ກຳປູເຈຍ ວາງສະແດງຮູບພາບກ່ຽວກັບວັນໄຊຊະນະ 7 ມັງກອນ
ຂປລ: ຕາມຂ່າວຈາກພະນົມເປັນ, ໃນຂອບຂອງການເຄື່ອນໄຫວ ລະນຶກວັນໄຊຊະ ນະລະ ບອບ ດັບສູນເຊື້ອຊາດໂປນປົດ ຄອບຮອບ 30 ປີ (7/1/1979 - 7/1/2009) ນັ້ນ, ກຳປູເຈຍ ໄດ້ໄຂ ງານ ວາງສະແດງຮູບພາບຂຶ້ນ ໃນວັນທີ 5 ມັງກອນນີ້, ໂດຍ ແມ່ນ ສະມາຄົມນັກຖ່ຍຮູບກຳປູເຈຍ (CPA) ເປັນຜູ້ຈັດຂຶ້ນ ທີ່ວັດພະນົມ ຂອງກຳປູເຈຍ.
ທ່ານ ແກ້ວນວນ, ເລຂາທິການໃຫຍ່ຂອງ CPA ໃຫ້ຮູ້ວ່າ ນີ້ເປັນຫນຶ່ງໃນ ການເຄື່ອນໄຫວຕົ້ນຕໍ ຂອງການລະນຶກ ເຖິງບາດລ້ຽວ ປະຫວັດສາດຂອງປະເທດຊາດກຳປູເຈຍ ເມື່ອພັກປະຊາຊົນກຳປູເຈຍ ໄດ້ເປັນແກນນຳ ໄດ້ໂຄ່ນລົ້ມລະບອບ ຂະເຫມນແດງ ທີ່ປ່າເຖື່ອນ, ນຳເອົາປະເທດຊາດ ແລະ ປະຊາຊົນກຳປູເຈຍ ຫລຸດພົ້ນອອກຈາກໄພພິບັດດັບສູນເຊື້ອຊາດ, ປິກສາກຍຸກແຫ່ງ ຄວາມມືດມົນ, ໄຂຫນ້າປະຫວັດສາດໃຫມ່, ເປີດຫນ້າປະຫວັດສາດໃຫມ່ ທີ່ມີເອກະລາດ, ສັນຕິພາບ, ເສລີພາບ, ປະຊາທິ ປະ ໄຕ, ຫມັ້ນຄົງ ແລະ ພັດທະນາທາງສັງຄົມ ໃຫ່ແກ່ກຳປູເຈຍ.
ງານວາງສະແດງຮູບພາບເທື່ອນີ້ ມີຮູບພາບທີ່ຖ່າຍມາຈາກພາບຈິງເກືອບ 200 ແຜ່ນ ຊຶ່ງຖ່າຍພາບໂດຍຊ່າງພາບກຳປູເຈຍ 10 ຄົນ. ທ່ານ ນວນແກ້ວ ເວົ້າວ່າພາບຕ່າງໆທີ່ນຳມາວາງສະແດງນັ້ນ ເປັນການບັນທຶກຜົນງານຕ່າງໆ ຊຶ່ງກຳປູເຈຍບັນລຸໄດ້ ໃນ 30 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນກຳປູເຈຍ. ນອກຈາກນັ້ນແລ້ວ, ງານວາງສະແດງຮູບພາບເທື່ອນີ້ ຍັງເປັນ ການທົບທວນຄືນ ເຖິງຄວາມເຈັບແສບຂອງປະເທດຊາດກຳປູເຈຍ, ພ້ອມກັນນັ້ນກໍຮຽກຮ້ອງໄປຍັງສານພິຈາ ລະນາຄະດີຂະ ເຫມ ນແດງ ໃຫ້ຊຸກຍູ້ການພິຈາລະຈາຄະດີໂດຍໄວ, ທັງນີ້ກໍເພື່ອເປັນການຳມາຊຶ່ງຄວາມເປັນທຳ ໃຫ້ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍ./.
ກັບສາລະບາ |