
ແຂວງວຽງຈັນ ເປັນແຂວງຕັ້ງຂຶ້ນໃໝ່ ເມື່ອປີ 1986 ມີເນື້ອທີ່ 18.526 ກມ2, ມີພົນລະ ເມືອງ 418.558 ກວ່າ ຄົນ, ຍິງ 189.954 ກວ່າຄົນ, ມີ 593 ບ້ານ (ສະຖິຕິປີ 2005). ມີ 13 ເມືອງ ຄື: ເມືອງ ໂພນໂຮງ, ທຸລະຄົມ, ແກ້ວ ອຸດົມ, ກາສີ, ວັງວຽງ, ເຟືອງ, ຊະນະຄາມ, ແມດ, ວຽງຄຳ, ຫີນເຫີບ, ຮົ່ມ, ລ້ອງຊານ ແລະ ເມືອງໝື່ນ. ທີ່ວ່າ ການ ແຂວງຄື ເມືອງໂພນໂຮງ. ແຂວງ ວຽງຈັນ ມີທົ່ງພຽງ ຊຶ່ງຕັ້ງຢູ່ລຽບຕາມ ລ່ອງນ້ຳງຶ່ມ ຂອງ ເມືອງທຸລະຄົມ ຈົນສຸດພູ ເຂົາ ຄວາຍ. ດ້ານເໜືອ ແລະ ທິດຕາ ເວັນອອກ ແຕ່ພູພະ ຂຶ້ນໄປ ເປັນພູສູງ, ມີຜາ ຫີນຖ້ຳ ແລະ ປ່າດົງ ຊຶ່ງເຮັດໃຫ້ ແຂວ ງວຽງຈັນ ມີທຳມະຊາດທີ່ລາກຫລາຍ, ພ້ອມທັງມີຊັບພະຍາກອນ ແຮ່ ທາດ ທີ່ອຸດົມ ສົມບູນ ເຊັ່ນ: ຖ່ານຫີນ (ຢູ່ນາ ມອນ), ຫີນກາວ, ໂປຕັດ, ຊືນ.
ແຂວງວຽງຈັນ ເປັນເຂດເສດຖະກິດທີ່ສຳຄັນ ຂອງປະເທດ, ເພາະກະແສໄຟຟ້າທີ່ຜະລິດ ຈາກເຂື່ອນ ນ້ຳງຶ່ມ ແມ່ນສິນຄ້າຂາອອກ ສ້າງລາຍຮັບຕົ້ນຕໍໃຫ້ແກ່ສປປ ລາວ. ນອກນັ້ນທົ່ງພຽງລ່ອງ ແມ່ນ້ຳງຶ່ມ ຍັງເປັນ ບ່ອນປູດ ພືດທັນ ຍາຫານທີ່ອຸດົມສົມບູນຕະຫລອດປີ.
ໃນປະຫວັດສາດ, ແຂວງວຽງຈັນມີຊື່ວ່າ ເມືອງວຽງຄຳ (ປະຈຸບັນ ແມ່ນບ້ານວຽງຄຳ) ແລະ ເມືອງໄຜ່ ໜາມ (ຢູ່ເຂດເມືອງເກົ່າປາກກະຍູງ ແລະ ເມືອງທຸລະຄົມ), ຊຶ່ງຍັງມີວັດຖຸບູຮານປາກົດໃຫ້ ເປັນຫລັກຖານຄື ເສມາ ຫີນ ຝັງຢູ່ບ້ານວຽງຄຳ, ລະບົບຂຸມຄອງ ຊຶ່ງເຈົ້າຟ້າງຸ່ມ ໃຫ້ກອງທະຫານຂຸດ ໃນເວລາຍົກກອງທັບ ມາ ປິດລ້ອມຕີເອົາ ເມືອງ ວຽງຄຳ ແລະ ເມືອງໄຜ່ໜາມ. ນອກນັ້ນຍັງພົບຫອກ, ງ້າວບູຮານ ໃກ້ໆ ກັບເມືອງເກົ່າ. ທີ່ບ້ານນາເຄືອ ເພິ່ນ ຍັງໄດ້ ຂຸດພົບພະພຸດທະຮູບຫີນ ສະໄໝສະຕະ ວັດທີ່ 7-8ໃນບໍລິເວນແຄມງຶ່ມ ແລະ ຖ້ຳ ວັງຊ້າງ ກໍມີພະ ພຸດທະຮູບຫີນ ຄວັດໃສ່ຜະໜັງຖ້ຳ. ນອກນີ້ ຍັງມີວັດຖຸບູຮານ ໃນສະໄໝເຈົ້າໄຊຍະເສດຖາ ລົງມາຕັ້ງວຽງຈັນ ເປັນເມືອງຫລວງຄື ພະ ເຈົ້າອົງຕື້ ທີ່ເປັນພະພຸດທະຮູບທອງສຳລິດອົງມະຫຶມາ ທີ່ປະດິດສະ ຖານ ຢູ່ວັດອົງຕື້ ແຄມຝັ່ງຊ້າຍ ນ້ຳງຶ່ມ ບ້ານ ພ ູເຂົາຄຳ ໃຕ້ເຂື່ອນ.
ເນື່ອງຈາກວ່າ ວຽງຈັນ ເປັນແຂວງຕັ້ງຂຶ້ນໃໝ່ ຈຶ່ງມີປະຊາຊົນໂຍກຍ້າຍມາແຕ່ບ່ອນອື່ນ ເຂົ້າ ມາຕັ້ງ ຖິ່ນ ຖານ ຢູ່ເປັນຈຳນວນຫລວງຫລາຍ. ແຕ່ກ່ອນ ປະຊາຊົນ ເຂດນີ້ແມ່ນໄທພວນ ຫລື ມັກເອີ້ນກັນວ່າ ໄທງຶ່ມ (ຄົນຢູ່ ຕາມ ລ່ອງງຶ່ມ) ທີ່ມີຄວາມສາມາດໃນການປູກມອນລ້ຽງມ້ອນທໍ່ໄໝ ເຊັ່ນ ດຽວກັບໄທພວນ ໃນແຂວງ ຊຽງຂວາງ. ແຂວງ ວຽງຈັນ ມີຫລາຍຊົນເຜົ່າຢູ່ຮ່ວມກັນຄື: ລາວ, ພວນ, ມົ້ງ, ກຶ່ມມຸ, ໄທດຳ, ໄທແດງ. ຂັບລຳ ທີ່ເປັນເອກະລັກແມ່ນ ຂັບ ງຶ່ມ, ຂັບ ແມ້ນ ແລະ ຂັບໄທດຳ.
ກັບຫນ້າສາລະບັນ