ປະທານປະເທດຈີນ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ສ.ອາເມລິກາ
ຂປລ: ຕາມຂ່າວສານຊິນຮວາ, ໃນວັນທີ 4 ມັງກອນ, ທ່ານຮູຈີນທາວ ປະທານປະເທດຈີນ ໄດ້ໂທລະສັບລົມກັບ ທ່ານ ຈອດ ດັບເບີນຢູ ບຸສ, ປະທານາທິບໍດີສ.ອາເມລິກາ, ໂດຍທ່ານຮູຈີນ ທາວ ແລະ ທ່ານ ບຸສ ຕ່າງໄດ້ຊົມເຊີຍການພົວພັນ ລະຫວ່າງ ສອງປະເທດ ທີ່ໄດ້ຮັບໝາກ ຜົນໃນ ໄລຍະ 30 ປີ ນັບຕັ້ງແຕ່ສ້າງສາຍສຳພັນການທູດນຳກັນມານີ້. ພ້ອມກັນນັ້ນ, ຕ່າງຝ່າຍ ໄດ້ ອວຍ ພອນໃຫ້ກິດຈະກຳລະລຶກ ການສ້າງສາຍພົວພັນການທູດ ລະຫວ່າງ ຈີນ-ສ.ອາເມລິກາ ຄົບຮອບ 30 ທີ່ໄດ້ຮັບຜົນ ສຳ ເລັດ ຢ່າງຮອບດ້ານ.
ທ່ານຮູຈີນທາວ ເຫັນດີນຳການຕີລາຄາຢ່າງຕັ້ງໜ້າຂອງທ່ານ ບຸສ ກ່ຽວກັບການພົວພັນຂອງສອງຝ່າຍ ແລະ ຍ້ອງຍໍທີ່ທ່ານບຸສ ໄດ້ທຳຄວາມພະຍາຍາມ ເພື່ອຂະຫຍາຍການພົວພັນຮ່ວມມືກັນ ໃຫ້ມີລັກສະນະສ້າງສັນ. ທ່ານຮູຈີນທາວ ກ່າວເນັ້ນວ່າ ໃນໄລ ຍະ ປະຫວັດສາດໃໝ່, ຈີນ ແລະ ສ.ອາເມລິກາ ຈະສາມາດກຳແໜ້ນທິດທາງລວມ ໃນການຂະຫຍາຍການພົວພັນຮ່ວມມືກັນ ໃຫ້ມີລັກສະນະສ້າງສັນ ລະຫວ່າງ ສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນຂອງສອງຝ່າຍ ໃຫ້ກ້າວຂຶ້ນສູ່ລວງເລິກຢ່າງ ປອດ ໃສ, ໝັ້ນທ່ຽງ ແລະ ຮອບດ້ານ.
ທ່ານບຸສ ກ່າວວ່າ ໃນໄລຍະ 30 ປີທີ່ຜ່ານມານີ້, ສ.ອາເມລິກາ ແລະ ຈີນ ໄດ້ຮ່ວມມືກັນເປັນຢ່າງດີ, ຊຶ່ງເປັນເລື່ອງທີ່ໜ້າຊົມເຊີຍ ແລະ ທ່ານບຸສ ກໍດີໃຈທີ່ສຸດ ທີ່ໄດ້ຮ່ວມວຽກງານກັບ ທ່ານຮູຈີນທາວ ໃນໄລຍະດຳລົງຕຳແໜ່ງປະທານາທິບໍດີ ສ.ອາເມລິກາ.
ທ່ານຮູຈີນທາວ ຍັງກ່າວເຖິງສະຖານະການຕາເວັນອອກກາງ ແລະ ຫວັງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງຢຸດຕິການເຄື່ອນ ໄຫວທາງ ການທະຫານ ແລະ ການປະທະກັນດ້ວຍອາວຸດໃນທັນທີ ເພື່ອແນໃສ່ສ້າງເງື່ອນໄຂໃນການແກ້ໄຂ ຄວາຂັດແຍ່ງກັນໂດຍ ທາງ ການເມືອງ./.
ກັບສາລະບານ |