ສະ ເລ່ຍໃຫ້​ຢູ່​ໃນ​ລະດັບຕ່ຳກວ່າ 6% ແລະ ຄຸ້ມຄອງອັດຕາແລກປ່ຽນ ໃຫ້ ມ ີຄວາມສະຫງົບໂດຍພື້ນຖານ.
-ເຮັດໃຫ້ການສົ່ງອອກສິນຄ້າ ທີ່ຜະລິດພາຍໃນປະເທດເພີ່ມຂຶ້ນ ແລະຫຼຸດຜ່ອນ​ການ​ຂາດ​ດຸນການ​ຄ້າ ກັບຕ່າງປະ​ເທດ​ໃຫ້​ຫຼຸດ​ລົງ ຢູ່​ໃນ​ລະ ດັບ 5% ຂອງ GDP, ດ້ວຍ​ການ​ອຳ​ນວຍ​ຄວາມ​ສະດວກ ​ແລະ ສົ່ງ​ເສີມ ການ​ສົ່ງ​ອອກ​ໃຫ້​ຫຼາຍຂຶ້ນ. ຄຸ້ມ ຄອງດຸນການຊຳລະກັບຕ່າງປະ ເທດໃຫ້ຢູ່ໃນລະດັບທີ່ເຫມາະສົມ
-ເອົາໃຈໃສ່ແກ້​ໄຂ​ຄວາມທຸກ​ຍາກ,ເຮັດ​ໃຫ້ຕົວເລກອັດຕາ ຄວາມ ທຸກຍາກຫຼຸດລົງ 3%.
-ຊຸກຍູ້ສົ່ງເສີມ​ການລົງທຶນທົ່ວ​ສັງຄົມໃຫ້​ໄດ້ປະມານ 32% ຂອງ GDP; ໃນ​ນີ້, ການ​ລົງທຶນ​ລັດ ໃຫ້ ໄດ້ປະມານ 8% ຂອງ GDP.
-ສູ້ຊົນຜະລິດເຂົ້າໃຫ້ໄດ້ 2,87 ລ້ານໂຕນ.
-ຫຼຸດຜ່ອນເນື້ອທີ່ຖາງປ່າເຮັດ ໄຮ່ ແບບເລື່ອນລອຍຈາກ 14.400 ເຮັກຕາ ໃຫ້ຍັງເຫຼືອບໍ່ເກີນ 10.000 ເຮັກຕາ ແລະ ຫຼຸດຜ່ອນຄອບຄົວ ຖາງປ່າເຮັດໄຮ່ຈາກ 21.000 ຄອບຄົວ ໃຫ້ຍັງເຫຼືອບໍ່ເກີນ 15.000 ຄອບຄົວ.

ໂຄງປະກອບຂອງການລົງທຶນຂອງລັດ ສົກປີ 2007-2008 ແຍກຕາມຂົງເຂດ ແລະ ຂະແໜງການ.
ຊື່​ ຂົງ​ເຂດ ແລະ
ຂະ​ແໜງ​ກາ​ນ

ແຜນການສົກປີ 2007-2008

ທຶນ​ພາຍ​ໃນ ( % ) ທຶ​ນຕ່າງ​ປະ​ເທດ ( %) ລວມທຶນທັງໝົດ ( % )
ທຶ​ນລວມ​ທັງ​ໜົດ100% 100 % 100 %
I. ຂົງ​ເຂດ​ເສດ​ຖະ​ກິດ 50.85% 47.81% 48.42%
1 -​ ກະ​ສິ​ກຳ-​ປ່າ​ໄມ້ 9.86% 9.13% 9.28%
2 -​ ອຸດ​ສາຫະ​ກຳ-​ການຄ້າ-ສະຫວັນເຊໂນ 1.36% 0.04% 0.30%
3 -​ ກະຊວງພະລັງງານ-ບໍ່ແຮ່ 3.58% 3.31% 3.36%
4 - ກະຊວງ ໂຍທາທິການ ແລະຂົນສົ່ງ 36.05% 35.32% 35.47%
II. ຂົງ​ເຂດ​ວັດ​ທະນ​າ​ທຳ-​ສັງ​ຄົມ 13.36% 35.42% 31.01%
1 -​ ສຶກ​ສາ 7.10% 19.58% 17.08%
2 -​ ສາ​ທາ​ລະນ​ະ​ສຸກ 2.98% 6.18% 5.54%
3 -​ ຖະ​ແຫລງ​ຂ່າວ-​ວັດ​ທະນ​າ​ທຳ 2.08% 7.13% 6.12%
4 -​ ແຮງ​ງານ​ສະ​ຫວັດ​ດີ​ການ 1.19% 2.53% 2.26%
III. ອົງການບໍລິຫານ​ອື່ນໆ 35.80% 16.77% 20.57%

ຄ) ການລົງທຶນຕາມ 11 ແຜນງານໃຫຍ່ຂອງລັດຖະບານ.
ແຜນການລົງທຶນສົກປີ 2007-2008 ມີໂຄງການສະເໜີໃໝ່ທັງໝົດ (ລວມທຶນສົມທົບໂຄງການຕ່າງ ປະເທດ)
1.282 ໂຄງການ ມີທຶນທັງໝົດ 794,33 ຕື້ກີບ; ໃນນີ້, ມີ 1.179 ໂຄງການ ທີ່ສະໜັບສະໜູນ 89 ໂຄງການ ໃນ 111
ໂຄງການຈຸດສຸມ ຂອງ 11 ແຜນງານໃຫຍ່, ມີມູນຄ່າ 662,04 ຕື້ກີບ; ສ່ວນ ອີກ 103 ໂຄງການ ມີ ມູນຄ່າ 132,3 ຕື້ກີບ
ແມ່ນໂຄງການອື່ນໆ ທີ່ບໍ່ສະໜັບສະໜູນໂດຍກົງ ຕໍ່ 111 ໂຄງການຈຸດ ສຸມ. ການລົງທຶນຂອງລັດສົກປີ 2007-2008
ໄດ້ຮັບໃຊ້ໃຫ້ແກ່ 111 ໂຄງການ ໃນ 11 ແຜນງານໃຫ່ຍຂອງລັດຖະບານຫຼາຍຂຶ້ນ, ແຕ່ຍັງມີ 22 ໂຄງການ ທີ່ຍັງບໍ່ທັນ
ມີໂຄງການລົງທຶນຂອງລັດ ສະໜັບສະໜູນ ໂດຍກົງເທື່ອ (ລາຍລະອຽດເບີ່ງຕາມຕາຕະລາງຊ້ອນທ້າຍ ທີ 6).
6. ທິດ​ທາງ ຈຸດສຸມຂອງແຜນພັດທະນາຂອງແຕ່ລະຂົງເຂດ.
ກ) ຂົງເຂດການຜະລິດ.
1) ວຽກງານກະສິກຳ-ປ່າໄມ້.

ແມ່ນພັດທະນາໄປຕາມຈຸດປະສົງ ແລະ ທິດທາງຂອງ 4 ເປົ້າໝາຍຄື: ສືບຕໍ່ເພີ່ມການຜະລິດດ້ານສະບຽງອາຫານ
ແນ່ໃສ່ຕອບສະໜອງ ໃຫ້ຄວາມຕ້ອງການ ທາງດ້ານປະ ລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມໃຫ້ໄດ້ຫຼາຍຂື້ນ.
​ ສືບຕໍ່ຫັນປ່ຽນຮູບແບບການຜະລິດກະສິກຳຂະໜາດນ້ອຍ ຂອງຄົວເຮືອນໄປສູ່ ການຜະລິດເປັນສິນຄ້າ ທີ່ຕິດພັນ
ກັບອຸດສາຫະກຳປຸງແຕ່ງ ແລະ ບໍລິການ ເພື່ອເພີ່ມມູນຄ່າຜົນຜະລິດ, ສະໜອງໃຫ້ຕະຫຼາດພາຍໃນ ແລະ ເພີ່ມການສົ່ງອອກ.
ສືບຕໍ່ຈັດສັນອາຊີບຄົງທີ່ ເພື່ອປ່ຽນແທນການຖາງປ່າເຮັດໄຮ່ປູກເຂົ້າ ຂອງປະຊາຊົນບັນດາເຜົ່າດ້ວຍ ຮູບແບບຫັນໄປ
ສູ່ການຜະລິດຄົງທີ່ຕ່າງໆ ໃຫ້ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ກ້າວໄປ
ສູ່ການຢຸດຕິການຖາງປ່າເຮັດໄຮ່ໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2010. ສືບຕໍ່ປົກປັກຮັກສາສິ່ງແວດລ້ອມດ້ານປ່າໄມ້, ປູກໄມ້
ເພື່ອປ້ອງກັນດິນ ແລະ ຮັກສາແຫຼ່ງນ້ຳ ແລະ ປູກໄມ້ເພື່ອເປັນສິນຄ້າ ແລະ ເປັນວັດຖຸດິບສະໜອງ ໃຫ້ແກ່ໂຮງງານອຸດ
ສາຫະກຳປຸງແຕ່ງໄມ້ ເພື່ອທົດແທນ ການນຳໃຊ້ໄມ້ຈາກປ່າທຳມະຊາດເທື່ອລະກ້າວ, ດຳເນີນການຟື້ນຟູປ່າແບບ
ທຳມະຊາດ ໄປ ຄຽງຄູ່ກັບການປູກໄມ້ໃຫ້ເປັນດົງເປັນປ່າ ເພື່ອເພີ່ມອັດຕາປົກຫຸ້ມຂອງປ່າໄມ້ໃຫ້ສູງຂື້ນເທື່ອລະກ້າວ.
+ ດ້ານທໍລະນີສາດ-ບໍ່ແຮ່: ຊຸກ ຍູ້ການຜະລິດຂອງຂະແໜງການ ບໍ່ ແຮ່ໃຫ້ເພີ່ມຂຶ້ນ 13,31% ທຽບໃສ່ ປີຜ່ານມາ, ກວມອັດຕາສ່ວນ 85% ຂອງມູນຄ່າການຜະລິດທົ່ວຂະ ແໜງການ, ຊຸກຍູ້ໃຫ້ມີການສ້າງ ຕັ້ງໂຮງງານຫຼອມໂລຫະເພື່ອ ສ້າງ ມູນຄ່າເພີ່ມໃຫ້ສູງ ຫຼຸດຜ່ອນການ ສົ່ງອອກວັດຖຸດິບ, ສືບຕໍ່ຊຸກຍູ້ ການ ສຳຫຼວດຂຸດຄົ້ນບໍ່ແຮ່ເຫຼັກ ຢູ່ແຂວງ ຊຽງຂວາງ ແລະ ແຮ່ບົກຊິດ ຢູ່ ແຂວງ ຈຳປາສັກ, ສືບຕໍ່ດຳເນີນ ການສຳຫຼວດ ສ້າງແຜນທີ່ທໍລະນີ ສາດ 1/200.000 ເຂດພາກເໜືອ ແລະ ພາກໃຕ້.
3).ວຽກງານອຸດສາຫະກຳ.
ສູ້ຊົນໃຫ້ການຜະລິດ ລວມດ້ານ ອຸດສາຫະກຳ(ບໍ່ລວມ ເອົາການ ຜະ ລິດອຸດສາຫະກຳໄຟຟ້າ ແລະບໍ່ແຮ່) ເພີ່ມຂຶ້ນ 11,5% ທຽບໃສ່ປີ 2006- 2007.
-ອຸດສາຫະກຳ​ປຸງ​ແຕ່ງ​ໄມ້: ສືບ ຕໍ່​ຄົ້ນຄວ້າ​ບັນດາ​ລະບຽບ​ການ ແລະ ມາດ​ຕະການ​ຕ່າງໆ ກ່ຽວກັບ​ການ​ຄຸ້ມຄອງ ​ແລະ ດັດສົມ​ທຸລະ​ກິດ​ໄມ້​ໃຫ້​ຮັດກຸມ ​ແລະ ອັດ​ຊ່ອງ​ວ່າງ​ຕ່າງໆ​ໃຫ້​ເຂັ້ມງວດ, ປັບ​ປຸງ​ບັນດາ​ໂຮງ ງານ ອຸດສາຫະກຳ​ປຸງ​ແຕ່ງ​ໄມ້ໃຫ້​ໄດ້​ມາດຖານ ແລະ ທັນ​ສະ​ໄໝ.
-ອຸດສາຫະກຳ​ປຸງ​ແຕ່ງ​ອື່ນໆ: ສືບຕໍ່​ຊຸກຍູ້ ແລະ ສົ່ງ​ເສີມບັນດາ​ໂຮງງານອຸດສາຫະກຳ​ປຸງ​ແຕ່ງ​ຕ່າງໆ​ທີ່​ມີ​ແລ້ວ​ໃຫ້​ສາມາດ​ດຳ​ເນີນ​ທຸລະ​ກິດ ຕາມ​ລະບຽບ​ກົດໝາຍ, ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ທຸລະ​ກິດ​ເອກະ​ຊົນ ສາມາດລົງ​ທຶນ​ເຂົ້າ​ໃນການ​ສ້າງຕັ້ງ ​ແລະ ຂະ​ຫຍາຍທຸລະ​ກິດ​ໃຫ້​ຫຼາຍ​ຂຶ້ນ.
-ວຽກງານສົ່ງເສີມແລະ ພັດ ທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ: ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດໜ້າວຽກ ຕ່າງໆ ທີ່ໄດ້ວາງແຜນໄວ້ໃນຍຸດ ທະສາດພັດທະນາວິສາຫະກິດ ຂະ ໜາດນ້ອຍ ແລະ ກາງແຫ່ງຊາດ, ສືບຕໍ່ສ້າງນະໂຍບາຍ ແລະ ຍຸດທະ ສາດກ່ຽວກັບການສົ່ງເສີມຜະລິດ ຕະພາບ ແລະ ສ້າງຕັ້ງທະນາຄານ ແລະ ກອງທຶນພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ກາງ.
ຂ) ຂົງເຂດບໍລິການ.
1).ວຽກງານຄົມມະນາຄົມຂົນ ສົ່ງໄປສະນີ ແລະກໍ່ສ້າງ.

-ການພັດທະນາພື້ນຖານໂຄງ ລ່າງ: ສືບຕໍ່ຈັດຕັ້ງແຜນງານພັດ ທະນາໂຄງ ລ່າງຂອງລັດຖະບານ ເພື່ອ ສ້າງໃຫ້ ສປປ ລາວ ກາຍເປັນ ທາງ ຜ່ານເພື່ອເຊື່ອມໂຍງກັບອານຸ ພາກພື້ນເຊັ່ນ: ສືບຕໍ່ກໍ່ສ້າງທາງ R3 ຫ້ວຍຊາຍ-ບໍ່ເຕັນ ໃຫ້ສຳເລັດຕາມ ແຜນ, ເສັ້ນທາງເມືອງເງິນ- ຫ້ວຍ ໂກນ- ປາກແບ່ງ; ສຶບຕໍ່ຊຸກຍູ້ການ ກໍ່ ສ້າງທາງເບີ 1 ນະຄອນຫລວງ ວຽງຈັນ ແລະ ອື່ນໆ; ເອົາໃຈໃສ່ ປັບປຸງ ບັນດາທາງຍຸດທະສາດ ແລະ ບັນດາເສັ້ນທາງ ໃນທ້ອງຖິ່ນ ຈຳນວນໜຶ່ງໃຫ້ສຳເລັດ; ຄຸ້ມຄອງ ການເດີນເຮືອຕາມລຳນ້ຳຂອງ ແລະ ສາຂາແມ່ນ້ຳຂອງໃຫ້ມີປະ ສິດທິພາບ, ຄຸ້ມຄອງການຈໍລະ ຈອນທາງຫຼວງແຫ່ງຊາດ ໃຫ້ມີ ຄວາມປອດໄພສູງ, ຄຸ້ມຄອງການ ກວດການ້ຳໜັກຢ່າງເຂັ້ມງວດ; ສືບຕໍ່ກໍ່ສ້າງທາງລົດໄຟຊ່ວງ 3,5 ກິໂລແມັດ ແຕ່ຂົວມິດຕະພາບ- ທ່າ ນາແລ້ງ ໃຫ້ສຳເລັດຕາມແຜນ, ຈັດຕັ້ງການສຳຫຼວດອອກແບບ ທາງລົດໄຟ ແຕ່ທ່ານາແລ້ງ-ວຽງ ຈັນ 9 ກິໂລແມັດ, ສຳຫຼວດຄວາມ ເປັນໄປໄດ້ ການສ້າງທາງລົດ ໄຟ ແຕ່ ທ່າແຂກ-ມູຢະ.
-ວຽກງານຂົນສົ່ງ : ສືບຕໍ່ສ້າງ ສະມາຄົມຂົນສົ່ງສິນຄ້າ ແລະ ໂດຍ ສານໃຫ້ສຳເລັດຢູ່ 4 ແຂວງຄື: ອຸ ດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ ແລະ ແຂວງ ວຽງຈັນ; ສືບຕໍ່ສຶກສາ ຄວາມເປັນໄປໄດ້ກ່ຽວກັບການ ສ້າງສາງສິນຄ້າຄົບວົງຈອນ ຢູ່ ຂົວທ່ານາແລ້ງ ແລະ ເຂດເສດຖະ ກິດພິເສດ ສະຫວັນ-ເຊໂນ, ຊຸກຍູ້ ການປັບປຸງສະຖານີໂດຍສານ ຕ່າງໆ ໃຫ້ໄດ້ມາດຖານ ທີ່ກະຊວງ ວາງອອກ.
-ວຽກໄປສະນີ-ໂທລະຄົມ: ຄົ້ນຄ້ວານຳໃຊ້ທ່າແຮງເຂົ້າໃນການຂະຫຍາຍ ແລະ ເພີ່ມການບໍລິການ ໃຫ້ທົ່ວເຖິງ, ຮັບປະກັນຄຸນນະພາບ, ມາດຖານເຕັກນິກ ແລະ ການບໍລິການທີ່ຫຼາກຫຼາຍ ໂດຍນຳໃຊ້ເຕັກ ນິກທີ່ທັນສະໄໝຫຼາຍຂຶ້ນ.
2) ວຽກງານການຄ້າ.
ສືບຕໍ່ສູ້​ຊົນ​ເຮັດ​ໃຫ້​ວຽກ​ງານ​ພັດທະນາ​ດ້ານການ​ຄ້າມີການຂະ​ຫຍາຍຕົວຢ່າງ​ຕໍ່​ເນື່ອງ ​ຕາມ​ກົນ​ໄກ​ເສດຖະກິດ​ຕະຫລາດທີ່​ມີ​ການ​ດັດສົມ​ຂອງ​ລັດ ​ເພື່ອ​ຮອງຮັບການ​ຫັນ​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດຂອງ​ພູມີພາກ ​ແລະ ອານຸພາກພື້ນ; ​ໂດຍ​ສະ​ເພາະ—ແມ່ນ​ການຈັດ ຕັ້ງປະຕິບັດ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ ແລະ ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການໆ​ຄ້າ​ໂລກ​ໃນ​ອານາ​ຄົດ ບົນ​ພື້ນຖານ​ການ​ປັບປຸງບັນດາ​ນະ​ໂຍບາຍ, ກົນ​ໄກ ​ແລະ ລະບຽບ​ຫຼັກການ​ໃຫ້​ຊັດ​ເຈນ, ​ໂປ່​ງ​ໃສ ​ແລະ ຄ່ອງ​ຕົວ. ຂະ​ແຫນງການ​ຄ້າຍັງ​ຈະ​ສຶບຕໍ່​ສຸມ​ໃສ່​ຈັດຕັ້ງປະຕິບັດ ບັນດາ​ໜ້າ​ວຽກ​ຕົ້ນຕໍ​ ດັ່ງນີ້:
(1) ວຽກ​ງານ​ການ​ຄ້າ​ພາຍ​ໃນ: ສູ້​ຊົນ​ເຮັດ​ໃຫ້ການ​ຕອບ​ສະໜອງ​ສິນຄ້າຢ່າງພຽງ​ພໍ​ກັບ​ຄວາມ​ຕ້ອງການ ແລະ ຄວາມ​ສາມາດ​ຊື້ຂອງ​ສັງຄົມ, ຮັບປະກັນ​ໃຫ້​ລາຄາ​ສິນຄ້າ​ມີ​ຄວາມ​ສະ​ງົບ ​ໂດຍ​ສະ​ເພາະ​ແມ່ນສິນຄ້າ ຍຸດ​ທະ​ສາດທີ່ເປັນ​ປາຍ​ແຫຼມ ດ້ວຍ​ການ​ປະຕິບັດ​ມາດ​ຕະການ​ແຊກ​ແຊງ​ລາຄາທີ່​ເໝາະ​ສົມ, ປົກ​ປ້ອງ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້ສິນຄ້າ​ພາຍ​ໃນປະ​ເພດຕ່າງໆສາມາດ​ເຂົ້າ​ເຖີງຕະຫຼາດ ນັບ​ມື້ນັບ​ຫຼາຍ​ຂື້ນ.
(2) ວຽກ​ງານ​ພົວພັນ​ການ​ຄ້າ ​ແລະ ​ເຊື່ອມ​ໂຍງ: ສືບຕໍ່​ປະຕິບັດ​ພັນທະ​ຜູກ​ພັນ​ຕ່າງໆ​ເຊັ່ນ: ການ​ຫຼຸດຜ່ອນ​ອັດຕາ​ພາສີ ແລະ ສີ່​ງກີດຂວາງ​ອື່ນໆ​ທີ່​ບໍ່​ແມ່ນ​ພາສີ ເພື່ອ​ຍາດ​ແຍ່ງສິດທິ​ປະ​ໂຫຍດຈາກ​ການ​ເຂົ້າຮ່ວມ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ, ດຳ​ເນີນ​ການ​ເຈລະຈາ ​ແລະ ຈັດຕັ້ງປະຕິບັດ​ໂດຍ​ໄວ ສັນຍາ​ການ​ຄ້າ​ເສລີ​ລາວ-ຫວຽດ ນາມ, ລາວ-ຈີນ, ສັນຍາ​ການ​ຄ້າ​ສອງ​ຝ່າຍ ​ລາວ-ອາ​ເມ​ລິ​ກາ ​ເພື່ອ​ໃຊ້​ສິດທິ​ພິ​ເສດໃນການ​ສົ່ງ​ອອກ​ສິນຄ້າ​ປະ​ເພດ​ຕັດ​ຫຍິບ, ​ເຄື່ອງ​ຫັດຖະກຳ ​ແລະ ຜະລິດ​ຕະພັນ​ໄມ້. ກະກຽມ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ​ ເພື່ອເຂົ້າເປັນ​ສະມາຊິກ​ຂອງ​ອົງການການ​ຄ້າ​ໂລກ.
(3) ວຽກ​ງານ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ: ກຳນົດ​ໂຄງ​ປະກອບ​ສິນຄ້າ​ທີ່​ມີທ່າ​ແຮງ ​ແລະ ຕະຫຼາດສົ່ງ​ອອກ ​ເພື່ອ​ເພີ່ມ​ມູນ​ຄ່າ​ການ​ສົ່ງອອກ​ ດັ່ງນີ້: ບໍ່​ແຮ່​ເພີ່ມ​ຂຶ້ນໃນ​ລະດັບ 20%, ກາ​ເຟ 15%, ຜະລິດ​ຕະພັນ​ໄມ້ 13%, ຜະລິດ​ຕະພັນ​ອຸດສາຫະກຳ 13%, ຜະລິດ​ຕະພັນ​ກະສິກຳ 12%, ​ເຄື່ອງ​ຫັດຖະກຳ 10%, ຕັດ​ຫຍິບ 5% ​ແລະ ອື່ນໆ. ສຳລັບ​ການ​ນຳ​ເຂົ້າ​ແມ່ນ​ຈະ​ສົ່ງ​ເສີມ​ສິນຄ້າ​ປະ​ເພດ​ວັດຖຸ​ດິບ, ​ເຄື່ອງ​ຈັກ, ອຸປະກ​ອນຮັບ​ໃຊ້​ການ​ຜະລິດ ​ແລະ ​ເຄື່ອງຮັບ​ໃຊ້​ໃຫ້​ແກ່​ໂຄງການ​ຊ່ວຍ​ເຫຼືອ​ລ້າ ​ແລະ ກູ​້ຢືມ​ຈາກ​ຕ່າງປະ​ເທດ.
3) ວຽກງານການທ່ອງທ່ຽວ.
ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງ ຊາດ, ໂດຍເຮັດໃຫ້ມີອັດຕາການຂະຫຍາຍຕົວເພີ່ມຂື້ນລະຫ່ວາງ 10​-15% ຄື : ຄາດວ່າຕົວເລກນັກທ່ອງ ທ່ຽວໝົດປີ 2007 ຈະເພີ່ມຂື້ນເປັນ 1,4 ລ້ານຄົນ ແລະ ລາຍຮັບຈາກການທ່ອງທ່ຽວ 193 ລ້ານໂດລາ, ໃນປີ 2008 ຈະໃຫ້ເພີ່ມເປັນ 1,6 ລ້ານຄົນ ແລະ ລາຍຮັບ 220 ລ້ານໂດລາ; ນອກນັ້ນ, ຕ້ອງປັບປຸງການຈັດ ຕັ້ງໃຫ້ມີຄວາມເຂັ້ມແຂງ, ຍົກລະດັບມາດຕະຖານບໍລິການໃຫ້ມີຄຸນນະພາບ ເພື່ອເຊື່ອມຕົວເຂົ້າກັບສາກົນ ແລະ ຕ້ອງເອົາໃຈໃສ່ພັດທະນາການທ່ອງທ່ຽວແບບອານຸລັກ ປະຊາຊົນມີສ່ວນຮ່ວມໃນຂອບເຂດທົ່ວປະ ເທດ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ຄ) ຂົງເຂດວັດທະນະ​ທຳ​-ສັງຄົ​ມ.
1) ວຽກງານສຶກສາ.

ສືບຕໍ່ຖືເອົາວຽກງານການສຶກສາ ເປັນວຽກງານຈຸດສຸມໃຈກາງຂອງການພັດທະນາຊັບພະຍາກອນ ມະນຸດ, ເພີ່ມທະວີການລົງທຶນ ແລະ ປຸກລະດົມການປະກອບສ່ວນຂອງສັງຄົມ ເຂົ້າໃນການພັດທະນາການ ສຶກສາໃຫ້ນັບມື້ນັບຫຼາຍຂື້ນ, ຮີບຮ້ອນດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດໃຫ້ມີຄຸນນະພາບ ແລະ ມີມາດຕະຖານສູງຂື້ນ; ຈັດຕັ້ງແຜນງານຂະຫຍາຍໂອກາດດ້ານການສຶກສາ, ປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງ, ການບໍລິຫານ ແລະ ການຄຸ້ມຄອງການສຶກສາສາຍສາມັນ, ອາຊີວະສຶກສາ ແລະ ມະຫາ ວິທະຍາໄລ ນັບທັງໃນລະບົບ, ນອກລະບົບ ແລະ ພາກເອກະຊົນ ໃຫ້ກົມກຽວເພື່ອປະຕິບັດແຜນງານການ ສຶກສາເພື່ອທຸກຄົນ ໂດຍສະເພາະຕ້ອງໄດ້ເອົາໃຈໃສ່ແກ້ໄຂສະພາບຄວາມບໍ່ຮູ້ໜັງສືຂອງປະຊາຊົນບັນດາ ເຜົ່າຢູ່ເຂດຊົນນະບົດຫ່າງໄກ. ສືບຕໍ່ດຳເນີນການປະຕິຮູບການສຶກສາ, ຄົ້ນຄວ້າ ແລະ ນຳສະເໜີໂຄງການ ການສຶກສາຂັ້ນພື້ນຖານຂັ້ນມັດທະຍົມສຶກສາ; ສືບຕໍ່ກໍ່ສ້າງ ແລະ ຍົກລະດັບຄູ-ອາຈານ ໃຫ້ສາມາດຕອບ ສະໜອງການຂະຫຍາຍຕົວທາງດ້ານການສຶກສາ; ຄຽງຄູ່ກັນນັ້ນ, ກໍປະຕິບັດນະໂຍບາຍຕໍ່ຄູ-ອາຈານ ໂດຍ ສະເພາະຢູ່ໃນເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນໃນການ ປະຕິບັດວຽກງານ, ດຳເນີນການປັບປຸງເນື້ອໃນຫຼັກສູດ, ວິທີການສິດສອນ ແລະ ສະໜອງອຸປະກອນຮັບ ໃຊ້ການຮຽນ-ການສອນໃຫ້ພຽງພໍ ເພື່ອເຮັດໃຫ້ຄຸນນະພາບການສຶກສາມີການຫັນປ່ຽນໂດຍໄວ; ປະຕິບັດນະ ໂຍບາຍຫຼຸດຜ່ອນຈຳນວນນັກຮຽນ-ນັກສຶກສາເບ້ຍລ້ຽງລົງ ໂດຍມອບທຶນການສຶກສາໃຫ້ນັກຮຽນທີ່ທຸກຍາກ ດ້ອຍໂອກາດ ແລະ ນັກຮຽນເກັ່ງ.
ໃນສົກປີ 2007-2008 ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນລວມໃນຊັ້ນອະນຸບານ ໃຫ້ໄດ້ 13,4%, ອັດຕາ ເຂົ້າຮຽນສຸດທິໃນຊັ້ນປະຖົມ 87%, ອັດຕາເຂົ້າຮຽນລວມໃນຊັ້ນມັດທະຍົມຕອນຕົ້ນ 64,—9%, ມັດທະຍົມ ຕອນປາຍ 42,5 %, ເພີ່ມອັດຕາການຮູ້ຫນັງສືຂອງຜູ້ໃຫຍ່ອາຍຸ 15 ປີຂື້ນໄປໃຫ້ໄດ້ 76%, ເພີ່ມສັດສ່ວນ ນັກສຶກສາຕໍ່ປະຊາກອນ ໃຫ້ໄດ້ 1.104 ຕໍ່ປະຊາກອນ 100.000 ຄົນ. ສືບຕໍ່ປັບປຸງ ແລະ ຂະຫຍາຍໂຮງຮຽນ ວິຊາຊີບ ແລະ ສະຖາບັນການສຶກສາຊັ້ນສູງ, ປັບປຸງມະຫາວິທະຍາໄລແຫ່ງຊາດ ໃຫ້ບັນລຸໄດ້ຕາມມາດຕະ ຖານສາກົນເທື່ອລະກ້າວ.
2) ວຽກ​ງານ​ສາທາລະນະ​ສຸກ.
ສືບຕໍ່ເຮັດໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂື້ນ, ດ້ວຍການສ້າງເງື່ອນໄຂໃຫ້ປະຊາ ຊົນໄດ້ຮັບການບໍລິການດ້ານສາທາລະນະສຸກໃຫ້ຫຼາຍ ແລະ ດີຂື້ນກ່ວາເກົ່າ, ຂະຫຍາຍຕາໜ່າງການບໍລິ ການ ແລະ ກະຈາຍຈຳນວນແພດໝໍໄປສູ່ຊົນນະບົດ ຕິດແໜ້ນກັບການສຶກສາອົບຮົມທາງດ້ານຈັນຍາບັນ ແລະ ນ້ຳໃຈຮັບໃຊ້ປະຊາຊົນ, ປະຕິບັດນະໂຍບາຍປິ່ນປົວທີ່ເສຍຄ່າ ແລະ ບໍ່ເສຍຄ່າ ສຳລັບແຕ່ລະເປົ້າ ໝາຍໃຫ້ຈະແຈ້ງ, ສືບຕໍ່ຖືເອົາການປ້ອງກັນເປັນຕົ້ນຕໍໂດຍເລັ່ງໃສ່ສຸຂະພາບຂອງແມ່ ແລະ ເດັກເປັນບູ ລິມະສິດອັນດັບທີ 1, ເອົາການປິ່ນປົວເປັນສຳຄັນ ສົມທົບການກັນພະຍາດ ແລະ ການປິ່ນປົວແບບກາຍ ອິນຊີ ສົມທົບການນຳໃຊ້ຢາຫຼວງ ແລະ ຢາພື້ນເມືອງ, ເອົາໃຈໃສ່ຊຸກຍູ້ການປິ່ນປົວສຸຂະພາບດ້ວຍບັດປິ່ນ ປົວໃຫ້ດີຂຶ້ນ, ເຮັດໃຫ້ວຽກງານສາທາລະນະສຸກເປັນພາລະກິດຂອງທົ່ວສັງຄົມ. ໃນສົກປີ 2007-2008 ສືບຕໍ່ ປັບປຸງການເຝົ້າລະວັງ ແລະ ລະບົບເຕືອນໄພລ່ວງຫນ້າ ເພື່ອສະກັດກັ້ນໄຂ້ຫັວດສັດປີກ, ອະຫິວາ, ໄຂ້ ເລືອດອອກ. ສູ້ຊົນສະໜອງນ້ຳສະອາດໃຫ້ໄດ້ 72%, ນຳໃຊ້ວິດຖ່າຍຂອງປະຊາຊົນ 53%, ສັກຢາກັນ ພະຍາດ 80%, ແມ່ຍິງໄດ້ສັກຢາປ້ອງກັນບາດທະຍັກ 40%, ຫຼຸດຜ່ອນການຕິດເຊື້ອວັນນະໂລກ 100 ຄົນ ຕໍ່ປະຊາກອນ 100.000 ຄົນ, ຄວມຄຸມອັດຕາການຕິດເຊື້ອໂລກເອດໃນຍິງບໍລິການອາຍຸ 15-25 ປີ ບໍ່ໃຫ້ ກາຍ 3%, ປະຊາກອນທົ່ວໄປບໍ່ໃຫ້ກາຍ 1 %, ອັດຕາແມ່ມານຝາກທ້ອງຢູ່ໂຮງຫມໍ 65%, ເກີດລູກມີແພດ ຊ່ວຍ 60% ແລະ ກວດຫຼັງຄອດ 42 %.
3) ວຽກ​ງານ​ແຮງ​ງານ ​ແລະ ສະຫັວດດີກາ​ນສັງຄົມ.
​ ໃນສົກປີ 2007-2008 ສືບຕໍ່ປັບປຸງ ແລະ ປະກາດໃຊ້ດຳລັດວ່າດ້ວຍການພັດທະນາຝີມືແຮງງານ, ກອງທຶນພັດທະນາຝີມືແຮງງານ, ການປະຕິບັດນະໂຍບາຍຕໍ່ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ, ລະບຽບການຊາປະນະກິດສົບ ແລະ ທີ່ຢູ່ອາໄສສຳລັບພະນັກງານລັດຖະກອນ; ສູ້ຊົນເຝິກວິຊາຊີບໃຫ້ແກ່ ນັກຮຽນທີ່ຈົບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ທີ່ບໍ່ມີໂອກາດໄດ້ຮຽນຕໍ່ຈຳນວນ 13.860 ຄົນ; ສູ້ຊົນສ້າງເງື່ອນໄຂທີ່ຈຳເປັນ ເພື່ອສົ່ງເສີມການມີວຽກເຮັດງານທຳໃນຕຳແໜ່ງຕ່າງໆໃຫ້ໄດ້ 108 ພັນຄົນ; ໃນນີ້, ຈັດສົ່ງໄປອອກແຮງງານຢູ່ຕ່າງປະເທດໃຫ້ໄດ້ 25.350 ຄົນ. ຂື້ນທະບຽນຜູ້ຫວ່າງງານໃຫ້ໄດ້ 78.000 ຄົນ; ປະຕິບັດນະໂຍບາຍສົມທົບປຸກສ້າງ ແລະ ສ້ອມແປງໃຫ້ວິລະຊົນແຫ່ງຊາດ 18 ທ່ານ, ນັກຮົບແຂ່ງຂັນ 58 ທ່ານ, ປະຕິບັດນະໂຍບາຍກິນທານຕາມດຳລັດ 145/ນຍ ຕໍ່ຜູ້ເສຍສະລະຊີວິດເພື່ອຊາດຈຳນວນ 503 ທ່ານ, ສົມທົບທຶນປຸກສ້າງໃຫ້ຜູ້ເສຍອົງຄະພິເສດ 9 ທ່ານ, ຫັນກຳມະສິດເຮືອນ 60 ຫລັງ, ພາຫານະ 508 ຄັນ, ປະຕິບັດເງິນອຸດຫນູນ 190 ເປົ້າຫມາຍ, ໃຫ້ບຳນານຄືນຕາມມະຕິ 102/ກມສພ ຈຳນວນ 381 ເປົ້າ ໝາຍ. ໂຄສະນາ ກ່ຽວກັບອັນຕະລາຍຂອງລູກລະເບີດບໍ່ທັນແຕກໃຫ້ປະຊາຊົນຮັບຮູ້ 595 ບ້ານ, ທຳລາຍ ລູກລະເບີດເຄື່ອນທີ່ 1.442 ບ້ານ, ເກັບກູ້ລະເບີດຈາກເນື້ອທີ່ດິນໃຫ້ໄດ້ 2.364 ເຮັກຕາ.
4) ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ ວັດທະນະ​ທຳ.
ສືບຕໍ່ພັດທະນາທາງດ້ານຈິດໃຈ ກໍຄືດ້ານຈາລິຍະທຳ ແລະ ຄຸນສົມບັດສິນທຳ ແລະ ໂລກະທັດ ທີ່ກ້າວໜ້າ, ປັບປຸງຍົກລະດັບຄຸນນະພາບຂອງວຽກງານຖະແຫຼງຂ່າວໃຫ້ທັນສະໄໝ ເພື່ອສະໜອງຂໍ້ມູນ ຂ່າວສານ, ສາລະຄວາມຮູ້ ແລະ ຄວາມບັນເທີງໃຫ້ກວ້າງຂວາງຂື້ນກວ່າເກົ່າ; ສືບຕໍ່ປະຕິບັດຈຸດໝາຍ ສ້າງວັດທະນະທຳໃຫ້ມີຄວາມຫຼາກຫຼາຍ ແລະ ມີລັກສະນະຊາດ, ເຮັດໃຫ້ຄຸນຄ່າທາງດ້ານວັດທະນະທຳຊືມ ເລິກເຂົ້າບັນດາຊັ້ນຄົນ, ແຕ່ລະຄອບຄົວ, ແຕ່ລະຄົນ ເພື່ອເຮັດໃຫ້ຄົນລາວມີອະລິຍະທຳທາງດ້ານວັດຖຸ ແລະ ຈິດໃຈສົມບູນຍິ່ງຂື້ນ. ໃນສົກປີ 2007-2008 ຈະສຸມໃສ່ປັບປຸງສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ ເພື່ອເຮັດໃຫ້ມວນຊົນໄດ້ຮັບສັນຍານວິທະຍຸກະຈາຍສຽງ ແລະ ໂທລະພາບຫຼາຍຂື້ນ. ຊຸກ ຍູ້ການປະດິດຄິດແຕ່ງບົດກາວີ, ບົດເລື່ອງສັ້ນ, ນະວະນິຍາຍ, ລະຄອນປະເພດຕ່າງໆ. ສົ່ງເສີມມູນເຊື້ອ ແລະ ການແລກປ່ຽນວັດທະນະທຳທີ່ມີຄຸນຄ່າອັນດີງາມຂອງບັນດາເຜົ່າ, ອະນຸລັກຮັກສາ, ປະຕິສັງຂອນປູນີຍະສະ ຖານ, ຮ່ອງຮອຍປະຫວັດສາດ, ຮ່ອງຮອຍການປະຕິວັດ, ສຳຫຼວດ ແລະ ຂຸດຄົ້ນຄຸນຄ່າທາງດ້ານວັດທະ ນະທຳ ແລະ ອະລິຍະທຳອັນໂດດເດັ່ນຂອງບັນດາເຜົ່າ; ສືບຕໍ່ສ້າງບ້ານວັດທະນະທຳໃຫ້ໄດ້ 303 ບ້ານ, ຄອບຄົວວັດທະນະທຳໃຫ້ ໄດ້ 64.302 ຄອບຄົວ.
5) ວຽກ​ງານ​ກິ​ລາ​ກາຍະ​ກຳ.
ຊຸກຍູ້ສົ່ງເສີມຂະບວນການກິລາ ແລະ ການອອກກຳລັງກາຍ, ເປີດກວ້າງ ແລະ ຍົກສູງຄຸນນະພາບ ການແລກປ່ຽນວັດທະນະທຳ ແລະ ກິລາສາກົນ, ພັດທະນາກິລາລາວໃຫ້ໄດ້ທັງປະລິມານ ແລະ ຄຸນນະ ພາບ, ສ້າງຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ, ເສີມຂະຫຍາຍຈິດໃຈຊາດຂອງປະຊາຊົນ ລາວບັນດາເຜົ່າ. ໃນສົກປີ 2007-2008 ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນກິລາຊີເກມຄັ້ງທີ 25 ທີ່ປະ ເທດໄທ, ສືບຕໍ່ກໍ່ສ້າງສະໜາມກິລາຄົບວົງຈອນ, ສະໜາມອົບອຸ່ນ, ສະລອຍນ້ຳ ແລະ ສູນເຝິກກິລາ ເມືອງ ໄຊທານີ ເພື່ອກະກຽມເປັນເຈົ້າພາບກິລາຊີເກມໃນປີ 2009; ຈັດການແຂ່ງຂັນກິລາພື້ນເມືອງໝາກຂ່າງ ແລະ ຍິງໜ້າ ທີ່ແຂວງຫົວພັນ, ຈັດງານກິລາ ເນື່ອງໃນວັນກຳເນີດກິລາລາວ ທີ່ແຂວງໄຊຍະບູລີ, ຈັດງານ ກິລາເຂດ: ພາກເຫນືອ ຈະຈັດຂື້ນທີ່ ແຂວງໄຊຍະບູລີ, ພາກກາງທີ່ ແຂວງບໍລິຄຳໄຊ ສ່ວນພາກໃຕ້ທີ່ ແຂວງສາລະວັນ; ປຸກລະດົມຂະບວນການກິລາປະເພດຕ່າງໆ ເພື່ອຈັດການແຂ່ງຂັນສ້າງບັນຍາກາດເບິກ ບານມ່ວນຊື່ນ ເນື່ອງໃນໂອກາດວັນບຸນສຳຄັນຂອງຊາດ ແລະ ບຸນປະເພນີຂອງທ້ອງຖິ່ນ.

6) ວຽກ​ງານ​ວິ​ທະຍາ​ສາດ, ​ເຕັກ—ໂນ—ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ.
ສົກປີ 2007-2008 ສືບຕໍ່ຄົ້ນຄວ້າ ແລະ ຜ່ານຮ່າງກົດໝາຍວ່າດ້ວຍມາດຕະຖານ ແລະ ການວັດ ແທກ, ການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ການຄ້າຜ່ານອິນເຕີເນັດ; ສືບຕໍ່ບໍລິການຂື້ນທະບຽນເຄື່ອງໝາຍການຄ້າ, ສິດທິບັດ, ອານຸສິດທິບັດ, ແບບ ອຸດສາຫະກຳ ແລະ ຊັບສິນທາງປັນຍາໃນຂົງເຂດຕ່າງໆ; ຄົ້ນຄວ້າເຕັກໂນໂລຊີການສະກັດໝາກເຍົາ ແລະ ການຜະລິດນ້ຳມັນກາຊວນ, ສົ່ງເສີມການອານຸລັກປ່າໄມ້, ຊີວະນາໆພັນ, ຕົ້ນນ້ຳລຳທານ ແລະ ທີວທັດ ທຳມະຊາດ, ສ້າງຂະບວນການດ້ານການສຶກສາ ແລະ ສ້າງຈິດສຳນຶກໃຫ້ທົ່ວປວງຊົນຮັບຮູ້ ແລະ ເຂົ້າຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ. ປັບປຸງຖານຂໍ້ມູນ ແລະ ສູນຂໍ້ມູນຂ່າວສານດ້ານສິ່ງແວດ ລ້ອມໃນລະດັບຊາດ ແລະ ປະຈຳພາກພື້ນ.
ງ) ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດການລຶບລ້າງຄວາມທຸກຍາກຢ່າງຕັ້ງໜ້າ.
ສືບຕໍ່​ສົ່ງເສີມການສ້າງລາຍຮັບໃຫ້ຊຸມຊົນ ດ້ວຍການສົ່ງເສີມການຜະລິດທີ່ມີມູນເຊື້ອ ຕິດພັນກັບ ຄວາມຕ້ອງການຂອງຕະຫຼາດ, ຕັ້ງໜ້າຫຼຸດຜ່ອນການຖາງປ່າເຮັດໄຮ່ ຕິດພັນກັບການຈັດສັນອາຊີບຄົງທີ່ ແລະ ຈັດສັນພູມລຳເນົາ ໄປພ້ອມໆກັບການຂະຫຍາຍຕາຫນ່າງດ້ານສຶກສາ ແລະ ສາທາລະນະສຸກ ໃຫ້ປົກຄຸມຫຼາຍຂຶ້ນ, ຍົກສູງຄຸນນະພາບຂອງການບໍລິການສາທາລະນະສຸກ ແລະ ການຮຽນ-ການສອນ, ປັບປຸງພື້ນຖານໂຄງລ່າງຊົນນະບົດ ໂດຍສະເພາະແມ່ນເສັ້ນທາງເຂົ້າຫາເມືອງ, ກຸ່ມບ້ານ, ບ້ານ ຫຼື ເຂດການ ຜະລິດ; ປັບປຸງກອງທຶນພັດທະນາຂັ້ນບ້ານ ໃຫ້ເປັນກອງທຶນລວມໝູ່ ແລະ ຕິດພັນກັບການຜະລິດສິນຄ້າ ຂອງປະຊາຊົນ, ຫຼີກເວັ້ນການສວຍໂອກາດຂອງບຸກຄົນ; ນອກຈາກນັ້ນ, ຍັງຕ້ອງໄດ້ສືບຕໍ່ຂະບວນການສ້າງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ ​ເພື່ອຫຼຸດຜ່ອນຄວາມທຸກ​ຍາກ —ໃຫ້​ໄດ້​ຕື່ມ​ອີກ 10 ກຸ່ມ​ບ້ານ ຢູ່ 10 ເມືອງ ເພື່ອ ຮອງຮັບໃຫ້ແກ່ການຍາດແຍ່ງທຶນຮອນຈາກພາຍນອກ ແລະ ການສ້າງແຜນພັດທະນາຂອງທ້ອງຖິ່ນ. ຂະ ແໜງການ ແລະ ທ້ອງຖິ່ນຕ້ອງໄດ້ຫັນການລົງທຶນພາຍໃນເຂົ້າໃສ່ວຽກງານນີ້ໃຫ້ຫຼາຍຂຶ້ນ.
ວຽກ​ງານ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ຈະ​ໄດ້​ສືບຕໍ່​ຕິດຕາມ​ຄວາມ​ຄືບ​ຫນ້າການຈັດຕັ້ງປະຕິ​ບັດ​ໂຄງການ​ຍ່ອຍ ຢູ່ໃນ​ຮອບ​ວຽນ​ທີ 3 ແລະ 4. ໃນສົກປີ 2007-2008 ນີ້ຈະໄດ້ຂະຫຍາຍກິດຈະກຳຂອງ ໂຄງການໃຫ້ກວມຕື່ມ 161 ກຸ່ມບ້ານພັດທະນາ ຂອງ 21 ເມືອງ ໃນ 5 ແຂວງ ມູນຄ່າ 3,7 ລ້ານໂດລາ ສະຫະລັດ ແລະ ຄາດວ່າຈະໄດ້ຂະຫຍາຍໃຫ້ກວມເອົາ 47 ເມືອງທຸກຍາກທີ່ສຸດ ແລະ 25 ເມືອງທຸກຍາກ ໃນອະນາຄົດ.
ນອກຈາກນັ້ນ, ຕ້ອງໄດ້ຮີບຮ້ອນຄົ້ນ​ຄ້ວານຳໃຊ້​ຜົນຂອງການ​ສຳ​ຫຼວດການ​ຊົມ​ໃຊ້ ແລະ ​ໃຊ້​ຈ່າຍ​ຄົວ​ເຮືອນ​ ​ເພື່ອ​ກຳນົດ​ມາດຖານ​ຄວາມທຸກ​ຍາກ ຂອງ ​ສປປ ລາວ​ ຄືນ​ໃໝ່​ ໃຫ້ແທດເໝາະກັບເງື່ອນໄຂຕົວ ຈິງໃນປະຈຸບັນ, ປຶກສາຫາລື ເພື່ອປັບປຸງລະບົບລາຍງານວຽກງານນີ້ໃຫ້ດີຂຶ້ນກ່ວາເກົ່າ ໃຫ້ມີຂໍ້ມູນທີ່ຊັດເຈນ ເພື່ອລາຍງານຕໍ່ລັດຖະບານ ໃນແຕ່ລະສົກປີ.
ຈ) ທິດທາງການ​ປັບປຸງ​ກົງຈັກ, ການ​ບໍລິຫານ​ລັດ ​ແລະ ການ​ຄຸ້ມ​ຄອງ​ສັງຄົມ.
1) ວຽກງານກົງຈັກການຈັດຕັ້ງ.

ໃນສົກປີ 2007-2008 ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນແຕ່ລະຂະແໜງການໃຫ້ເຂົ້າສູ່ ລະບຽບການ, ມີຄວາມກະທັດລັດເບົາບາງວ່ອງໄວ, ຫຼຸດຜ່ອນຂອດກະຕຸກກະຕັກລະຫວ່າງກາງ, ຫັນການ ຄຸ້ມຄອງລັດໃຫ້ທັນສະໄຫມ, ນຳເອົາເຕັກໂນໂລຊີຂ່າວສານເຂົ້າມາຮັບໃຊ້; ສືບຕໍ່ແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອໃຫ້ມີຄວາມແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໄລ ຍະໃໝ່ ແລະ ຕິດພັນກັບການປະຕິຮູບເສດຖະກິດ; ປັບປຸງຮູບການຄຸ້ມຄອງ ແລະ ແບບແຜນວິທີເຮັດວຽກ ຂອງອົງການບໍລິຫານລັດທຸກຂັ້ນ; ສືບຕໍ່ປະຕິບັດໂຄງການທົດລອງບູລະນະການປົກຄອງໄລຍະ III ຢູ່ ແຂວງຫຼວງພະບາງ, ຊຽງຂວາງ, ຄຳມ່ວນ ແລະ ສາລະວັນ, ສືບຕໍ່ປັບປຸງ​ກົງຈັກ​ການ​ຈັດຕັ້ງຂອງ 5 ຂະ​ແຫນງ​ການ ຄື: ຂະແໜງກະສິກຳ ແລະ ປ່າໄມ້, ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ, ການເງິນ, ແຜນການ ແລະ ການລົງທຶນ, ແຮງງານ ແລະ ສະຫວັດດີການສັງຄົມ ​ໃຫ້​ສຳເລັດຕາມຄາດໝາຍຢ່າງມີ​ປະສິດທິຜົນ—.
2) ວຽກ​ງານພະນັກງານ.
ໃນສົກປີ 2007-2008 ຈະໄດ້ເລັ່ງສ້າງໃຫ້ມີຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄວາມສາມາດ, ມີທາດແທ້ຫຼັກໝັ້ນການເມືອງອັນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ພາລະກິດຂອງພັກ, ສືບຕໍ່ປັບປຸງຂີດຄວາມສາມາດຂອງພະນັກງານໃຫ້ມີຄວາມຄ່ອງຕົວ, ມີຄວາມສາມາດ ພຽງພໍ, ສາມາດນຳໃຊ້ເຕັກໂນໂລຊີຂ່າວສານ, ມີຄວາມຮູ້ທາງດ້ານທິດສະດີການເມືອງ, ການນຳພາ ແລະ ການຄຸ້ມຄອງ; ດຳເນີນການສຳຫຼວດກວດກາ, ຕີລາຄາຖັນແຖວພະນັກງານລັດຖະກອນຢ່າງເປັນປົກກະຕິ; ສືບຕໍ່ສ້າງ ແລະ ສະໜອງພະນັກງານວິຊາການໃຫ້ທ້ອງຖິ່ນ ໂດຍສະເພາະ ຢູ່ໃນ 47 ເມືອງທຸກຍາກ; ຄຽງຄູ່ກັນນັ້ນ, ກໍ່ຕ້ອງປະຕິບັດນະໂຍບາຍດ້ານວັດຖຸ ແລະ ຈິດໃຈ ຕໍ່ເຂົາເຈົ້າໃຫ້ເໝາະສົມກັບສະພາບ ຕົວຈິງ; ຊຸກຍູ້ຂະບວນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃນກົງຈັກລັດ, ເດັດຂາດປະຕິບັດວິ ໄນຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ.
3) ວຽກ​ງານ​ຍຸຕິ​ທຳ.
ສືບຕໍ່ສ້າງລະບົບຍຸຕິທຳ ແລະ ກົດໝາຍ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ມີພື້ນຖານ ໜັກແໜ້ນຂຶ້ນກ່ວາເກົ່າ, ສ້າງເງື່ອນໄຂໃຫ້ພົນລະເມືອງມີໂອກາດເຂົ້າເຖິງ, ເພີ່ງພາກົດໝາຍ ແລະ ໄດ້ຮັບ ຄວາມຍຸຕິທຳຫຼາຍກວ່າເກົ່າ; ສືບຕໍ່ຄົ້ນຄ້ວາຮ່າງກົດຫຼາຍໃໝ່ຈຳນວນໜຶ່ງ, ເພີ່ມທະວີການໂຄສະນາສຶກສາ ອົບຮົມລະບຽບກົດໝາຍໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈກວ້າງ ຂວາງກ່ວາເກົ່າ; ປັບປຸງໜ່ວຍໄກ່ເກ່ຍຂັ້ນບ້ານ ແລະ ຫ້ອງການຍຸຕິທຳເມືອງ, ຊຸກຍູ້ຂະບວນການສ້າງບ້ານ ປອດຄະດີ, ເພີ່ມທະວີການປະສານສົມທົບ ລະຫວ່າງອົງການປົກປ້ອງກົດໝາຍຢູ່ໃນແຕ່ລະຂັ້ນ ເພື່ອແນໃສ່ ແກ້ໄຂຄະດີຕ່າງໆທີ່ເກີດຂື້ນໃຫ້ຖຶກຕ້ອງຕາມລະບຽບກົດໝາຍ; ຄຽງຄູ່ກັນນັ້ນ, ກໍເອົາໃຈໃສ່ຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍ ແລະ ວຽກງານຍຸຕິທຳ ໂດຍສະເພາະການປະຕິບັດຄຳຕັດສິນຂອງສານ ເພື່ອເຮັດໃຫ້ທົ່ວສັງຄົມມີສະຕິ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍສູງຂື້ນ.
ສ) ທິດທາງຈຸດສຸມຂອງແຜນພັດທະນາເຂດແຄ້ວນ.
1) ເຂດພາກເໜືອ.

ສືບຕໍ່ພັດທະນາເສດຖະກິດ ຕາມເຂດຈຸດສຸມທີ່ມີທ່າແຮງບົ່ມຊ້ອນ ເພື່ອຊຸກຍູ້ການຜະລິດສະບຽງ ອາຫານເປັນຕົ້ນ : ການຜະລິດເຂົ້າ, ເອົາໃຈໃສ່ສົ່ງເສີມປະຊາຊົນໃນການລຽ້ງສັດ, ປູກພືດ-ຜັກປະເພດ ຕ່າງໆ ແລະ ພືດອຸດສາຫະກຳ ເພື່ອເພີ່ມລາຍໄດ້ໃຫ້ແກ່ຄອບຄົວ ; ຊຸກຍູ້ ແລະ ສົ່ງເສີມ ພາກເອກະຊົນພາຍ ໃນ ແລະ ຕ່າງປະເທດ ລົງທຶນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ເຊັ່ນ : ຕົ້ນຢາງພາລາ, ໄມ້ເກດສະຫນາ, ໄມ້ສັກ, ສາລີ, ໝາກເດືອຍ ແລະ ອື່ນໆ; ສຸມໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດ ເຊັ່ນ : ສືບຕໍ່ກໍ່ສ້າງ ຊົນລະປະທານນ້ຳແສງ, ນ້ຳແທ້ ; ສືບຕໍ່ກໍ່ສ້າງທາງ R3, ເສັ້ນທາງເມືອງເງິນ-ຊຽງຮ່ອນ, ໄຊຍະບູລີ-ຫົງສາ- ທ່າຊ່ວງ, ປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາແຂວງ, ແຂວງຫາເມືອງ, ແຕ່ເມືອງລົງ ສູ່ເຂດຊົນນະບົດ ໄປຄຽງຄູ່ກັບການຂະຫຍາຍຕາໜ່າງໂທລະຄົມມະນາຄົມລົງສູ່ບັນດາເມືອງ, ເຂດຈຸດສຸມຕ່າງໆ ເພື່ອຮັບປະ ກັນການຄົມມະນາຄົມຕິດຕໍ່ສື່ສານໄດ້ຢ່າງເປັນປົກກະຕິ, ກໍ່ສ້າງ ສະໜາມບິນຫລວງນ້ຳທາ ໃຫ້ສຳເລັດຕາມ ແຜນການວາງໄວ້ ; ປັບປຸງ ແລະ ຍົກລະດັບການບໍລິການການຄ້າຕາມເຂດຊາຍແດນ, ພັດທະນາ ແລະ ເຊື່ອມໂຍ່ງເສດຖະກິດກັບບັນດາແຂວງ ແລະ ປະເທດທີ່ມີຊາຍແດນຕິດກັນ ເພື່ອສົ່ງເສີມການບໍລິການການ ຄ້າ, ການບໍລິການສິນຄ້າຜ່ານແດນ, ພັດທະນາ ແລະ ຂະຫຍາຍສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ເພື່ອຮອງຮັບ ແລະ ດຶງດູູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນໃນແຕ່ລະປີ; ສືບຕໍ່ ພັດທະນາ ແລະ ຂະຫຍາຍລະບົບໄຟຟ້າລົງສູ່ເຂດຈຸດສຸມ ແລະ ເຂດຊົນນະບົດ.
2) ເຂດພາກກາງ.
ເປັນເຂດທີ່ມີພື້ນຖານໂຄງລ່າງເສດຖະກິດ ໄດ້ຮັບການພັດທະນາ, ມີເງື່ອນໄຂສະດວກ ແລະ ມີທົ່ງພຽງທີ່ເປັນທ່າແຮງ ຈຸດສຸມຕົ້ນຕໍແມ່ນ : ສຸມໃສ່ສ້ອມແປງ ແລະ ປົກປັກຮັກສາລະບົບຊົນລະປະທານ ທີ່ມີແລ້ວ ເພື່ອຮັບປະກັນໃຫ້ແກ່ການຜະລິດກະສິກຳ ແລະ ລ້ຽງສັດ, ສືບຕໍ່ສົ່ງເສີມການລ້ຽງສັດເປັນ ແບບຟາມ ເຊັ່ນ : ການລ້ຽງງົວ, ໝູ ແລະ ຂະຫຍາຍການລ້ຽງປາໃສ່ກະຊັງ, ຊຸກຍູ້ໃຫ້ປະຊາຊົນ ແລະ ພາກ ເອກະຊົນ ລົງທຶນປູກໄມ້ເກດສະຫນາ, ຢາງພາລາ, ຕົ້ນໄມ້ກິນໝາກ, ຢາສູບ, ພືດ-ຜັກ ຕ່າງໆ ເພື່ອເປັນ ສິນຄ້າ; ສືບຕໍ່ສ້າງ ແລະ ພັດທະນາເຂດພາກກາງໃຫ້ເປັນສູນກາງດ້ານເສດຖະກິດ-ການເມືອງ, ດ້ານການ ບໍລິການ, ວັດທະນາທຳ-ສັງຄົມ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໜ ເຂົ້າໃນການຜະລິດ, ການ ປຸງແຕ່ງ, ຜະລິດວັດສະດຸກໍ່ສ້າງ ແລະ ອື່ນໆ; ສືບຕໍ່ເອົາໃຈໃສ່ໃນການສ້າງພື້ນຖານເພື່ອພັດທະນາເຂດ ເສດຖະກິດ ແລະ ເຂດການຄ້າຊາຍແດນ ສະຫວັນນະເຂດ-ລາວບາວ, ຄຳມ່ວນ ແລະ ບໍລິຄຳໄຊ ຕາມເສັ້ນ ທາງເລກ 8, 9 ແລະ ເລກ 12 ເພື່ອເຊື່ອມໂຍງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ສືບຕໍ່ໂຄງ ການກໍ່ສ້າງ ແລະ ປັບປຸງບັນດາເສັ້ນທາງຕ່າງໆ ເຊັ່ນ : ທາງເບີ 1, ທາງກາສີ-ເມືອງນາ່ນ, ປາກຊັນ- ເມືອງເກົ່າ-ທາສີ, ທາງບ້ານວັງ-ປາກຕອນ ແລະ ບັນດາເສັ້ນທາງອື່ນໆ; ສົ່ງເສີມການບໍລິການການທ່ອງທ່ຽວ ໂດຍເຊື່ອມໂຍ່ງກັບແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດ ເຊັ່ນ: ພາກເຫນືອ (ແຂວງຫລວງພະບາງ), ພາກໃຕ້ (ແຂວງຈຳປາສັກ) ແລະ ເຊື່ອມໂຍ່ງການທ່ອງທ່ຽວ ກັບບັນດາປະເທດໃນຂົງເຂດ ແລະ ກັບສາກົນ.
3. ເຂດພາກໃຕ້.
ຈຸດສຸມຕົ້ນຕໍແມ່ນ: ສືບຕໍ່ນຳໃຊ້ທ່າແຮງ ສຸມໃສ່ໃນພັດທະນາສ້າງເປັນທາງຜ່ານເຂດສາມຫຼ່ຽມ ລາວ-ຫວຽດນາມ-ກຳປູເຈຍ ເປັນຕົ້ນ: ສືບຕໍ່ກໍ່ສ້າງທາງເລກທີ 15A, ໂຄງການກໍ່ສ້າງທາງເມືອງໄຊເສດຖາ- ເມືອງຊານໄຊ (ແຂວງອັດຕະປື) ; ເອົາໃຈໃສ່ສົ່ງເສີມການຜະລິດສະບຽງອາຫານ, ພືດ-ຜັກຕ່າງໆເປັນສິນ ຄ້າຕາມເຂດທົ່ງພຽງ ແລະ ພູພຽງບໍລິເວນ ເຊັ່ນ : ເຂົ້າ, ກາເຟ, ຊາ, ກະລ່ຳປີ ແລະ ອື່ນໆ; ສົ່ງເສີມ ພາກເອກະຊົນພາຍໃນ ແລະ ຕ່າງປະເທດລົງທຶນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ເຊັ່ນ : ຢາງພາລາ, ມັນຕົ້ນ, ໝາກມ່ວງຫີມມະພານ ແລະ ຕົ້ນໄມ້ກິນໝາກອື່ນໆ; ສືບຕໍ່ກໍ່ສ້າງໂຮງງານເບຍແຫ່ງທີ່ 2 ແຂວງຈຳ ປາສັກ ໃຫ້ສຳເລັດຕາມແຜນການ ແລະ ກໍ່ສ້າງໂຮງງານຊິມັງໃຫ້ສຳເລັດ ເພື່ອຜະລິດຮັບໃຊ້ບັນດາແຂວງ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ; ຂະຫຍາຍຕາໜ່າງການຄ້າ, ສະໜອງຂໍ້ມູນຂ່າວສານລົງສູ່ເຂດຫ່າງ ໄກສອກຫຼີກ, ພັດທະນາການບໍລິການທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ເຊັ່ນ : ວັດພູຈຳປາສັກ, ຄອນ ພະເພັງ ແລະ ບ່ອນອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ເພີ່ມຂື້ນໃນແຕ່ລະປີ.
ຊ) ທິດທາງສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ.
ສືບ​ຕໍ່ສົ່ງ​ເສີມ​ການ​ລົງທຶນ​ຂອງເອກະຊົນພາຍໃນ ແລະ ​ຕ່າງ​ປະ​ເທດ ຢ່າງແຂງແຮງ​, ເປັນ​ຕົ້ນ ຈະໄດ້ປັບປຸງຄືນ​ບັນ​ດາ​ນະ​ໂຍ​ບາຍ, ນິ​ຕິ​ກຳ ກ່ຽວກັບການ​ສົ່ງ​ເສີມ ແລະ ຄຸ້ມຄອງໃຫ້ຈະແຈ້ງ ສອດຄ່ອງ ແລະ ຄົບຖ້ວນ ເພື່ອສ້າງຄວາມສະດວກ ແລະ ສາມາດດຶງດູດການລົງທຶນຫຼາຍຂຶ້ນ, ໂດຍສະເພາະ ແມ່ນໃຫ້ສອດຄ່ອງ ກັບກົດໝາຍວິສາຫະກິດ ແລະ ປັບປຸງລະບຽບການ​ໃຫ້​ນະ​ໂຍບາຍ​ນຳ​ເຂົ້າ 1% ສຳຫຼັບ ພາຫະນະ​ຮັບ​ໃຊ້​ທາງ​ອອ້ມໃຫ້ມີຄວາມຈະແຈ້ງ, ໂປ່ງໃສ ແລະ ກະທັດລັດ; ນອກຈາກນັ້ນ, ກໍຕ້ອງໄດ້ສ້າງ ຕັ້ງຄະນະຜູ້ປະສານງານໜ່ວຍງານປະຕູດຽວ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ວາງ​ແຜນ​ຍຸດ​ທະ​ສາດ​ໃນ​ການ​ດຶງ​ດູດ​ການ​ລົງ ທຶນໃຫ້​ມີ​ຄວາມ​ຊັດ​ເຈນຍິ່ງ​ຂື້ນ ເປັນຕົ້ນແມ່ນ: ສ້າງ​ບັນຊີ​ສົ່ງ​ເສີມ​ການ​ລົງທຶນ ໂດຍ​ການ​ສົມທົບ​ກັບ​ທຸກ​ພາກ ສ່ວນ​ກ່ຽວຂ້ອງ ແລະ ສືບ​ຕໍ່​ອອກ​ແຮງ​ໃນ​ການ​ໂຄສະນາ—ດຶງ​ດູດ​ການ​ລົງທຶນຈາກປະເທດໃຫ້ຫຼາຍຂຶ້ນ.
ໃນສົກປີ 2007-2008 ສູ້ຊົນດຶງດູດການລົງທຶນໃຫ້​ໄດ້​ປະມານ 500 ລ້ານ​ໂດ​ລາສະ​ຫະ​ລັດ, ເອົາໃຈ ໃສ່ຊຸກຍູ້, ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ບັນດາໂຄງການ ທີ່ໄດ້ອະນຸມັດໃນປີຜ່ານມາ ໄດ້ສືບ ຕໍ່ ແລະ ລົງມືປະຕິບັດໃຫ້ສຳເລັດຕາມແຜນການ.
III. ມາດຕະການຈັດຕັ້ງປະຕິບັດ.
​ ເພື່ອຮັບປະກັນຜົນສຳເລັດຂອງການຈັດຕັ້ງປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກປີ 2007- 2008, ຈຶ່ງສະ​ເໜີ​ມາດ​ຕະການ​ ທີ່​ເປັນ​ພື້ນຖານ ​ແລະ​ ຈຳ​ເປັນ— ດັ່ງນີ້:
1.​ ສືບຕໍ່​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ດ້ານ​ງົບປະມານ​ລາຍຮັບ-ລາຍ​ຈ່າຍ ​ແລະ ​ໜີ້ສິນ​ທີ່​ແກ່ຍາວ​ ​ໃຫ້ ມີຄວາມຄ່ອງຕົວຫຼາຍຂຶ້ນ ຄືດັ່ງນີ້ີ້: (1) ອອກ​ມາດ​ຕະການ​ປະຢັດ​ແຫ່ງ​ຊາດ ​ແລະ​ ປະກາດ​ໃຊ້​ທົ່ວ​ສັງຄົມ​ ໃຫ້​ມີ​ຜົນ​ສັກສິດ. (2) ຄົ້ນຄ້ວາການແບ່ງຂັ້ນຄຸ້ມຄອງລາຍຮັບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ ສາມາດປະກາດໃຊ້ໂດຍໄວ, ປະຕິບັດ—ການ​ຄຸ້ມ​ຄອງ​ຂະ​ແໜງ​ພາສີ, ອາກອນ ​ແລະ ​ຄັງ​ເງິນ ຕາ​ມກົດໝາຍ​ງົບປະມານ​ທີ່​ກຳນົດ​ໃຫ້​ເປັນ​ເອກ​ະພາບ​ ເພື່ອ​ຍົກ​ສູງ​ວິ​ໃນ​ການ​ເງິນ​ໃຫ້​ເຂັ້ມງວດ, ຈຳກັດ​ການຮົ່ວ​ໄຫຼ ແລະ​ ການ​ທຸດຈະລິດ​ຕ່າງໆ ​ໃນ​ຂະ​ແໜງ​ການ​ເງິນ. (3) ອອກ​ນະ​ໂຍບາຍ​ຫັນ​ດິນ​ ແລະ​ ຊັບ​ສິນ​ເປັນ​ທຶນ. (4) ຕັ້ງໜ້າ​ຄົ້ນ​ຄ້ວາ​ກົນ​ໄກ​ທີ່​ຕັ້ງໜ້າ ​ຕໍ່​ກັບ​ການ​ເງິນ ​ແລະ​ ກວດກາ​ການ​ຖື​ບັນຊີ​ຂອງ​ຫົວໜ່ວຍ​ວິ​ສາ​ຫະກິດ​ຕ່າງໆ​ໃຫ້​ເຄັ່ງ​ຄັດ. (5) ທະນາຄານນະໂຍບາຍ ຄົ້ນຄ້ວາອອກ​ລະບຽບ​ຄຸ້ມ​ຄອງ​ກອງ​ທຶນ​ຕ່າງໆ​ຢ່າງ​ລວມສູນ.
2. ຄວບ​ຄຸມ​ໄພ​ເງິນ​ເຟີ້​ ແລະ​ ອັດຕາ​ແລກປ່ຽນ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ ສືບຕໍ່​ມີ​ຄວາມ​ສະຫງົບ ​ແລະ​ ສ້າງ​ຄວາມ​ເຊື່ອ​ໝັ້ນທີ່​ໜັກ​ແໜ້ນ, ມີ​ມາດ​ຕະການ​ສະ​ເພາະ​ເພື່ອ​ເກັບ​ກູ້​ໜີ້ສິນ​ ທັງ​ແກ້​ໄຂ​ໜີ້​ເກີນ​ກຳນົດ (NPL) ໃຫ້​ຫຼຸດ​ລົງ​ຢູ່​ໃນລະດັບທີ່​ສົມ​ເຫດ​ສົມ​ຜົນ. ພ້ອມ​ດຽວ​ກັນ ກໍ​ກະກຽມດ້ານກົດໝາຍ, ນິຕິ​ກຳ​ ແລະ ​ວິຊາ​ການ​ຕ່າງໆ​ເພື່ອ​ເປີດ​ກວ້າງ​ຕະຫາຼດທຶນໃນຊຸມປີຕໍ່ໜ້າ.
3. ສືບຕໍ່ອອກ​ມາດ​ຕະການ ​ແລະ ​ນະ​ໂຍບາຍ​ລະດົມການ​ລົງທຶນຈາກ​ພາກ​ທຸລະ​ກິດ​ພາຍ​ໃນ, ປະ ຊາຊົນ ​ແລະ​ ສົ່ງ​ເສີມ​ການ​ລົງທຶນຈາກ​ຕ່າງປະ​ເທດ​ຢ່າງ​ແຂງ​ແຮງ; ຈັດ​ກອງ​ປະຊຸມ​ພົບ​ປະ​ກັບ​ນັກ​ລົງທຶນ​ພາຍ​ໃນ ແລະ​ ຂົນຂວາຍ​ຈາກ​ຕ່າງປະ​ເທດ; ປະຕິບັດ​ກົນ​ໄກ​ການພິຈາລະນາ​ອະນຸມັດ​ການ​ລົງທຶນຕ່າງປະ​ເທດ​ ຜ່ານ​ປະຕູ​ດຽວ​ຢ່າງ​ເຄັ່ງ​ຄັດ; ມອບ​ສິດ​ໃຫ້​ທ້ອງ​ຖິ່ນ​ອະນຸມັດ​ການ​ລົງທຶນ​ໃນ​ຂອບເຂດສິດ​ ​ແລະ —ອະນຸ​ມັດ​ນຳ​ເຂົ້າ​ພາຫານະ​ ແລະ ​ວັດຖຸ​ດິບ​ຕາມ​ລະບຽບ​ການ​ທີ່​ມີ​ແລ້ວ, ສູນ​ກາງກວດກາການ​ປະຕິບັດ​ຂອງ​ແຂວງ.
- ສືບຕໍ່ກວດຄືນບັນດານະໂຍບາຍສິດທິພິເສດໃນການລົງທຶນ ແລະ ເອກະສານອະນຸມັດການລົງ ທຶນ, ເປັນຕົ້ນແມ່ນ ລາຄາເຊົ່າທີ່ດິນ ແລະ ບັນດາຄ່າບໍລິການອື່ນໆ ເພື່ອສ້າງຄວາມຈູງໃຈໃໝ່ໃຫ້ແກ່ ການລົງທຶນ.
- ດຳເນີນການຄົ້ນຄ້ວາ ເພື່ອຮີບຮ້ອນປັບປຸງນະໂຍບາຍ ຕໍ່ກັບແຮງງານຕ່າງປະເທດທີ່ເຮັດວຽກຢູ່ ລາວ, ແກ້ໄຂຂໍ້ຄົງຄ້າງ ແນໃສ່ເຮັດໃຫ້ໂຄງການທີ່ໄດ້ອອກໃບອະນຸຍາດໄປແລ້ວໄດ້ຮັບການຈັດຕັ້ງປະຕິບັດ ແລະ ອະນຸຍາດໂຄງການໃໝ່ເພີ່ມຂື້ນ.
4. ຄົ້ນ​ຄ້ວາ​ອອກ​ມາດ​ຕະການ ​ແລະ​ ກົນ​ໄກ​ການ​ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້​ທີ່​ມີ​ປະສິດທິ​ຜົນ​ເຂັ້ມງວດ​ກວ່າ​ເກົ່າ ແລະ ການຈັດຕັ້ງປະຕິບັດ​ໃຫ້​ປະຕິບັດ​ຢ່າງ​ເຂັ້ມງວດ, ຮັບປະກັນ​ລາຍຮັບເຂົ້າ​ງົບປະມານ​ຄົບ​ຖ້ວນ.
5. ສູນ​ກາງ​ ແລະ ​ທ້ອງ​ຖິ່ນ​ເພີ່ມ​ທະວີ​ການ​ຜະລິດ-ທຸລະ​ກິດ​ການ​ສົ່ງ​ອອກ​ໃຫ້​ເພີ່ມ​ຂຶ້ນ​ໄວ​ຕາມ​ຕະ ຫຼາດທີ່​ມີ​ແລ້ວ.
6. ເພີ​່ມທະວີ​ການ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດ​ ໃຫ້​ມີ​ປະສິດທິ​ຜົນ​ດ້ວຍ​ການ​ອອກ​ກຳນົດ​ກົດ ໝາຍ, ມາດຖານ​ການສິ້ນ​ເປື້ອງຕໍ່ຫົວໜ່ວຍການ​ກໍ່ສ້າງ, ​ເພື່ອ​ເປັນ​ບ່ອນອີງໃນ​ການວາງ​ແຜນ​ຄຸ້ມ​ຄອງ, ກວດ ກາ​ ແລະ ​ປະ​ເມີນ​ຜົນ​ໂຄງການຢ່າງ​ເປັນ​ລະບົບ.
- ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ກວດກາຄືນບັນດາແຜນງານ, ໂຄງການລົງທຶນທີ່ ນຳໃຊ້ທຶນງົບປະມານ ເພື່ອດຳເນີນການລົງທຶນແບບລວມສູນ, ມີຈຸດສຸມ, ຖືກຕາມເປົ້າຫມາຍຂອງແຜນ ການ. ເດັດດ່ຽວບໍ່ດຳເນີນໂຄງການນອກແຜນ ຫລື ເກີນທຶນທີ່ໄດ້ອະນຸມັດໃນແຜນການ. ບັນດາທ້ອງຖິ່ນ ຕອ້ງເອົາໃຈໃສ່ປະຕິບັດການຈັດສັນທຶນ ເພື່ອຊຳລະໜີ້ສິນຄຸມເຄືອຢ່າງເຂັ້ມງວດ.
- ຈັດສັນທຶນສົມທົບກັບໂຄງການຊວ່ຍເຫຼືອລ້າ ແລະ ກູ້ຢືມ ຢູ່ສູນກາງກໍຄືທ້ອງຖິ່ນໃຫ້ພຽງພໍ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດໂຄງການຕາມສັນຍາທີ່ໄດ້ເຊັນກັນ, ເປັນຕົ້ນແມ່ນບັນດາໂຄງການທີ່ ຈະສຳເລັດໃນສົກປີີ 2007-2008.
- ເດັດດ່ຽວສະກັດກັ້ນການປະມູນແບບບົ່ງຕົວໃນໂຄງການທີ່ມີເງື່ອນໄຂ, ການປະມູນເອົາຮູບການ, ການເພີ່ມບໍລິມາດວຽກ ຫຼື ມູນຄ່າໂຄງການທີ່ບໍ່ໄດ້ຮັບອານຸມັດຈາກອົງການທີ່ມີສິດຕັດສິນ ເພື່ອຫຼີກລ້ຽງບໍ່ ໃຫ້ມູນຄ່າໂຄງການບານປາຍ.
- ຈັດຕັ້ງການຕິດຕາມ ກວດກາ ຢ່າງຮັດກຸມບັນດາໂຄງການທີ່ກຳລັງຈັດຕັ້ງປະຕິບັດ ແລະ ພາຍ ຫຼັງທີ່ໂຄງການສຳເລັດແລ້ວ.
7. ຮີບຮ້ອນຊີ້ນຳການຜັນຂະຫຍາຍທິດໃຊ້ຊັບພະຍາກອນເປັນທຶນ, ໂດຍໃຫ້ມີການກຳນົດລະອຽດ ກ່ຽວກັບການນຳໃຊ້ດິນ ແລະ ຊັບພະຍາກອນອື່ນໆໃຫ້ເປັນທຶນຮອນພັດທະນາ.
8. ກ່ຽວກັບ 11 ແຜນງານໃຫຍ່ຂອງລັດຖະບານ: ຈະໄດ້ແຕ່ງຕັ້ງໃຫ້ມີຜູ້ຮັບຜິດຊອບໂດຍກົງ ແຕ່ລະແຜນງານ ເພື່ອຄຸ້ມຄອງການຈັດຕັ້ງປະຕິບັດແຜນງານນັ້ນໆໃຫ້ມີປະສິດທິຜົນ ໂດຍການຖືເອົາຂະ ແໜງການທີ່ກ່ຽວຂ້ອງຕົ້ນຕໍເປັນໃຈກາງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງອື່ນໆ ປະກອບເຂົ້ານຳຕື່ມ.
9. ສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຕິດພັດກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະນາຢູ່ທ້ອງຖິ່ນ, ​ພ້ອມ​ທັງຄົ້ນຄ້ວາ ແລະ ກຳນົດແຫຼ່ງທຶນເຂົ້າໃສ່ຢ່າງຈະ ແຈ້ງ. ຍູ້ແຮງທະນາຄານນະໂຍບາຍໃຫ້ສຳເລັດປັບປຸງກົງຈັກໃຫ້ສົມບູນ ແລະ ສາມາດເຄື່ອນໄຫ່ວໄດ້ໂດຍ ໄວ ເພື່ອສ້າງທ່າແຮງໃໝ່ໃຫ້ປະຊາຊົນຜູ້ທຸກຍາກ ໄດ້ເຂົ້າເຖີງແຫຼ່ງທຶນເພື່ອພັດທະນາຕົນເອງ ກໍຄືພັດທະນາ ຊຸມຊົນຂອງຕົນ.
10. ສຸມ​ໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຖະແຫຼ່ງການວຽງຈັນ ເພື່ອລະດົມ​ທຶນ​ຈາກ​ຄູ່​ຮ່ວມ​ມື​ໃນ​ກາ​ນະ​ພັດທະນາ​ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ VI ( 2006-2010) ໃຫ້ປະກົດຜົນເປັນຈິງ.
11. ​ປະສານ​ງານ​ການ​ປະຕິບັດ​ແບ່ງ​ຂັ້ນຄຸ້ມ​ຄອງ​ວຽກ​ງານ​ແຕ່​ລະ​ດ້ານ​ລະ​ຫ່ວາງ​ສູນ​ກາງ ​ແລະ ​ທ້ອງ​ຖິ່ນຢ່າງຈະແຈ້ງ, ມີການຕິດຕາມກວດກາ ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານເປັນປະຈຳ.
12. ເພີ່ມທະວີວຽກງານວັດທະນະທຳ-ສັງຄົມ ເຊັ່ນ: ເອົາໃຈໃສ່ ກວດກາການ​ປະຕິບັດ​ຄຳ​ສັ່ງ ​ແລະ ​ລະບຽບ​ກົດໝາຍ ​ໃຫ້​ມີ​ຄວາມ​ສັກສິດ ​ແລະ ເດັດຂາດ, ຫຼີກ​ລ້ຽງ​ປະກົດ​ການສວຍ​ໃຊ້​ອຳນາດ, ຕ້ານ​ທຸກ​ປະກົດ​ການ​ຫຍໍ້​ທໍ້​ທາງສັງຄົມ ເຊັ່ນ: ການຫຼີ້ນກິນຟູມເຟືອຍ, ຢາເສບຕິດ, ການຄ້າປະເວນີ, ການສໍ້ລາດ ບັງຫລວງ ແລະ ອື່ນໆ. ອອກແຮງສຶກສາອົບຮົມພົນລະເມືອງທຸກຊັ້ນຄົນໃຫ້ປະຕິບັດ ແລະ ເຄົາລົບລະບຽບ ກົດໝາຍຢ່າງເຄັ່ງຄັດ; ຖ້າ​ມີ​ການຝ່າ​ຝືນ​ ແລະ ​ລະ​ເມີດ​ ຕ້ອງມີ​ການ​ກວດກາ​ເຄັ່ງ​ຄັດ ​ແລະ ​ປະຕິບັດສະ​ເໝີ​ພາບ​ຕໍ່ໜ້າ​ກົດ​ໝາຍ​ຢ່າງ​ແທ້​ຈິງ.
- ສຸມໃສ່ເຝິກວິຊາຊີບໃຫ້ນັກຮຽນຈົບມັດທະຍົມຕົ້ນ ແລະ ມັດທະຍົມປາຍທີ່ບໍ່ມີໂອກາດຮຽນຕໍ່; ພ້ອມດຽວກັນນັ້ນ ກໍກວດກາ, ຕິດຕາມ ວຽກງານດັ່ງກ່າວ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງ ງານ, ໂດຍສະເພາະແຮງງານໄປຕ່າງປະເທດ.
- ກະກຽມພາຫະນະ ແລະ ອຸປະກອນທີ່ຈຳເປັນ, ເຝົ້າລະວັງ ເພື່ອໃຫ້ສາມາດຮັບມືແກ້ໄຂຢ່າງທັນ ການຕໍ່ການລະບາດຂອງບັນດາພະຍາດຮ້າຍແຮງຕ່າງໆ ເຊັ່ນ: ພະຍາດຊາຣ໌, ໄຂ້ຫວັດສັດປີກ, ຖອກທ້ອງ, ໄຂ້ເລືອດອອກ, ອະຫິວາ ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ.
- ສືບຕໍ່ຮັບປະກັນການຈ່າຍເງິນເດືອນໃຫ້ທັນເວລາ. ຊຸກຍູ້ວຽກງານຄົ້ນຄວ້້້າ, ນຳສະເໜີວິທີການ ທີ່ແທດເໝາະ ເພື່ອສາມາດປັບປຸງເງິນເດືອນໃຫ້ພະນັກງານລັດຖະກອນ.

-------------

ການພັດທະນາເສດຖະກິດສັງຄົມຢູ່ແຂວງບໍລິຄຳໄຊ

*ໄດ້​ມີ​ໂອ​ກາດ ມາ​ເກັບ​ຂ່າວ​ຢູ່​ແຂວງ ບໍ​ລິ​ຄຳ​ໄຊ ອີກ​ຄັ້ງໜຶ່ງ​ກໍ​ພໍ​ດີ​ ​ກະ​ສິ​ກອນ​ໄດ້​ສຳ​ເລັດ ການ​ເກັບ​ກ່ຽວ​ລະ​ດູ​ນາ​ປີ​ດ້ວຍ​ໝາກ​ຜົນ​ອັນ​ເພິ່ງ​ພໍ​ໃຈ ແລະ ພວມ​ເອົາ​ໃຈ​ໃສ່ ໃນ​ການ​ຜະ​ລິດ​ລະ​ດູ​ແລ້ງ​ຢ່າງ​ເປັນ​ຂະ​ບວນ​ການ​ດີ ໂດຍ​ສະ​ເພາະ​ການ​ຜະ​ລິດ​ເຂົ້າ​ນາ​ແຊງ​ ຢູ່​ບັນ​ດາ​ເມືອງ​ລຽ​ບ​ຕາມ​ສາຍ​ທາງ ໄດ້​ມີ​ການ​ປັກ​ດຳ​ຕາມ​ໄຮ່​ນາ​ຮົ້ວ​ສວນ​ຂອງ​ໃຜ​ລາວ​ໄດ້​ຢ່າງ​ໜ້າ​ສະ​ອອນ​.
ນີ້​ແມ່ນ​ພາບ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​ເປັນ​ເຈົ້າ​ການ ຂອງກະ​ສິ​ກອນ ຮູ້​ໝູນ​ໃຊ້​ທ່າ​ແຮງ​ຂອງ​ທຳ​ມະ​ຊາດ ກໍ​ຄື​ຄວາມ​ດຸ​ໝັ່ນ ​ຂະ​ຫ​ຍັນພຽນ​ເຂົ້າ​ໃນ​ການ​ຜະ​ລິດ ກໍ​ຄື​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ຄອບ​ຄົວ​ໃຫ້​ດີ​ຂຶ້ນເພື່ອ​ປະ​ກອບ​ສວ່ນ​ເຂົ້າ​ໃນ​ນ​ວຽກ ​ງານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ຂອງ​ແຂວງບໍ​ລິ​ຄຳ​ໄຊວາງ​ອອກ​ບັນ​ລຸ​ໝາກ​ຜົນ​ເປັນ​ຈິ່ງ​ເທື່ອ​ລະ​ກ້າວ. ດັ່ງດຽວ​ກັບ​ຄຳ​ໃຫ້​ສຳ​ພາດ ຂອງ ທ່ານ ຄຳ​ປານ ພິ​ລາ​ວົງ, ເຈົ້າ​ແຂວງ​ບໍ​ລິ​ຄຳ​ໄຊ ຕໍ່​ສື່​ມວນ​ຊົນ ໃນ​ໂອ​ກາດ​ເປີດກອງປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ລັດ​ຖະ​ບານ​ຮ່ວມ​ກັບ​ບັນ​ດາ​ເຈົ້າ​ແຂວງ, ເຈົ້າ​ນະ​ຄອນ​ຫລວງ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ບໍ​ລີ​ຄຳ​ໄຊ​ຄັ້ງ​ທີ່ II ວ່າ: ​ສຳ​ລັບ ​ຜົນ​ສຳ​ເລັດ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ໃນ​ສົກ​ປີ 2007 ແລະ ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ສົກ​ງົບ​ປະ​ມານ​ສົ​ກປີ 2007-​2008 ໃນ​ງວດ​ທີ່ I ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ​ນີ້ ຊຶ່ງ​ເຫັນ​ວ່າ ເສດ​ຖະ​ກິດ ຂອງ​ແຂວງ ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ພື້​ນ​ຖານ​ເສດ​ຖະ​ກິດ​ໄດ້​ຮັບການ​ປັບ​ປຸງ ແລະ ມີ​ບາດ​ກ້າວ​ ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ອັນ​ພົ້ນ​ເດັ່ນ ແມ່ນ​ລາຍ​ຮັບ​ສົກ​ປີ 2007 ພວກ​ເຮົາ​ສາ​ມາດ​ປະ​ຕິບັດ​ໄດ້ລື່ນ​ຄາດ​ໝາຍ 37,10% ຂອງ​ແຜນ​ການ, ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ກໍ່​ໄດ້​ເພີ່ມ​ຂຶ້ນ. ​ການ​ຂະ​ຫຍາຍ​ຕາໜ່າງ​ໄຟ​ຟ້າ ​ລົງ​ສູ່​ຊົນ​ນະ​ບົດ ມາ​ເຖິງ​ປະ​ຈຸ​ບັນ ມີ 26.049 ຫລັງ​ຄາ​ເຮືອນ​ ເທົ່າ​ກັບ 66,77% ທີ່​ໄດ້​ໃຊ້​ໄຟ​ຟ້າ​ຖາ​ວອນ, ພ້ອມ​ນີ້ ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ​ແມ່ນ​ເສັ້ນ​ທາງ ເຊິງ​ມາ​ເຖິງ​ປະ​ຈຸ​ບັນ ໄດ້ມີ 305 ບ້ານ ເທົ່າ​ກັບ 93,27% ໄດ້​ມີ​ເສັ້ນ​ທາງ, ເສັ້ນ​ທາງ​ລົດ​ທ່ຽວ​ໄດ້​ທຸກ​ລະ​ດູ ຂະ​ນະ​ດຽວ​ກັນບ້ານ​ໄດ້​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ແມ່ນ​ກໍ​ເພີ່ມ​ຂຶ້​ນ. ປະ​ຈຸ​ບັນ ມີ 25.825 ຄອບ​ຄົວ ເທົ່າ​ກັບ 65,52% ໄດ້​ພົ້ນ​ຈາກ​ຄວາມ​ທຸກ​ຍາກ ແລະ ມີ 218 ບ້ານ ເທົ່າ​ກັບ 66,67% ພົ້ນຈາກ​ຄວາມ​ທຸກ​ຍາກ ແລະ ມີ​ເຖິງ 17 ກຸ່ມ ເທົ່າ 44% ພົ້ນ​ຈາກ​ຄວາມ​ທຸກ​ຍາກ, ໄດ້​ມີ 3 ເມືອງ​ພົ້ນ​ຈາກ​ເມືອງ​ທຸກ​ຍາກ. ທັງ​ໝົດ​ນັ້ນ​ແມ່ນ​ຜົນ​ສຳ​ເລັດ​ອັນ​ເປັນ​ພື້ນ​ຖານ ໃຫ້​ແກ່​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໃນຊຸມ​ປີ​ຕໍ່​ໜ້າ ທັງ​ຖືກ​ກັບ​ທິດກ່ຽວ​ກັບ​ວຽກ ງານ​ພັດ​ທະ​ນາ​ຊົນ​ນະ​ບົດ ຕາມ 4ເນື້ອ​ໃນ 4 ຄາດ​ໝາຍ ຂອງ​ ຄຳ​ ສັ່ງ ​ເລກ​ທີ່ 09 ຂອງ​ກົມ​ການ​ເມືອງ ສູນ​ກາງ​ພັກ. ໃນ​ນີ້ ແຂວງ​ໄດ້​ມີ​ກອງ​ປະ​ຊຸມ​ສະ​ຫລຸບ​ຖອກ​ຖອນ​ບົດ​ຮຽນ ເປັນ​ຕົ້ນ​ແມ່ນ​ການ​ສະ​ຫລຸບ​ໃນ​ສົກ​ປີ 2007 ນີ້ ແມ່ນພວກ​ເຮົາ​ໄດ້​ເລັ່ງ​ໃສ່​ການ​ສະ​ຫລຸບ​ເປັນ​ຫົວ​ຂໍ້​ລະ​ອຽດ​ຄື: ໄດ້​ມີ​ການ​ຢັນ​ຢືນ​ທາງ​ດ້ານ​ທິດ​ສະ​ດີ ກໍ​ຄື​ແນວ​ທາງ​ຂອງ​ພັກ​ທີ່​ວ່າ​ຢາກ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ ຕ້ອງ​ມີ​ກອງ​ທຶນ ຂອງ​ປະ​ຊາ​ຊົນ​ປະ​ຈຳ​ຢູ່​ແຕ່​ລະ​ບ້ານ, ຢາກ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ປະ​ຊາ​ຊົນ​ກໍ​ຕ້ອງ​ມີ​ບ້ານ​ຢູ່ ມີ​ບ່ອນ​ທຳ​ມາ​ຫາ​ກິນ​ຄົງ​ທີ່ ແລະ ກໍ​ມີ​ປະ​ຊາ​ຊົນ​ຫລາຍ​ເຜົ່າ​ຢູ່​ຮ່ວມ​ກັນ ເປັນ​ບ້ານ​ດຽວ​ເປັນ​ກຸ່ມ​ບ້ານ​ອັນ​ດຽວກໍ​ສາ​ມາດ​ແກ້​ໄຂ​ຄວາມ​ທຸກ​ຍາກ, ການ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ແຕ່​ເຮັດ​ວຽກ​ງານ​ທາງດ້ານ​ກະ​ສິ​ກຳ, ຫັດ​ຖະ​ກຳ​ເທົ່າ​ນັ້ນ ຕ້ອງເຮັດ​ທັງ​ວຽກ​ງານ​ການບໍ​ລິ​ການໄປ​ພ້ອມ ກໍ​ສາ​ມາດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ໄດ້ເຊັ່ນ: ການເປັນ ນາຍ ຊ່າງ​ສ້ອມແປງ, ຕັດ​ຫຍິບ, ເປີດ​ຮ້ານ​ຄ້າ ແລະ ອື່ນໆ ກໍ​ສາ​ມາດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ໄດ້ ແລະ ບັນ​ດາ​ຫົວ​ຂໍ້​ອື່ນໆ ຖື​ວ່າ​ການ​ສະ​ຫລຸບ​ໃນ​ສົກ​ປີ 2007 ນີ້ ແມ່ນ​ພວກ​ເຮົາ​ລົງ​ເລິກ​ຢັນ​ຢືນ​ເຖິງ​ຜົນ​ສຳ​ເລັດ, ຢັນ​ຢືນ​ເຖິງ​ຄວາມ​ຖືກ​ຕ້ອງ​ ຂອງ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ-​ລັດ​ຖະ​ບານ​ວາງ​ອອກ​ນັ້ນ ແມ່ນ​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ.
ປະ​ຈຸ​ບັນ​ ແຂວງ​ບໍ​ລິ​ຄຳ​ໄຊ​ ພວມ​ສືບ​ຕໍ່ ເພື່ອ​ສ້າງທ່າ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ທຸ​ລະ​ກິດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ໃຊ້​ບໍ​ລິ​ການ​ເປັນ​ຕົ້ນ ແມ່ນ​ໄດ້​ມີ​ການ​ປັບ​ປຸງ​ທ່າ​ເຮືອ ເຊິ່ງ​ເປັນ​ດ່ານ​ເຂົ້າ​ອອກ​ສາ​ກົນ​ລະ​ຫວ່າງ ແຂວງ ບໍ​ລິ​ຄຳ​ໄຊ ກໍ​ຄື ສ​ປ​ປ​ລາວ ກັ​ບ ບຶງ​ການ​ແຫ່ງ​ຣາດ​ຊະ​ອາ​ນາ​ຈັກ​ໄທ​ໃຫ້​ມີ​ຄວາມ​ສະ​ດວກຮັບ​ປະ​ກັນ, ໄດ້​ມີ​ການ​ປັບ​ປຸງ​ທ່າ​ດ່ານ ທາງ​ອອກ​ໄປ​ສູ່ ສ​ສ​ຫວຽດ​ນາມ​ເປັນ​ດ່ານ​ສາ​ກົນ​ ຕາມ​ເສັ້ນ​ທາງ​ເລກ 8 ນອກ​ຈາກ​ນັ້ນ ກໍ​ໄດ້​ມີ​ການ ປັບ​ປຸງ​ດ່ານ​ທ້ອງ​ຖິ່ນ​ເປັນ​ຕົ້ນ​ແມ່ນ​ດ່ານ ບຶງກວາງ ແລະ ດ່ານ​ຢູ່​ເມືອງ​ທ່າ​ພະ​ບາດ ເຮັດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ໄດ້​ໄປ​ມາ​ຫາ​ສູ່​ ແລກ​ປ່ຽນ ​ຊື້​ຂາຍ​ນຳ​ກັນ​ດ້ວຍ​ຄວາມ​ສະ​ດວກ. ພິ​ເສດ​ການ​ລົງ​ທຶນ​ຂອງ​ພາກ​ລັດ ແລະ ເອກະ​ຊົນທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ສົກ​ປີ 2007 ນີ້​ແມ່ນ​ມີ​ທ່ວງ​ທ່າ​ທີ່​ເພີ່ມ​ຂຶ້ນ ເຊັ່ນ: ​ການ​ລົງ​ທຶນ​ຂອງ​ພາກ​ເອກະ​ຊົນ ແລະ ການ​ລົງ​ທຶນ​ຂອງ​ປະ​ຊາ​ຊົນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຫັດ​ຖະ​ກຳ ແລະ ການ​ບໍ​ລິ​ການ, ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ ບາງ​ເມືອງ ທີ່ສາ​ມາດ​ສ້າງ​ລາຍ​ຮັບ​ໃຫ້ແກ່​ປະ​ຊາ​ຊົນ ເປັນ​ຕົ້ນ​ແມ່ນ​ເມືອງ​ປາກ​ຊັນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ສົກ​ປີ 2007 ນີ້ ໄດ້​ຜູ້​ໜຶ່ງ 10 ລ້​ານ​ກີບ ຫລື 1 ພັນ​ກວ່າ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ ແລະ ດ້ານ​ເຂົ້າ​ກິນ​ກໍ​ສາ​ມາດ​ບັນ​ລຸ​ໄດ້ 900 ກິ​ໂລ ຕໍ່​ຄົນ​ຕໍ່​ປີ​ລວມ​ທົ່ວ​ແຂວງ​ໃນ​ສົກ​ປີ 2007ນີ້ ສະ​ເລ່ຍ​ແລ້ວ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ ແມ່ນ 706 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ຄາດ​ວ່າ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ VIII ຂອງ​ສູນ​ກາງ​ພັກ​ທີ່​ວາງ​ໄວ້​ວ່າ ຮອດ​ປີ 2010 ໃຫ້​ບັນ​ລຸຮອດ 800ໂດ​ລາ​ຕໍ່​ຄົນ​ຕໍ່​ປີ​ແມ່ນ​ແຂວງ​ບໍ​ລິ​ຄຳ​ໄຊ ກໍ​ມີ​ທ່ວງ​ທ່າ ແລະ ສາ​ມາດ​ຈະ ບັນ​ລຸ​ຕາມ​ຄາດ​ໝາຍ​ດັ່ງ​ກ່າວ​ນັ້ນ​ໄດ້.
ສຳ​ລັບ​ໃນ​ສົກ​ປີ 2008ນີ້ ແຂວງ​ບໍ​ລິ​ຄ​ຳ​ໄຊ​ໄດ້​ວາງ​ຄາດ​ໝາຍ​ໄວ້​ວ່າ​ໃຫ້​ໄດ້ 790 ໂດ​ລາ ຕໍ່​ຄົນ​ຕໍ່​ປີ ຖື​ວ່າ​ຈະ​ເປັນ​ທ່ວງ​ທ່າ​ ອັນ​ດີ. ສະ​ເພາະ​ໃນ​ງວດ​ທີ່ I ຂອງ​ສົກ​ປີ 2008 ສະ​ພາບ​ການ​ປະ​ຕິ​ບັດ​ລາຍ​ຮັບ​ແມ່ນ​ໄດ້​ລື່ນ​ແຜນ​ທີ່​ວາງ​ໄວ້ ຊຶ່ງ​ປະ​ຈຸ​ບັນ​ສາ​ມາດ​ເກັບ​ລາຍ​ຮັບ ນັບ​ທັງ​ຂອງ​ທ້ອງ​ຖິ່ນ​ໄດ້​ແລ້ວ​ເຖິງ 25,8% ລື່ນ 5,8% ອັນ​ນີ້​ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ພື້ນ​ຖານ​ແຫລ່ງ​ລາຍ​ຮັບ​ທີ່​ມາ​ຈາກ​ປະ​ຊາ​ຊົນ, ມາ​ຈາກ​ນັກ​ທຸ​ລະ​ກິດ​ໄດ້​ສ້າງ​ມາ​ນັ້ນ​ແມ່ນ​ມີ​ຄວາມ​ສາ​ມາດ​ເຮັດ​ໃຫ້​ແຫລ່ງ​ລາຍ​ຮັບ​ຂອງ​ລັດ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ມີ​ຄວາມ​ໝັ້ນ​ທ່ຽງ. ນອກ​ຈາກ​ນີ້​ໃນ​ສົກ​ປີ 2008 ນີ້ ແຂວງ ບໍ​ລິ​ຄຳ​ໄຊ​ເອງ​ຈະ​ພະຍາ​ຍາມ​ເຮັດ​ແນວ​ໃດ​ໃຫ້​ສືບ​ຕໍ່ ຫັນ​ລົງ​ຮາກ​ຖານ, ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ໃຫ້​ມີ​ຄວາມ​ເຕີບ​ໃຫ່​ຍ​ຂະ​ຫຍາຍ​ຕົວ​ຂຶ້ນ​ໂດຍ​ສະ​ເພາະ​ການ​ລົງ​ຮາກ​ຖານ ປີ 2008 ນີ້​ເມືອງ​ທີ່​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ ເປັນ​ຕົ້ນ​ແມ່ນ​ເມືອງ ທ່າ​ພະ​ບາດ, ເມືອງ​ປາກ​ຊັນ ແລະ ເມືອງ​ປາກ​ກະ​ດິງ​ແມ່ນ ມອບ​ໜ້າ​ທີ​ໃຫ້​ ແກ່ພະ​ນັກ​ງານ, ຄະ​ນະ​ພັກ​ຢູ່​ໃນ​ຂັ້ນ​ເມືອງ ແລະ ບ້ານ​ເປັນ​ຜູ້​ຮັບ​ຜິ​ດຊອບ, ແຂວງ​ຈະ​ເອົາ​ພະ​ນັກ​ງານ ຈຳ​ນວນ​ໜຶ່ງ​ໄປ​ຊ່ວຍ​ບັນ​ດາ​ເມືອງ​ທີ່​ຍັງ​ບໍ່​ທັນ​ເມືອງ​ທີ່​ຍັງ​ບໍ່​ທັນ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ, ເພີ່ມ​ທະ​ວີ​ໃນ​ການ​ຫັນ​ລົງ​ສູ່​ຮາກ​ຖານ​ພັດ​ທະ​ນາ​ຊົນ​ນະ​ບົດ ກໍ່ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ຕາມ​ຂະ​ແໜງ​ການ​ສາຍ​ຕັ້ງ ເຮັດ​ໃຫ້​ທຸກ​ພະ​ແນກ​ການ​ສາຍ​ຕັ້ງ​ຂອງ​ແຂວງ, ເມືອງ​ໄດ້ລົງ​ປະ​ຕິບັດ​ໜ້າ​ທີ່​ ຂອງ​ຕົນ​ເອງຕາມ​ພາ​ລະ​ບົດ​ບາດ​ໜ້າ​ທີ່ ທີ່​ໄດ້​ຮັບ​ຜິດ​ຊອບ.

-----------------

ການ​ກໍ່ສ້າງ​ແລະ​ບຳລຸງ​ຄູ ໄດ້​ຮັບ​ການ​ຍົກ​ລະດັບ​ຢ່າງ​ຕໍ່​ເນື່ອງ

* ໃນ​ສົກ​ປີ 2006-2007 ຂະ​ແໜງ​ການ​ສຶກສາ ​ໄດ້​ສືບຕໍ່​ດຳ​ເນີນ​ການ​ກໍ່ສ້າງ ​ແລະ​ບຳລຸງ​ຄູ​ໃຫ້​ອຳນາດ​ການ​ປົກຄອງ ​ແລະ​ຜູ້​ບໍລິຫານ​ການ​ສຶກສາຂັ້ນຕ່າງໆ ເພື່ອ​ແກ້​ໄຂ​ບັນຫາ​ຄູ​ບໍ່​ພຽງພໍ, ສ້າງ​ຄວາມ​ສາມາດ​ຂອງ​ຄູ ໃນ​ການ​ພັດທະນາ​ວິຊາ​ຊີບ​ແບບ​ຕໍ່​ເນື່ອງ ​ແລະ​ຍົກ​ຖານະ​ຄູ ເຊັ່ນ​ວ່າ: ​ໄດ້​ດຳ​ເນີນ​ການ​ກໍ່ສ້າງ ​ແລະ​ສ້ອມ​ແປງ​ອາຄານ​ສະຖານ​ທີ່ ຂອງ​ສະ​ຖາ​ບັນ​ສ້າງ​ຄູ ດ້ວຍ​ທຶນ​ຂອງ​ໂຄງການ​ປັບປຸງ​ຄຸນ​ນະພາ​ບການ​ສຶກສາ ​ໄລຍະ II ສາມາດ​ສ້າງ​ເງື່ອນ​ໄຂ ​ແລະ​ເອື້ອອຳນວຍ​ໃຫ້​ແກ່​ການ​ສ້າງ​ຄູ ໄດ້​ສະດວກ​ຂຶ້ນກວ່າ​ເກົ່າ, ​ໃນ​ນີ້ມີ​ສະ​ຖາ​ບັນ​ສ້າງ​ຄູ 10 ແຫ່ງ (ບໍ່​ນັບ​ຄະນະ​ສຶກສາ​ສາດ ຂອງ​ມະຫາວິທະຍາ​ໄລ 3 ແຫ່ງ) ມີ​ນັກຮຽນ​-ນັກ​ສຶກສາຄູ ລວມທັງ​ພາກ​ປົກກະຕິ ແລະ​ພາກ​ພິ​ເສດ ຈຳນວນ 23.415 ຄົນ ຍິງ 11.795 ຄົນ, ​ໃນ​ນັ້ນ ພາກ​ປົກກະຕິມີ 17.704 ຄົນ ຍິງ 8.868 ຄົນ.
ສົກປີ 2007-2008 ມີນັກຮຽນ​ຄູ​ລ້ຽງ​ເດັກ-ອະນຸບານ ມີ 456 ຄົນ ທຽບ​ໃສ່​ສົກ​ປີ 2005-2006 ​ເພີ່ມ​ຂຶ້ນ 92 ຄົນ ເທົ່າ​ກັບ 25,27%; ນັກຮຽນ​ຄູ​ປະຖົມ ນັບ​ທັງ​ນັກຮຽນ​ຄູ​ຊົນ​ເຜົ່າມີ 3.637 ຄົນ​ ຍິງ 1.761 ຄົນ; ທຽບ​ໃສ່​ສົກຮຽນ 2005-2006 ເພີ່ມ​ຂຶ້ນ 38 ຄົນ ຍິງ 84 ຄົນ ເທົ່າ​ກັບ 1,06% ຍິງ 5,01%; ນັກຮຽນ​ຄູ​ມັດທະຍົມ (ລະບົບ 11 + 3 )ມີ 13.611 ຄົນ ຍິງ 6.651 ຄົນ ທຽບ​ໃສ່​ປີ 2005 - 2006 ເພີ່ມ​ຂຶ້ນ 1.836 ຄົນ ຍິງ 1.007 ຄົນ ເທົ່າ​ກັບ 15, 59% ຍິງ 17,84%; ນັກຮຽນ​ຄູ​ສິລະ​ປະ​ສຶກສາ ມີ 342 ຄົນ ຍິງ 227 ຄົນ, ທຽບ​ໃສ່​ປີ 2005-2006 ແມ່ນ​ເພີ່ມ​ຂຶ້ນ 133 ຄົນ ຍິງ 85 ຄົນ ເທົ່າ​ກັບ 63,64% ຍິງ 59,86%; ນັກຮຽນຄູພະລະສຶກສາ​ໄດ້ 278 ຄົນ ມີຍິງ 53 ຄົນ ທຽບ​ໃສ່​ສົກ​ຜ່ານ​ມາ​ເພີ່ມ​ຂຶ້ນ 20 ຄົນ ເທົ່າ​ກັບ 7,8%.
ສຳລັບ​ນັກຮຽນ-ນັກ​ສຶກສາຄູ ທີ່​ຈະ​ສອບ​ເສັງ​ຈົບ​ສົກຮຽນ 2006-2007 ມີ 6.311 ຄົນ ໃນ​ນີ້ມີ ຄູ​ລ້ຽງ​ເດັກ-ອະນຸບານ 456 ຄົນ ທຽບ​ໃສ່ແຜນ​ຄວາມ​ຕ້ອງການ​ຄູຊັ້ນດັ່ງກ່າວ ສົກ​ປີ 2007-2008 ແມ່ນ​ບໍ່ພໍ ຈຳນວນ 144 ຄົນ ສ່ວນ​ແຜນ​ຕ້ອງການ​ແມ່ນ 600 ຄົນ; ນັກຮຽນ​ຄູ​ປະຖົມ ມີ 2.459 ຄົນ ໃນ​ແຜນ​ຄວາມ​ຕ້ອງການ​ຄູ​ຊັ້ນດັ່ງກ່າວ​ປີ 2007-2008 ແມ່ນ​ເຫລືອ 405 ຄົນ ແລະ​ຄູ​ມັດທະຍົມ 3.626 ຄົນ ຍິງ 1.748 ຄົນ, ​ໃນ​ນີ້ຄູ​ມັດທະຍົມ​ຕອນ​ຕົ້ນ 3.029 ຄົນ ແລະ​ຄູ​ມັດທະຍົມ​ຕອນ​ປາຍ​ມີ 597 ຄົນ ທຽບ​ໃສ່​ແຜນ​ຄວາມ​ຕ້ອງການ​ຄູ ຊັ້ນດັ່ງກ່າວ​ໃນ​ສົກ​ປີ 2007-2008 ເຫລືອ 1.077 ຄົນ ເທົ່າ​ກັບ 42,25%.
ຄຽງ​ຄູ່​ກັນນີ້ ກໍໄດ້​ສ້າງ​ເງື່ອນ​ໄຂ ​ແລະ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ຄູ​ອາຈານ​ໃນ​ທຸກ​ຊັ້ນ, ທຸກ​ສາຍ ​ໂດຍ​ໄດ້​ບຳລຸງ​ຍົກ​ລະດັບ​ວິຊາ​ສະ​ເພາະ​ຂອງ​ເຂົາ​ເຈົ້າ ຕາມ​ເງື່ອນ​ໄຂ​ຕົວ​ຈິງ ຂອງ​ທຶນ​ທີ່​ໄດ້​ຮັບ​ຈາກ​ໂຄງການ​ຕ່າງໆ ລວມທັງ​ໂຄງການ​ຂອງ​ລັດຖະບານ, ​ໃນ​ນີ້ ໄດ້​ຈັດຕັ້ງບຳລຸງ​ຄູຸປະຈຳການ ລວມທັງ​ຄູ​ຝຶກ ​ໃນ​ແຂວງ​ເປົ້າ​ໝາຍ​ຂອງ​ໂຄງການ ເຊັ່ນ: ​ໂຄງການ​ປັບປຸງ​ຄຸນ​ນະພາ​ບການ​ສຶກສາ ​ໄລຍະ IIໄດ້ 3.882 ຄົນ, ​ໂຄງການ​ພັດທະນາ​ການ​ສຶກສາ​ໄລຍະ II ໄດ້ 385 ຄົນ; ຍົກ​ລະດັບ​ຄູ​ບໍ່​ໄດ້​ມາດຖານ (ຄູ​ປະຖົມ​ແລະ​ອະນຸບານ) ຈົບ​ລະບົບ 5+3 ຂຶ້ນທຽບ​ເທົ່າ​ກັບ ລະບົບ 8+3, 11+1 ໄດ້ 1.274 ຄົນ ເປັນ​ຍິງ 534 ຄົນ; ຍົກ​ລະດັບ​ຄູ ດ້ວຍ​ການ​ເປີດ​ສອນ​ລະບົບ​ຕໍ່​ເນື່ອງ (ລະບົບ 11+3+2) ເປັນ​ປີ​ທຳ​ອິດ ​ໃນ​ສາຂາ​ວິຊາ​ຄະນິດສາດ, ວັນນະຄະດີ-ພາສາ​ລາວ ​ແລະ​ສາຂາ​ວິຊາ​ພາສາ​ອັງກິດ ຢູ່​ຄະນະ​ສຶກສາ​ສາດ ດົງ​​ໂດກ, ວິທະຍາ​ໄລ​ຄູ​ຫລວງ​ພະ​ບາງ, ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ຊຶ່ງ​ມີ​ຄູ​ສອນ​ໄປ​ຮຽນ​ຕໍ່​ລະບົບ​ດັ່ງກ່າວ ທັງ​ໝົດ 153 ຄົນ, ພ້ອມ​ນີ້​ໄດ້​ຄົ້ນ​ຄ້ວາ ​ແລະ​ປັບປຸງ​ຄືນ ຫລັກສູດ​ຂອງ​ໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນສູງ ທັງ​ພາກ​ລັດ​ແລະ​ເອກະ​ຊົນ ລວມທັງ​ສຳ​ເລັດ​ການ​ດັດ​ແກ້ ແລະ​ຮຽບຮຽງ​ປື້ມ​ແບບຮຽນ ແລະ​ຄູ່​ມື​ຄູ ຊັ້ນປະຖົມ​ປີ​ທີ 1 ແລະ​ປີ​ທີ 2 ຈຳນວນ 24 ຕົ້ນ​ສະບັບ, ປື້ມຄູ​ມື​ຄູ​ປີ​ທີ 3 ຈຳນວນ 12 ຕົ້ນ​ສະບັບ ​ແລະ​ໄດ້​ກະກຽມ​ແຜນ​ປະຕິບັດ​ງານ ທົບ​ທວນ​ດັດ​ແກ້​ຫລັກສູດ ປື້ມ​ແບບຮຽນ ແລະ​ຄູ່​ມື​