ຫລາຍຝ່າຍສະແດງຄວາມເປັນຫ່ວງຕໍ່ສະຖານະການໃນຕາເວັນອອກກາງ
ຂປລ: ຕາມຂ່າວສານຊິນຮວາ, ໃນວັນທີ 4 ມັງກອນ, ທ່ານບັນກີມູນ ເລຂາທິການໃຫ່ຍ ສະ ຫະ ປະຊາຊາດ ໄດ້ອອກຖະ ແຫຼງການວ່າ ໃນໄລຍະປະຈຸບັນ ສະຖານະການໃນເຂດກາຊາ ໄດ້ຕົກຢູ່ ໃນສະພາບຫົວລ້ຽວຫົວຕໍ່ທີ່ສຸດ, ດັ່ງນັ້ນ ທ່ານຈຶ່ງງຮຽກ ຮ້ອງ ໃຫ້ປະຊາຄົມໂລກ ຈົ່ງເພີ່ມທະວີ ສາມັກ ຄີ ກັນ ໃຫ້ເປັນຈິດໜຶ່ງໃຈດຽວກັນ ພະຍາຍາມຢ່າງສຸດຂີດ ເພື່ອໃຫ້ການປະທະ ກັນໃຫ້ ຢຸດຕິລົງໂດຍ ໄວ. ທ່ານບັນກີມູນ ຍັງກ່າວວ່າ ສະຫະປະຊາຊາດ ໂດຍສະເພາະແມ່ນສະພາຄວາມໝັ້ນຄົງ ຄວນ ເສີມ ຂະຫຍາຍບົດບາດ ໃຫ້ເປັນໃຈກາງໃນການເຮັດໃຫ້ການປະທະກັນໃຫ້ຢຸດຕິລົງໂດຍໄວ.
ໃນມື້ດຽວກັນ, ທ່ານມູຮາມມັດ ນາສ, ເຈົ້າໜ້າທີ່ຂອງຂະບວນການຮາມາສ ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຂອງປາເລັສຕິນ ຈັດກອງ ປະຊຸມສຸກເສີນໃນທັນທີ ກ່ຽວກັບບັນຫາການບຸກໂຈມຕີເຂົ້າເຂດກາຊາຂອງທະຫານອິສຣາແອນ. ໃນຂະນະດຽວກັນ, ທ່ານ ນາສ ກໍໄດ້ກ່າວຄຳປາໄສ ໂດຍຜ່ານໂທລະພາບ ອາລາເບຍ ວ່າຮາມາສ ຍິນດີດຳເນີນການເຈລະຈາ ເພື່ອສ້າງ ຄວາມປອງ ດອງກັນ ພາຍໃນປາເລັສຕິນຄືນໃໝ່ຢ່າງບໍ່ມີເງື່ອນໄຂ ເພື່ອແນໃສ່ຊອກຫາວິທີແກ້ໄຂ ການປະທະກັນຢູ່ໃນເຂດກາຊາ.
ທ່ານ ດີມີຕຣຼີ ເມດເວເດບ, ປະທານາທິບໍດີຣັດເຊຍ ໄດ້ຮຽກຮ້ອງໃຫ້ອິສຣາແອນ ຈົ່ງຢຸດຕິສົງຄາມຢູ່ເຂດກາຊາ ແລະ ເອົາໃຈໃສ່ ຕໍ່ວິກິດການດ້ານມະນຸດສະທຳຢູ່ເຂດກາຊາ ແລະ ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງໃຫ້ມາປະຊຸມກັນທີ່ມົສກູ.
ທ່ານຊິນກາງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ຈີນສະແດງຄວາມເປັນຫ່ວງຕໍ່ການປະທະກັນທີ່ຮ້າຍແຮງຂຶ້ນ ຢູ່ໃນ ເຂດ ກາຊາ ແລະ ຮຽກຮ້ອງໃຫ້ຝ່າຍຕ່າງໆ ຈົ່ງຢຸດຕິການເຄື່ອນໄຫວທາງການທະຫານ ແລະ ການປະທະກັນໃນທັນທີ ເພື່ອ ຫລຸດ ຜ່ອນຄວາມຫຍຸ້ງຍາກໃນດ້ານມະນຸດ ສະທຳຢູ່ໃນເຂດກາຊາ./.
ກັບສາລະບານ |