ອີຣັກ ແລະ ອີຣານ ຈະເພີ່ມທະວີການຮ່ວມມືກັນ
ຂປລ: ຕາມຂ່າວຕ່າງປະເທດ, ໃນຂະນະທີ່ຢູ່ຢ້ຽມຢາມອີຣານ ເມື່ອວັນທີ 4 ມັງກອນນີ້ນັ້ນ, ນາຍົກລັດຖະມົນຕີອີຣັກ ນູຣີ ອາລ ມາລີກີ ໄດ້ສະແດງຄວາມມຸ່ງຫວັງອອກມາ ໂດຍຢາກໃຫ້ອີຣານ ໃຫ້ຄວາມຊ່ວຍເຫລືອອີຣັກ ໃນການບູລະນະ ສ້າງສາອີຣັກ ຄືນໃຫມ່ ໂດຍຜ່ານການເພີ່ມທະວີການ ຮ່ວມມືກັນທາງດ້ານເສດຖະກິດແບບສອງຝ່າຍ.
ນາຍົກລັດຖະມົນຕີ ອາລ ມາລີກີ ໃຫ້ຮູ້ວ່າ ເມື່ອໃດຫາກອີຣັກມີຄວາມຫມັ້ນຄົງ ແລະ ລັດ ຖະບານສາມັກຄີແຫ່ງຊາດ ຂອງອີຣັກ ເລີ່ມລົງມືໃນຂະບວນການສ້າງສາປະເທດຊາດຄືນໃຫມ່ ແລ້ວ, ສອງຝ່າຍກໍຈະສ້າງຕັ້ງບໍລິສັດຮ່ວມທຸລະກິດຂຶ້ນມາຫນຶ່ງແຫ່ງ. ນາຍົກລັດຖະມົນຕີ ອາລ ມາລີກີ ຍັງໃຫ້ຮູ້ຕື່ມວ່າ ສອງຝ່າຍໄດ້ຕົກລົງກັນ ທີ່ຈະສ້າງຕັ້ງ ຄະນະກຳມະການຮ່ວມລະດັບສູງຂຶ້ນມາ ເພື່ອສືບຕໍ່ຊຸກຍູ້ການພົວພັນທາງດ້ານເສດຖະກິດ ລະຫວ່າງສອງປະເທດ. ລັດຖະມົນຕີການຄ້າຂອງສອງປະເທດ ຈະເປັນປະ ທານ ຮ່ວມ ຂອງຄະນະກຳມະການນີ້.
ມູນຄ່າການຄ້າ ລະຫວ່າງສອງປະເທດ ອີຣານ ແລະ ອີຣັກ ໃນປະຈຸບັນ ບັນລຸປະມານ 4 ຕື້ ໂດລາ ອາເມລິກາ. ສອງປະເທດ ຕ່າງ ກໍຫວັງວ່າ ຕົວເລກດັ່ງກ່າວ ຈະຂຶ້ນສູ່ 10 ຕື້ ໂດລາ ອາເມລິກາໃນຕໍ່ຫນ້າ./.
ກັບສາລະບານ
|