ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີພັກປະຊາຊົນ ປະຕິວັດລາວ, ລັດ ສປປ ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ.
ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຊຶ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ.
ພັກປະຊາຊົນປະຕິວັດລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 7 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດ ແຕ່ລະສະໄຫມ ແລະ ເລືອກຜູ້ນຳຍຸດທະ
ສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ແລະ ປະທານຄະນະບໍລິຫານງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງທ່ານ ຄຳໄຕ ສີພັນດອນ ເປັນປະທານພັກຈົນຮອດປະຈຸບັນ. ການຈັດຕັ້ງ ຂອງພັກ ມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງຫມົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິ ກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫລັກແຫລ່ງ. ໂດຍມີປະທານປະເທດເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕໍ່ຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນທ່ານ ຄຳໄຕ ສີພັນດອນ ເປັນປະທານ.
ລັດປະຊາທິປະໄຕປະຊາຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນມີທັງຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະຊຸດມີອາຍຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານວິຍະເກດ ເປັນປະທານ.
ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນແມ່ນທ່ານ ບຸນຍັງ ວໍລະຈິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ພາຍຫລັງສະພາແຫ່ງຊາດຮັບຮອງເອົາແລ້ວ |