ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 
 

 

 

ປະຫວັດສາດ
ຊາດ​ລາວ​ເປັນ​ຊາດ​ຫນຶ່ງ​ທີ່​ມີ​ປະຫວັດ​ແຫ່ງ​ການ​ກຳ​ເນີ​ດ,ຄົງ​ຕົວ​ແລະ​ຂະຫຍາຍຕົວ​ໃນ​ພາກ ພື້ນນີ້. ບັນພະ​ບູລຸດ ແລະ ປະຊາ​ຊົນ​ລາວ ຜູ້​ຮັກ​ຊາດ ໄດ້​ຕໍ່ສູ້​ປົກ​ປັກ​ຮັກສາ ແລະ ສ້າງສາ​ສືບ​ທອດ​ກັນ​ມາ​ຫລາຍ​ເຊັ່ນ​ຄົນ.
ສະຕະວັດທີ 14 ເຈົ້າຟ້າ​ງຸ່ມ ເປັນ​ກະສັດ​ຜູ້​ທຳອິດ​ທີ່​ໄດ້​ທ້ອນ​ໂຮມ​ບັນດາ​ເມືອງ​ລາວບູຮານ​ໃຫ້​ກາຍ​ເປັນ​ອານາຈັກ​ເອກະ​
ພາບ​ຄັ້ງທຳ​ອິດ​ເອີ້ນວ່າ: ອານາຈັກ​ລ້ານ​ຊ້າງ ຊຶ່ງ​ມີ​ອານາ​ເຂດ​ອັນ​ກວ້າງ​ໄກແລະມີແມ່ນ້ຳຂອງ​ໄຫລຜ່ານ​ທາງ​ກາງ.
ນະຄອນຫລວງ​ພະ​ບາງເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງເຊິ່ງ​ໄດ້​ປະ​ອະ​ລິ​ຍະ​ທຳ​ໄວ້​ມາ​ເຖິງ​ປະຈຸ​ບັນ ແລະ ໄດ້​ກາຍ ​ເປັນ ​ເມືອງ​ມໍລະດົກ​ໂລກ ແຫ່ງ​ທຳ​ອິດ​ຂອງ ສປປ ລາວ.
ກາງ​ສະຕະວັດ​ທີ 16 ເຈົ້າ​ໄຊ​ຍະ​ເສດ​ຖາທິລາດ ໄດ້​ມາຕັ້ງວຽງ​ຈັນ​ເປັນ​ນະຄອນຫລວງ​ແທນ​ນະຄອນຫລວງ​ພະ​ບາງ, ພ້ອມ​ກັນນັ້ນກໍ​ໄດ້​ມີ​ກາ​ນສ້າງສາ​ພັດທະນາ​ຢ່າງ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​ເຊັ່ນ: ດ້ານ​ເສດຖະກິດ,ວັດທະນະທຳ ແລະ ການປ້ອງ​ກັນຊາ​ດ ສາມາດ​ຕີ​ຕ້ານ​ການ​ຮຸກ​ຮານ​ຂອງ​ສັກ​ດີ​ນາ ຕ່າງ​ດ້າວ​ທີ່​ຮຸກ​ຮານ​ຫລາຍ​ຄັ້ງ.
ໃນ​ສະຕະວັດ​ທີ 17 ພາຍ​ໃຕ້​ລາຊະການ​ຂອງ​ເຈົ້າສຸລິ​ຍະ​ວົງສາ ເສດ​ຖະກິດ, ວັດທະນະທຳ ແລະ ການ​ຕ່າງປະ​ເທດ ໄດ ້​ພົ້ນເດັ່ນ. ທ່ານ​ວັນ​ວຸດ​ສະ​ຕົບຊາວ​ໂຮ​ນລັງ​ຄົນ​ຜູ້​ທຳ​ອິດ​ໄດ້​ເຂົ້າມາ​ຕິດຕໍ່​ຄ້າຂາຍ​ເປັນ​ໂອກາດ​ໃຫ້​ລາວ​ເປີດ​ປະ ຕູ​ສູ່​ໂລກ ​ພາຍ​ນອກ.ສະຕະວັດ​ທີ 18 ເປັນ​ໄລຍະ​ແຫ່ງ​ການ​ເຊື່ອມ​ໂຊມ, ອານາຈັກ​ລ້ານ​ຊ້າງ ຖືກ​ແຕກ​ແຍກ​ຄວາມ ສາມັກຄີ​ແບ່ງ​ ອອກ​ເປັນ​ສາມ​ອານາຈັກ: ວຽງ​ຈັນ, ຫລວງພະ​ບາງ ແລະ ຈຳປາ​ສັກ, ອັນ​ເປັນ​ຊ່ອງ​ຫວ່າງ​ເຮ​ັດ​ໃຫ້​ສັກ​ດີ​ນາ ຕ່າງ​ດ້າວ​ສວຍ ​ໃຊ້​ຄວາມ​ອ່ອນ​ແອ​ຂອງ​ສັກ​ດີ​ນາລາ​ວ ເຂົ້າມາ​ຢຶດຄອງ​ລາວ ແຕ່​ເຈົ້າອະນຸວົງ ເປັນ​ບັນພະ​ບູລຸດ ຜູ້​ຮັກ​ຊາດ ໄດ້​ນຳພາ​ປະ ຊາຊົນ​ລຸກຂຶ້ນຕໍ່ສູ້​ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ​ລາວ​ໃນ​ປີ 1827-28. ຕັ້ງ​ແຕ່​ນັ້ນມາ ອານາ ຈັກ​ລ້ານ​ຊ້າງ​ທີ່​ມີ​ອາ ນາ​ເຂດ​ອັນ​ກວ້າງຂວາງແລະ ມີ​ຄວາມ​ເຂັ້ມ​ແຂງ​ໃນ​ເມື່ອ​ກ່ອນ​ກໍ​ຖືກ​ອ່ອນ​ແອ ແລະ ດິນ​ແດນ​ກໍ​ຖືກ ຮັດ​ແຄບ​ເຂົ້າ. ເຖິງ​ວ່າ ການ​ຕໍ່ສູ້​ພາຍ​ໃຕ້​ການ​ນຳພາ​ຂອງ ເຈົ້າອານຸ ເພື່ອ​ກອບ​ກູ້​ເອກະລາດ​ບໍ່​ໄດ້​ຮັບ ໄຊຊະນະ​ກໍ່ຕາມ ແຕ່​ກໍ​ມີ​ຄວາມ ​ຫມາຍ​ ອັນ​ເລິກ​ເຊິ່ງ ແລະ ເປັນ​ມໍລະດົກ​ແຫ່ງ​ນ້ຳ​ໃຈ​ຮັກ​ຊາດ ເດັດຂາດ​ບໍ່​ຍອມ​ຈຳນົນ​ຂອງ​ປະຊາຊົນ​ ລາວ​ບັນດາ​ເຜົ່າ.
ຍ້ອນ​ປະ​ເທດ​ລາວ​ເປັນ​ປະ​ເທດ​ມີ​ທີ່​ຕັ້ງຍຸດ​ທະ​ສາດ ເປັນ​ທາງ​ຜ່ານ, ມີ​ຊັບພະຍາ​ກອນ​ອັນ​ອຸດົມ​ຮັ່ງມີ, ບໍ່​ພຽງ​ແຕ່​ສັກ​ດີ​ນາ ​ປະ​ເທດ​ໃກ້​ຄຽງ​ທີ່​ຫວັງ​ຢຶດຄອງ​ແຕ່​ບັນດາ​ອິດ​ທິກຳລັງ​ປະ​ເທດ​ຕາ​ເວັນ​ຕົກ​ກໍມີ​ຄວາມ​ສົນ​ໃຈ​ຕໍ່​ດິນ​ແດນ ແຫ່ງ​ນີ້.ຮອດ ສະ ຕະ ວັດ​ທີ 19 ລັດ​ທິ​ລ່າ​ເມືອງ​ຂຶ້ນຝຣັ່ງ ບົນເສັ້ນທາງ​ການ​ແບ່ງປັນ​ຕະຫລາດ​ໂລກ​ຝຣັ່ງ ໄດ້​ເຂົ້າມາ​ຢຶດຄອງ​ເອົາ​ລາວ ໃນ​ປີ 1893 ຈາກ​ນັ້ນຈຶ່ງ​ເຮ​ັດ​ໃຫ້ການ​ແບ່ງປັນ​ຊາຍ​ແດນ​ຂອງ​ລາວ ແລະສ້າງຕັ້ງລັດຖະບານ​ປະສົມ​ລະຫວ່າງ ກຳລັງ​ ຮັກ​ຊາດ ແລະ ພວກ​ນິຍົມ​ຈັກກະພັດ 3 ຄັ້ງຄື: 1957, 1962 ແລະ 1973.ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ຕ້ານ​ຈັກ ກະພັດ​ຜູ້​ ຮຸກ​ຮານ​ເປັນ​ເວລາ 30 ປີ, ຮອດ​ປີ 1975 ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ວາງ​ຍຸດ​ທະ​ສາດ 3 ບາດ​ຄ້ອນ, ຍຶດ ອຳນາດ ​ແບບ​ບົວ​ບໍ່​ໃຫ້​ຊ້ຳ ນ້ຳບໍ່​ໃຫ້​ຂຸ່ນ, ແຕ່​ສາມາດ​ຢຶດອຳນາດ​ໄດ້​ທົ່ວ​ປະ​ເທດ, ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມ ບູນ ດ້ວຍ ການລົບລ້າງແອກຄອບຄອງຂອງພວກລ່າເມືອງຂຶ້ນ ແລະ ສັກດີນາ, ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.
ກັບສາລະບານ