ADB ເພີ່ມທຶນເພື່ອຊ່ວຍເຫລືອປະເທດສະມາຊິກ
(ຂປລ): ຕາມຂ່າວຕ່າງປະເທດ, ທະນາຄານພັດທະນາອາຊີ (ADB) ຫວັງວ່າຈະ ເພີ່ມທຶນ ເຖິງ 2 ທົບເທົ່າ ເພື່ອນຳເງິນ ໄປຊ່ວຍ ເຫລືອປະເທດສະມາຊິກ ທີ່ໄດ້ຮັບຜົນກະທົບຈາກວິກິດ ການ ເສດຖະກິດໂລກທີ່ເກີດຂຶ້ນຢູ່ໃນຂະນະນີ້ນັ້ນ.
ADB ໄດ້ເລີ່ມເປີດການຫາລືກັບປະເທດສະມາຊິກ ເຖິງການເພີ່ມເງິນງົບປະມານ 100-200% ຈາກປະຈຸບັນທີ່ມີຢູ່ປະມານ 50 ຕື້ໂດລາສະຫະລັດ, ໂດຍຕ້ອງການລະດົມເງິນເພື່ອນຳໄປຊ່ວຍເຫລືອປະເທດສະມາຊິກ ທີ່ໄດ້ຮັບຜົນກະທົບຈາກ ບັນກາ ເສດ ຖະກິດໂລກເຕີບໂຕຊ້າ.
ປະຈຸບັນ, ADB ມີສະມາຊິກທັງຫມົດ 67 ປະເທດ ຊຶ່ງໃນໄລຍະນີ້ ຫລາຍປະເທດຮຽກຮ້ອງຂໍຄວາມຊ່ວຍເຫລືອ ເລື່ອງງົບ ປະມານໃນການພັດທະນາໂຄງສ້າງພື້ນຖານ.
ຍີ່ປຸ່ນ ແລະ ສ.ອາເມລິກາ ຊຶ່ງເປັນຫຸ້ນສ່ວນລາຍໃຫຍ່ສຸດຂອງ ADB ຕ້ອງການໃຫ້ເພີ່ມງົບປະມານປະມານ 150% ຊຶ່ງທະ ນາຄານຈະຕັດສິນໃຈຂັ້ນສຸດທ້າຍໄດ້ໃນເດືອນເມສາຫນ້ານີ້./.
ກັບສາລະບານ |